ຕາງໜ້າບັນດາສື່ຈາກແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງປະກອບຄຳເຫັນ ໃນກອງປະຊຸມຄົບຄະນະສຸດຍອດ ສື່ມວນຊົນ

11:08 | 04/07/2018

ໃນປັດຈຸບັນ ຍຸກໂລກາພິວັດ ຖືເປັນຍຸກແຫ່ງຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີ ທີ່ບໍ່ມີພົມແດນໄດ້ເຕີບໃຫຍ່ ແລະ ຂະຫຍາຍຕົວຢ່າງວ່ອງໄວ, ສະນັ້ນການກະຈາຍ ແລະ ໄດ້ຮັບຂໍ້ມູນຂ່າວສານ ມີຫລາຍຮູບການ ແລະ ຫລາຍຊ່ອງທາງ, ແຕ່ສໍາລັບປະເທດທີ່ຍັງທຸກຍາກ ແລະ ດ້ອຍພັດທະນາ.

ຕາງໜ້າບັນດາສື່ຈາກແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງປະກອບຄຳເຫັນ ໃນກອງປະຊຸມຄົບຄະນະສຸດຍອດ ສື່ມວນຊົນ

ທ່ານ ສູນທອນ ຄັນທະວົງ ອຳນວຍການຂ່າວສານປະເທດລາວ.(ພາບ: ສະຫວາດ)

ຕາງໜ້າບັນດາສື່ມວນຊົນຈາກ 6 ປະເທດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ມີ ກຳປູເຈຍ, ຈີນ, ລາວ, ໄທ, ມຽນມາ ແລະ ຫວຽດນາມ ໄດ້ຂຶ້ນປະກອບຄຳເຫັນ ໃນກອງປະຊຸມ ຄົບຄະນະ ສຸດຍອດສື່ມວນຊົນ ໃນຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ພາຍໃຕ້ຫົວຂໍ້ “ການຮ່ວມມືໃນປະຊາຄົມແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ເພື່ອແສງສະຫວ່າງໃນອະນາຄົດ”, ເຊິ່ງໄດ້ຈັດຂຶ້ນໃນວັນທີ 2 ກໍລະກົດ 2018 ທີ່ນະຄອນ ຫລວງວຽງຈັນ, ໂດຍການເປັນປະທານຮ່ວມໂດຍ ທ່ານ ສະຫວັນຄອນ ຣາຊມຸນຕີ ຮອງລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ຖົວ ເຈິ້ນ ຫົວໜ້າບັນນາທິການ ໜັງສືພິມ ປະຊາຊົນລາຍວັນຈີນ ມີບັນດາຜູ້ຕາງໜ້າສື່ຈາກສຳນັກຂ່າວສານປະເທດລາວ, ສຳນັກຂ່າວສານຊິນຮົວ ສປ ຈີນ, ສູນຂ່າວສານ Dermot Ampil ກຳປູເຈຍ, ບໍລິສັດສື່ Shwe Than Lwin ແລະ ໜັງສືພິມ ປະຊາທິປະໄຕວັນນີ້ ມຽນມາ, ສື່ຈາກປະເທດໄທ, ແລະ ຜູ້ຕາງໜ້າຈາກໜັງສືພິມ Nhan Dan ຫວຽດນາມ. ນອກຈາກນີ້, ຍັງມີຜູ້ຕາງໜ້າ ຈາກບໍລິສັດດາວທຽມລາວ-ອາຊີປາຊີຟິກ ແລະ ບໍລິສັດໂທລະພາບລາວດີຈີຕອນ ຈຳກັດ.

ກອງປະຊຸມດັ່ງກ່າວ, ໄດ້ເປັນການສ້າງເງື່ອນໄຂ ໃຫ້ສື່ມວນຊົນຈາກທັງ 6 ປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ມີໂອກາດພົບປະສົນທະນາ ແລກປ່ຽນ ບົດຮຽນເຊິ່ງກັນ ແລະ ກັນ, ຊອກຊ່ອງທາງກຳນົດກົນໄກ ແລະ ທິດທາງຮ່ວມມືພັດທະນາວຽກງານ ສື່ສານມວນຊົນ ໃນພາກພື້ນນີ້ໃຫ້ຂະຫຍາຍຕົວຍິ່ງຂຶ້ນ. ພ້ອມທັງເສີມສ້າງສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ, ຫລຸດຜ່ອນຄວາມແຕກໂຕນກັນ ດ້ານການພັດທະນາ, ເພີ່ມທະວີການຮ່ວມມື ແລະ ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳ ຂອງປະເທດລຽບຕາມແມ່ນ້ຳຂອງ-ແມ່ນໍ້າລ້ານຊ້າງ ດ້ວຍການສ້າງຄວາມເຂົ້າອົກເຂົ້າໃຈກັນ, ສາມັກຄີຊ່ວຍເຫລືອ ເຊິ່ງກັນ ແລະ ກັນ, ເພີ່ມທະວີການ ປຶກສາຫາລື ແລະ ແລກປ່ຽນການພົວພັນຮ່ວມມື ຢ່າງສະເໝີພາບ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ”.

ທ່ານ ສູນທອນ ຄັນທະວົງ ອຳນວຍການຂ່າວສານປະເທດລາວ ກ່າວວ່າ: ໃນປັດຈຸບັນ ຍຸກໂລກາພິວັດ ຖືເປັນຍຸກແຫ່ງຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີ ທີ່ບໍ່ມີພົມແດນໄດ້ເຕີບໃຫຍ່ ແລະ ຂະຫຍາຍຕົວຢ່າງວ່ອງໄວ, ສະນັ້ນການກະຈາຍ ແລະ ໄດ້ຮັບຂໍ້ມູນຂ່າວສານ ມີຫລາຍຮູບການ ແລະ ຫລາຍຊ່ອງທາງ, ແຕ່ສໍາລັບປະເທດທີ່ຍັງທຸກຍາກ ແລະ ດ້ອຍພັດທະນາ ແມ່ນຍັງມີຂີດຈຳກັດ ທາງດ້ານງົບປະມານ ຈຶ່ງບໍ່ສາມາດນຳໃຊ້ພາຫະນະ ຫລື ອຸປະກອນວິຊາການສື່ມວນຊົນ ທີ່ມີເຕັກໂນໂລຊີສູງ ແລະ ລາຄາແພງ ໃນການກະຈາຍຂໍ້ມູນຂ່າວສານຢ່າງມີປະສິດທິຜົນ ແລະ ວ່ອງໄວອອກສູ່ສັງຄົມ ແລະ ໂລກ. ກອງປະຊຸມ ສຸດຍອດ ສື່ມວນຊົນຄັ້ງນີ້, ຖືເປັນຫົວຂໍ້ທີ່ເປັນບາດກ້າວ ອັນສຳຄັນສະໜັບສະໜູນ ແລະ ຊຸກຍູ້ການຮ່ວມມື ພັດທະນາສື່ມວນຊົນ ທັງ 6 ປະເທດດັ່ງກ່າວ ຕາມເປົ້າໝາຍ ແລະ ຈຸດປະສົງຮ່ວມກັນ. ສະນັ້ນ ເພື່ອໃຫ້ເປົ້າໝາຍ ແລະ ຈຸດປະສົງຮ່ວມກັນ ອົງການສື່ມວນຊົນທັງ 6 ປະເທດ ມີຄວາມຈຳເປັນຕ້ອງໄດ້ ປຶກສາຫາລືຮ່ວມກັນ ໃນການນຳສະເໜີຂໍ້ມູນຂ່າວສານ ທີ່ຖືກຕ້ອງເປັນຄວາມຈິງ ແລະ ສ້າງສັນ ໃຫ້ປະຊາຊົນໃນພາກພື້ນນີ້ໄດ້ຮັບຊາບ ດ້ວຍການເຂົ້າໄປມີບົດບາດ ໃນການນຳພາແນວຄິດຂອງປະຊາ ຊົນ ແນໃສ່ເພື່ອສ້າງຄວາມເຂົ້າໃຈ ແລະ ໄວ້ວາງ ໃຈເຊິ່ງກັນ ແລະກັນ, ພ້ອມກັນນຳໃຊ້ຜົນປະໂຫຍດ ແລະ ທ່າແຮງທີ່ມີຢ່າງຫລວງຫລາຍ ຮ່ວມກັນໃນອະນາຄົດ ບົນພື້ນຖານ ຮັດແໜ້ນການພົວພັນ ແລະ ຮ່ວມມືພັດທະນາຮ່ວມກັນ ໃນພາກພື້ນຂອງພວກເຮົາ, ໂດຍສະເພາະ ເລີ່ມຈາກການຮ່ວມກັນຊຸກຍູ້ສົ່ງເສີມ ແລກປ່ຽນ ແລະ ການໂຄສະນາ ວຽກງານທ່ອງທ່ຽວໃຫ້ກັນ ແລະ ກັນ.

ທ່ານ ນາງ ທັດສະນີ ພົນຊານີໂກ ຮອງເອກອະທິບໍດີ ກົມປະຊາສຳພັນແຫ່ງ ປະເທດໄທ ໄດ້ກ່າວວ່າ: ເພື່ອໃຫ້ເກີດແລວທາງເສດຖະກິດ ໃນອະນຸພາກພື້ນລຸ່ມນໍ້າຂອງ ແລະ ສາມາດເຊື່ອມຕໍ່ ກັບແລວທາງເສດຖະກິດຂອງພາກພື້ນອື່ນໆ ອັນນີ້ຈະນໍາເອົາໂອກາດອັນໃຫຍ່ຫລວງ ໃຫ້ແກ່ພາກພື້ນນີ້. ສໍາລັບບົດບາດຂອງສື່ມວນຊົນ ໃນການສະຫນັສະຫນູນ ຂອບການຮ່ວມມືື ແມ່ນໍ້າຂອງ-ລ້ານຊ້າງນັ້ນ ປະເທດໄທ ໄດ້ດຳເນີນການ ແລະ ຍິນດີ ສະໜັບສະໜູນຕະຫລອດມາ ຢ່າງໃດກໍ່ຕາມ ກໍ່ຕ້ອງໄດ້ຮັບການຍອມຮັບວ່າ ໃນຍຸກສະໄໝດີຈີຕອນ ທີ່ເຕັກໂນໂລຊີ ແລະ ນະວັດຕະກໍາປ່ຽນແປງທຸກໆມື້ ພວກເຮົາໃນຖານະເປັນຜູ້ບໍລິຫານ ແລະ ນັກຂ່າວສານມວນຊົນ ຈຶ່ງຕ້ອງປັບຕົວໃຫ້ສອດຄ່ອງ ກັບພຶດຕິກໍາຂອງຜູ້ບໍລິໂພກຂ່າວສານ ໃນຍຸກທີ່ມີການຫລອມລວມຂອງສື່ (Media Convergence) ເນື່ອງຈາກການສື່ສານເກີດຂຶ້ນຕະຫລອດເວລາ ບົນພື້ນທີ່ສາທາລະນະ ແລະ ພື້ນທີ່ສ່ວນຕົວ ຜູ້ຊົມໃຊ້ສື່ມີເສລີພາບຍິ່ງຂຶ້ນ ໃນການກຳນົດເນື້ອຫາ ແລະ ຮູບແບບການນໍາໃຊ້ປະໂຫຍດ ປັດໄຈເຫລົ່ານີ້ ສົ່ງຜົນກະທົບໃຫ້ກົມປະຊາສຳພັນ ໃນຖານະອົງ ການດ້ານການ ປະຊາສຳພັນ ແລະ ສື່ສານມວນຊົນພາກລັດ ຕ້ອງປັບຕົວໃຫ້ບໍລິການ ໃນໃນລັກສະນະມັນຕິມີເດຍ (Mantimidia) ໃນການເພີ່ມຊ່ອງທາງໃຫ້ຄວາມຫລາກຫລາຍ ເປັນທາງເລືອກ ສໍາລັບປະຊາຊົນ ຈາກທີ່ເຄີຍໃຫ້ຄວາມ ສຳຄັນກັບວິທະຍຸກະຈາຍສຽງ ແລະ ໂທລະພາບ, ເຊິ່ງເປັນສື່ມວນຊົນຫລັກ ຕ້ອງຫັນມາວາງຍຸດທະສາດອອກແບບເນື້ອຫາ ເພື່ອບໍລິການກຸ່ມເປົ້າຫມາຍທີ່ແຕກຕ່າງກັນໄປ ຫລາກຫລາຍຊ່ອງທາງທັງ ອອນລາຍ (online) ແລະ ສື່ສັງຄົມຮ່ວມກັນ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.