ປະຫວັດບຸນເຂົ້າພັນສາ

16:50 | 05/07/2020

ປະຫວັດຄວາມເປັນມາຂອງວັນເຂົ້າພັນສາໃນທາງພຸດທະສາດສະໜານັ້ນຄື “ວັນເຂົ້າພັນສາ” ເປັນວັນທີ່ພະສົງເຖຣະວາດຈະອະທິຖານວ່າຈະພັກປະຈຳຢູ່ທີ່ໃດທີ່ໜຶ່ງ ຕະຫຼອດໄລຍະເວລາລະດູຝົນທີ່ມີກຳນົດເປັນໄລຍະເວລາ 3 ເດືອນ ຕາມທີ່ພະທໍາວິໄນບັນຍັດໄວ້ ໂດຍບໍ່ໄປຄ້າງແຮມທີ່ບ່ອນອື່ນ ຫຼື ທີເອີ້ນຕິດປາກກັນໂດຍທົ່ວໄປວ່າ “ຈຳພັນສາ” ນັ້ນເອງ. ປະຫວັດວັນເຂົ້າພັນສາ “ເຂົ້າພັນສາ” ແປວ່າ “ພັກຝົນ” ໝາຍເຖິງພະພິກຂຸສົງຕ້ອງຢູ່ປະຈຳໃນວັດໃດວັດໜຶ່ງລະຫວ່າງລະດູຝົນ​ ສາເຫດທີ່ໃຫ້ເກີດມີວັນເຂົ້າພັນສາ ຍ້ອນພະພິກຂຸໃນສະໄໝພຸດທະການ ມີໜ້າທີ່ຈະຕ້ອງຈາຣິກໂປດສັດ ແລະ​ ເຜີຍແຜ່ພະທໍາຄຳສັ່ງສອນແກ່ປະຊາຊົນໄປໃນທີ່ຕ່າງໆ ບໍ່ຈຳເປັນຕ້ອງມີບ່ອນຢູ່ປະຈຳ ແມ່ນໃນລະດູຝົນ ຊາວບ້ານຈຶ່ງຕຳໜິວ່າໄປຢຽບເຂົ້າກ້າ ແລະ ພືດພັນອື່ນໆຈົນເສຍຫາຍ ພະພຸດທະເຈົ້າຈຶ່ງຊົງວາງ.

ປະຫວ ດບ ນເຂ າພ ນສາ ກອງປະຊຸມທາບທາມຄຳເຫັນຂັ້ນສູນກາງຕໍ່ຮ່າງກົດໝາຍວ່າດ້ວຍ ຊາຍແດນແຫ່ງຊາດ
ປະຫວ ດບ ນເຂ າພ ນສາ ສປປ ລາວ ຍັງບໍ່ພົບກໍລະນີຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນໃໝ່ ນັບເປັນເວລາ 79 ມື້ແລ້ວ
ປະຫວ ດບ ນເຂ າພ ນສາ
ບຸນເຂົ້າພັນສາ ວັນເຂົ້າພັນສາປີນີ້ ກົງກັບແຮມ 1 ຄ່ຳ ເດືອນ 8 ວັນທິດ​ ທີ​ 5​ ເດືອນກໍລະກົດ 2020.

ລະບຽບການຈຳພັນສາໃຫ້ພະພິກຂຸຢູ່ປະຈຳທີ່ບ່ອນເກົ່າຕະຫຼອດ 3 ເດືອນ ໃນລະດູຝົນ ຄືເລີ່ມຕັ້ງແຕ່ວັນແຮມ 1 ຄ່ຳ ເດືອນ 8 ຂອງທຸກປີ ເອີ້ນວ່າ “ປຸຣິມພັນສາ” ຖ້າປີໃດມີເດືອນ 8 ສອງຄັ້ງ (ສອງຫົນ) ກໍເລື່ອນມາເປັນວັນແຮມ 1 ຄ່ຳ ເດືອນແປດ ຫຼັງ ແລະ ອອກພັນສາໃນວັນຂຶ້ນ 15 ຄ່ຳ ເດືອນ 11 ເອີ້ນວ່າ “ປັດສິມພັນສາ” ເວັ້ນແຕ່ມີກິດທຸລະຄືເມື່ອເດີນທາງໄປແລ້ວ ບໍ່ສາມາດຈະກັບໄດ້ໃນມື້ນັ້ນ ກໍຊົງອະນຸຍາດໃຫ້ໄປແຮມຄືນໄດ້ ຄາວໜຶ່ງບໍ່ເກີນ 7 ຄືນ ຮຽກວ່າ “ສັດຕາຫະ” ຫາກເກີນກຳນົດນີ້ຖືວ່າບໍ່ໄດ້ຮັບປະໂຫຍດແຫ່ງການຈຳພັນສາ ຈັດວ່າພັນສາຂາດ. ຂໍ້ຍົກເວັ້ນໃຫ້ພິກຂຸຈຳພັນສາທີ່ບ່ອນອື່ນໄດ້ ໂດຍບໍ່ຖືເປັນການຂາດພັນສາ ເວັ້ນແຕ່ເກີນ 7 ວັນ ໄດ້ແກ່

1. ການໄປຮັກສາພະຍາບານພິກສຸ ຫຼືບິດາມານດາທີ່ເຈັບປ່ວຍ

2. ການໄປລະງັບພິກຂຸສາມະເນນທີ່ຢາກຈະສິກບໍ່ໃຫ້ສິກໄດ້

3. ການໄປເພື່ອກິດທຸລະຂອງຄະນະສົງ ເຊັ່ນ ການໄປຫາອຸປະກອນມາປົວແປງກຸຕິທີ່ເປ່ເພ

4. ຫາກທາຍົກນິມົນຕໍ່ໄປທຳບຸນ ກໍໄປສະຫຼອງສັດທາໃນການບຳເພັນກຸສົນຂອງເຂົາໄດ້ ນອກຈາກນີ້ ຫາກລະຫວ່າງ ເດີນທາງກົງກັບວັນຢຸດເຂົ້າພັນສາພໍດີ ພະພິກຂຸສົງເຂົ້າມາທັນໃນໝູ່ບ້ານ ຫຼືໃນເມືອງກໍພໍຈະຫາທີ່ພັກພິງໄດ້ຕາມສົມຄວນ ແຕ່ຖ້າມາບໍ່ທັນ ກໍອາໄສເຫງົ້າໄມ້ໃຫຍ່ເປັນທີ່ພັກແຮມ ຊາວບ້ານເຫັນພະໄດ້ຮັບຄວາມລຳບາກເຊັ່ນນີ້ ຈຶ່ງຊ່ວຍກັນປຸກຕູບເພື່ອໃຫ້ທ່ານໄດ້ອາໄສພັກຝົນຮ່ວມກັນຫຼາຍໆອົງ ທີ່ພັກດັ່ງກ່າວນີ້ ເອີ້ນວ່າ “ວິຫານ” ແປວ່າ ທີ່ຢູ່ຂອງສົງ​ເມື່ອໝົດແລ້ວ ພະສົງທ່ານອອກຈາຣິດຕາມກິດຂອງທ່ານຄັນຍາມເຖິງໜ້າຝົນໃໝ່ ທ່ານກໍກັບມາພັກອີກ ເພາະສະດວກດີ ແຕ່ບາງທ່ານຢູ່ປະຈຳເລີຍ ບາງທີເສດຖີທີ່ມີຈິດສັດທາເຫຼື້ອມໃສໃນພະພຸດທະສາສະໜາ ກໍເລືອກຫາສະຖານທີ່ສະຫງົບງຽບ ບໍ່ຫ່າງໄກຈາກຊຸມຊົນປານໄດ ສ້າງທີ່ພັກ ເອີ້ນວ່າ “ອາຣາມ” ໃຫ້ເປັນທີ່ຢູ່ຂອງສົງດັ່ງເຊັ່ນປັດຈຸບັນນີ້.

ທັງນີ້ ໂດຍປົກກະຕິ ເຄື່ອງໃຊ້ສອຍຂອງພະຕາມພຸດທານຸຍາດໃຫ້ມີປະຈຳຕົວນັ້ນ ມີພຽງອັດຖະບໍລິຂານ ເຊັ່ນ: ຜ້າສະບົງ ຈີວອນ(ຜ້າຄຸມ) ສັງຄາຕິ (ຜ້າສັງຄາ) ເຂັມ ບາດ ສາຍປະຄົດ (ສາຍຮັດມັດແອວ) ໝໍ້ຕອງນ້ຳ ແລະ ມີດໂກນ​ ແລະ​ ກວ່າພະທ່ານຈະຫາທີ່ບ່ອນພັກແຮມໄດ້ ບາງທີກໍຖືກຝົນຕົ້ນລະດູຕົກຮຳປຽກມາ ຊາວບ້ານທີ່ໃຈບຸນຈຶ່ງຖວາຍຜ້າອາບນ້ຳຝົນສຳລັບໃຫ້ທ່ານໄດ້ຜັດປ່ຽນ ແລະ ຖວາຍຂອງຈຳເປັນໃນການໃຊ້ກິດປະຈຳວັນຂອງທ່ານເປັນພິເສດໃນວັນເຂົ້າພັນສາ ນັບເປັນເຫດໃຫ້ມີປະເພນີທຳບຸນເນື່ອງໃນວັນນີ້ສືບມາ… ການເຂົ້າພັນສາຈະເປັນເຣື່ອງຂອງພະພິກສຸ ແຕ່ພຸດທະສາສະນິກຊົນກໍຖືເປັນໂອກາດດີທີ່ຈະໄດ້ທຳບຸນຮັກສາສີນ ແລະຊຳລະຈິດໃຈໃຫ້ຜ່ອງໃສ ກ່ອນວັນເຂົ້າພັນສາ ຊາວບ້ານກໍຈະໄປຊ່ວຍພະທຳຄວາມສະອາດເສນາສະນະ ສ້ອມແຊມກຸຕິວິຫານ ແລະ ອື່ນໆ ພໍເຖິງວັນເຂົ້າພັນສາ ກໍຈະໄປຮ່ວມທຳບຸນຕັກບາຕ ຖວາຍເຄື່ອງສັກກາລະບູຊາ ດອກໄມ້ ທູບທຽນ ແລະ ເຄື່ອງໃຊ້ ເຊັ່ນ ສະບູ ຢາຖູແຂ້ວ ເປັນຕົ້ນ ພ້ອມຟັງເທດ ຟັງທໍາ ແລະ ຮັກສາອຸໂປສົດສີນກັນຢູ່ທີ່ວັດ ບາງຄົນອາດຕັ້ງໃຈງົດເວັ້ນອະບາຍຍະມຸກຕ່າງໆ ເປັນກໍລະນີພິເສດ ເຊັ່ນ ງົດເສບສຸລາ ງົດຂ້າສັດ ເປັນຕົ້ນ ອະນຶ່ງ ບິດາມານດາມັກຈະຈັດພິທີອຸປະສົມບົດໃຫ້ລູກຫຼານຂອງຕົນ ໂດຍຖືກັນວ່າການເຂົ້າ.

ບວດຮຽນ ແລະ ຢູ່ຈຳພັນສາໃນລະຫວ່າງນີ້ ຈະໄດ້ຮັບອານິສົງຢ່າງສູງ ວັນເຂົ້າພັນສາ ນອກຈາກນີ້ ຍັງມີປະເພນີສຳຄັນທີ່ຂາດບໍ່ໄດ້ເລີຍ ຄື “ປະເພນີຫຼໍ່ທຽນເຂົ້າພັນສາ” ປະເພນີທີ່ກະທຳກັນເມື່ອໃກ້ເຖິງລະດູເຂົ້າພັນສາ ຊຶ່ງມີມາຕັ້ງແຕ່ບູຮານນະການ ການຫຼໍ່ທຽນເຂົ້າພັນສານີ້ ມີຢູ່ເປັນປະຈຳທຸກປີ ເພາະໃນໄລຍະເຂົ້າພັນສາ ພະພິກຂຸຈະຕ້ອງມີການໄຫວ້ພະສູດມົນທຳວັດທຸກເຊົ້າແລງ ແລະ​ ໃນການນີ້ຈະຕ້ອງມີທູບ-ທຽນຈູດບູຊາພ້ອມ ພຸດທະສາສະນິກະຊົນທັງຫຼາຍຈຶ່ງພ້ອມໃຈກັນຫຼໍ່ທຽນເຂົ້າພັນສາສຳລັບໃຫ້ພະພິກຂຸຈູດເປັນການກຸສົນທານຢ່າງໜຶ່ງ ເພາະເຊື່ອກັນວ່າໃນການໃຫ້ທານດ້ວຍແສງສະຫວ່າງ ຈະມີອານິສົງເພີ່ມພູນປັນຍາຫູຕາສະຫວ່າງສະໄຫວ ຕາມຊົນນະບົດນັ້ນ ການຫຼໍ່ທຽນເຂົ້າພັນສາ ເຮັດກັນຢ່າງເອີກກະເຫຼີກສະໜຸກມ່ວນຊື່ນ ເມື່ອຫຼໍ່ສຳເລັດແລ້ວ ກໍຈະມີການແຫ່ແຫນອ້ອມຮອບສິມ (ອຸໂປສົດ) 3 ຮອບ ແລ້ວນຳໄປບູຊາພະຕະຫຼອດໄລຍະເວລາ 3 ເດືອນ ບາງແຫ່ງກໍມີການປະກວດການຕົກແຕ່ງ ມີການແຫ່ແຫນຮອບເມືອງດ້ວຍຂະບວນທີ່ສວຍງາມ ໂດຍຖືວ່າເປັນງານປະຈຳປີໄປພ້ອມເລີຍ ກິດຈະກໍາຕ່າງໆທີ່ຄວນປະຕິບັດໃນວັນເຂົ້າພັນສາ – ຮ່ວມກິດຈະກໍາເຮັດທຽນຈຳນຳພັນສາ – ຮ່ວມກິດຈະກໍາຖວາຍຜ້າອາບນ້ຳຝົນ ແລະ ຈະຕຸປັດໄຈ ແກ່ພຣະພິກຂຸສາມະເນນ – ຮ່ວມທຳບຸນ ຕັກບາດ ຟັງທໍາມະເທສະໜາ ຮັກສາອຸໂປສົດສີນ – ອະທິຖານງົດເວັ້ນອະບາຍຍະມຸກຕ່າງໆ.​

ສຳລັບຜູ້ໃຫ້ທານ ຮັກສາສີນໃນເທສະການເຂົ້າພັນສາ ຈະໄດ້ຜະຫຼາອານິສົງຫຼາຍ ຍ້ອນວ່າພະພິກຂຸ ຈຳວັດປະຕິບັດທໍາຜູ້ໄດ້ອຸປະຖາກຮັກສາ ຈະປະສົບຜົນສຳເລັດ ຈະເປັນຜູ້ຈະເລີນໃນທາງທໍາ ແລະ ຈົ່ງເອົາຕົນເຂົ້າວັດປະຕິບັດ ເພື່ອເຮັດໃຫ້ຈິດໃຈໃຫ້ເປັນຜູ້ຮູ້ໃຫ້ອະໄພ ໃຫ້ຮູ້ເທົ່າທັນບັນຫາອາໄສຫຼັກທໍາ ເປັນແສງສະຫວ່າງເຍືອງທາງໃນການດຳເນີນຊີວິດ ເພື່ອຄວາມຜາສຸກໃນຊາດນີ້ ແລະ ພົບໜ້າ. ສຳລັບໃນວັນເຂົ້າພັນສານີ້ ກໍ່ມີຫຼາຍຄົນທີ່ຖືໂອກາດຂອງມື້ນີ້ເປັນວັນທີ່ລວມຕົວຂອງຄົນໃນຄອບຄົວຫຼາຍຄອບຄົວກໍຖືໂອກາດໄປເຮັດບຸນຢູ່ຕ່າງແຂວງຈຳນວນຫຼາຍ ສະນັ້ນ ກໍຈະເຮັດໃຫ້ການເດີນທາງກໍ່ພົບຄວາມຫຍຸ້ງຍາກ ເພາະສະນັ້ນຂໍໃຫ້ທຸກທ່ານຈົ່ງມີສະຕິ ແລະ​ ເດີນທາງດ້ວຍຄວາມສະຫວັດດີພາບ.​

ປະຫວ ດບ ນເຂ າພ ນສາ ເພີ່ມທະວີສາຍພົວພັນມິດຕະພາບ, ຮ່ວມມື ຫວຽດນາມ - ລາວ

ຍສໝ - ຝ່າຍຫວຽດນາມໄດ້ມອບໂຮງຮຽນຫລັງດັ່ງກ່າວໃຫ້ຝ່າຍ ລາວ, ໂຮງຮຽນມີ 3 ຊັ້ນ, ມີຫ້ອງຮຽນ 40 ຫ້ອງ ໄດ້ຕິດຕັ້ງບັນດາອຸປະກອນການຮຽນ-ການສອນຢ່າງຄົບຖ້ວນ ດ້ວຍມູນຄ່າການກໍ່ສ້າງ 49 ຕື້ກີບ.

ປະຫວ ດບ ນເຂ າພ ນສາ ຈັດຕັ້ງພິທີອັດຊຸດຮຽນພາສາຫວຽດໃຫ້ແກ່ພະນັກງານ, ນັກຮົບກະຊວງປ້ອງກັນຄວາມສະຫງົບລາວ

ຍສໝ - ເມື່ອບໍ່ດົນມານີ້, ກະຊວງປ້ອງກັນຄວາມສະຫງົບລາວ ໄດ້ສົມທົບກັບສະຖານທູດຫວຽດນາມ ແລະອົງການຕາງໜ້າກະຊວງຕໍາຫຼວດຫວຽດນາມ ປະຈໍາ ລາວ ຈັດພິທີປິດຊຸດຮຽນພາສາຫວຽດນາມ ຫຼັກສູດຕໍ່ເນື່ອງຊຸດທີ III ໃຫ້ແກ່ພະນັກງານ, ນັກຮົບກະຊວງປ້ອງກັນຄວາມສະຫງົບລາວ 17 ຄົນ.

ປະຫວ ດບ ນເຂ າພ ນສາ ລາວ: ຈະສຸມໃສ່ຫລາຍມາດຕະການຮັກສາສະຖຽນລະພາບເງິນຕາແຫ່ງຊາດ

ຜູ້ວ່າການທະນາຄານແຫ່ງ ສປປ ລາວ ລະບຸວ່າ ຈະປະຕິບັດນະໂຍບາຍເງິນຕາ ແລະ ອັດຕາແລກປ່ຽນ ໃຫ້ໄດ້ຕາມແຜນທີ່ກໍານົດໄວ້ ເພື່ອຮັບປະກັນໃຫ້ປະລິມານເງິນຂະຫຍາຍຕົວຢູ່ໃນຈັງຫວະທີ່ເສດຖະກິດສາມາດຮັບໄດ້, ບໍ່ສ້າງແຮງກົດດັນໃຫ້ເງິນເຟີ້ເພີ່ມຂຶ້ນ, ທັງສາມາດປະກອບສ່ວນຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ.

v2.vientianemai.net

ເຫດການ
302 Found

Found

The document has moved here.