ກອງປະຊຸມສຸດຍອດ ສື່ສານມວນຊົນ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຈະປືກສາຫາລືກັນ 2 ບັນຫາໃຫຍ່

09:40 | 03/07/2018

ຍ​ສ​ໝ - ມື້ນີ້ວັນທີ 3 ກໍລະກົດ, ກອງປະຊຸມຈະດຳເມີນໄປດ້ວຍການປຶກສາຫາລື 2 ຫົວຂໍ້ສຳຄັນຄື: “ສົ່ງເສີມການຊົມໃຊ້ ແລະ ພັດທະນາການທ່ອງທ່ຽວ” ແລະ “ຄຸນຄ່າແກນກາງ ແລະ ການປ່ຽນແປງຂອງສື່ສານມວນຊົນ”.

ເຂົ້າ​ຮ່ວມກ​ອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ນີ້ ຜູ້​ນຳ ກະ​ຊວງ ຖະ​ແຫຼງ​ຂ່າວ ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວລາວ, ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂອງ​ບັນ​ດາ ອົງ​ການ​ໜັງ​ສື​ພິມ ຂອງ 6 ປະ​ເທດ ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຮ່ວມ​ມື ແມ່​ນ້ຳຂອງ-ແມ່​ນ້ຳ​ລ້ານ​ຊ້າງ(MLC)ຄື: ກຳ​ປູ​ເຈຍ, ລາວ, ມ່ຽນ​ມາ, ໄທ, ຈີນ ແລະ ຫວຽດ​ນາມ.

ກອງ​ປະ​ຊຸມ​ຄັ້ງ​ນີ້​ຈະ​ສຸມ​ໃສ່​ເນື້ອ​ໃນ​ກໍ່​ຄື ການ​ຊຸກ​ຍູ້​ການ​ຮ່ວມ​ມື​ສື່​ສາ​ມວນ​ຊົນ ລະ​ຫວ່າງ​ບັນ​ດາ​ປະ​ເທດ ຕາມ​ທິດ​ທາງ​ຂອງ​ການ​ສື່​ສານມວນ​ຊົນ​ໃໝ່, ສື່​ສານມ​ວນ​ຊົນ​ລວມ​ສູນ. ຜ່າ​ນ​ການ​ສື່​ສານ​ມວນ​ຊົນ​ເພື່ອ​ຊຸກ​ຍູ້ ແລະ ເພີ່ມ​ທະ​ວີ ຮ່ວມ​ມື ໃນ​ຫຼາຍຂະ​ແໜງ​ການ​ລະ​ຫວ່າງ​ບັນ​ດາ​ປະ​ເທດ MLC.

ກອງປະຊຸມສຸດຍອດ ສື່ສານມວນຊົນ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຈະປືກສາຫາລືກັນ 2 ບັນຫາໃຫຍ່

ທ່ານ​ ບໍ່​ແສງ​ຄຳ ວົງ​ດາ​ລາ ລັດ​ຖະ​ມົນ​ຕີ ກະ​ຊວງ ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ກ່າວ​ຄຳ​ປາ​ໄສ​ທີ່ກອງ​ປະ​ຊຸມ.

ກອງ​ປະ​ຊຸມ​ມີ​ຄວາມ​ໝາຍ​ສຳ​ຄັນ​ແນ​ໃສ່​ເພີ່ມ​ທະ​ວີ​ຮ່ວມ​ມື​ລະ​ຫວ່າງ 6ປ​ະ​ເທດ MLC, ດ້ວຍ​ເປົ້າ​ໝາຍ​ຊຸກ​ຍູ້​ຄວາ​ມ​​ຮູ້ຄວາມ​ເຂົ້າ​ໃຈ ແລະ ນ້ຳ​ໃຈ​ມິດ​ຕະ​ພາບ.

ບັນ​ດາ​ປະ​ເທດ MLC ມາ​ຮອດ​ປະ​ຈຸ​ບັນ ໄດ້​ມີ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂະ​ແໜງ​ການ​ຄື: ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ.

ບັນ​ດາ​ຜູ້​ແທນ​ທີ່ກອງ​ປະ​ຊຸມ​ໄດ້​ຢືນ​ຢັນ​ວ່າ: ກອງ​ປະ​ຊຸມ​ຄັ້ງ​ນີ້​ເປັນ​ໂອ​ກາດ​ດີ​ໃຫ້​ແກ່​ການ​ຮ່ວມ​ມື​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ, ຮ່ວມ​ສືກ​ສາ​ຮຽນ​ຮູ້​ເຊິ່ງ​ກັນ​ແລະ​ກັນ, ກໍ່​ສ້າງ​ສະ​ມັດ​ຊາ 6 ປະ​ເທດ ລຽບ​ຕາມ​ລຸ່ມ​ແມ່​ນ້ຳ​ຂອງ​ພັດ​ທະ​ນາ​ຈະ​ເລີນ​ຮຸ່ງ​ເຮືອງ.

ທີ່ກອງ​ປະ​ຊຸມ ບັນ​ດ​າ​ຜູ້​ແທນ​ໄດ້​ເນັ້ນ​ໜັກ​ວ່າ: ທິດ​ທາງ​ພັດ​ທະ​ນາ​ສື່​ສານມວນ​ຊົນ​ໃໝ່ ດ້ວຍ​ການ​ຊ່ວຍ​ເຫຼືອ​ຫຼັກ​ຂອງ​ເຕັກ​ໂນ​ໂລ​ຊີ ແລະ ເຕັກ​ນິກ ນັບ​ມື້​ນັບ​ທັນ​ສະ​ໄໝ.

ກອງປະຊຸມສຸດຍອດ ສື່ສານມວນຊົນ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຈະປືກສາຫາລືກັນ 2 ບັນຫາໃຫຍ່

ພາບ​ປະ​ກອບ.

ໃນ​ຂະ​ແໜງ​ສື່​ສານມວນ​ຊົນ ອົງ​ການ​ໜັງ​ສື​ພິມ​ຂອງ​ບັນ​ດາ​ປະ​ເທດໄດ້​ຮັບ​ການມອບ​ໝາຍ ພາ​ລະ​ກິດ​ສື່​ສານມວນ​ຊົນ​ຮ່ວມ​ມື​ຊຸກ​ຍູ້ ການ​ແລກ​ປ່​ຽນ, ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ສັນ​ຕິ​ພາບ ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ.

ເວ​ທີ MLC ຈັດ​ຂື້ນ​ບົນ​ ຫຼັກ​ການ​ພື້ນ​ຖານ​ຂອງ​ການ​ຮ່​ວມ​ມື ຄື: ເປັນ​ເອກ​ກະ​ພາບ, ເທົ່າ​ທຽມ​ກັນ, ປະ​ສານ​ສົມ​ທົບ, ປືກ​ສາ​ຫາ​ລື​ເຊິ່ງ​ກັນ​ແລະ​ກັນ, ສະ​ໝັກ​ໃຈ, ຮ່ວມ​ກັນ​ປະ​ກອບ​ສ່ວນ, ແບ່ງ​ປັນ​ຜົນ​ປະ​ໂຫຍດ, ເຄົາ​ລົບກົດ​ບັດ​ຂອງ​ສະ​ຫະ​ປະ​ຊາ​ຊາດ ແລະ ກົດ​ໝາຍ​ສາ​ກົນ. ຮ່ວມ​ມື​ແມ່ນ້ຳ​ຂອງ-ແມ່​ນ້ຳ​ລ້ານ​ຊ້າງ ໄດ້​ຕັ້ງ​ບັນ​ຫາ​ໃຈ​ກາງເຂົ້າ​ໃນ 5ຂະ​ແໜງ​ການ ບູ​ລິ​ມະ​ສິດ​ຄື: ຄຸມ​ຄອງ​ຊັບ​ພະ​ຍາ​ກອນ​ທຳ​ມ​ະ​ຊາດ, ເຊື່ອມ​ຕໍ່, ຮ່ວມ​ມື​ຄວາມ​ສາ​ມາດ​ໃນ​ການຜ​ລິດ, ຮ່ວມ​ມື​ເສດ​ຖະ​ກິດ​ຜ່ານ​ຊາຍ​ແດນ, ກະ​ສິ​ກຳ ແລະ ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ.

ຮ່ວມ​ມື​ແມ່​ນ້ຳ​ຂອງ-ແມ່​ນ້ຳ​ລ້ານ​ຊ້າງ ຄືການ ຊຸກ​ຍູ້​ກາ​ນ​ຮ່ວມ​ມື​ຮອບ​ດ້ານ​ເພື່ອ​ກໍ່​ສ້າງ ມວນ​ຊົນ​ທີ່​ມີຄວາມ​ຮັບ​ຜິດ​ຊອບ ແລະ ຜົນ​ປະ​ໂຫຍດ​ຮ່ວມ ໃນ​ປະ​ເທດ​ລຸ່ມ​ແມ່​ນ້ຳ​ຂອງ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.