ເປີດສູນຄົ້ນຄວ້າແມ່ນ້ຳຂອງສາກົນໃນ ສປປ ລາວ

15:59 | 06/06/2018

ສປປ ລາວ ເປັນປະເທດທີ 2 ທີ່ໄດ້ເປີດສູນຄົ້ນຄວ້າ ແມ່ນ້ຳຂອງສາກົນ (Global Center for Mekong Studies of Laos: GCMS-Laos).

ເປີດສູນຄົ້ນຄວ້າແມ່ນ້ຳຂອງສາກົນໃນ ສປປ ລາວ

ເປີດສູນຄົ້ນຄວ້າແມ່ນ້ຳຂອງສາກົນ ໃນ ສປປ ລາວ ( Global Center for Mekong Studies of Laos: GCMS-Laos).

ກະຊວງການຕ່າງປະເທດ ຈັດພິທີເປີດສູນຄົ້ນຄວ້າແມ່ນ້ຳຂອງສາກົນ ໃນ ສປປ ລາວ ( Global Center for Mekong Studies of Laos: GCMS-Laos) ​ໃນວັນທີ 6 ມິຖຸນາ 2018 ຢູ່ສະຖາບັນການຕ່າງປະເທດ, ​ໂດຍ​ການເປັນປະທານໃນການຕັດແຖບຜ້າ ຂອງ ທ່ານ ແສງເພັດ ຮຸ່ງບຸນຍວງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ຫວັງ ເວີນທຽນ (Wang Wentian) ເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳ ສປປ ລາວ, ມີຜູ້ຕ່າງໜ້າຈາກກອງເລຂາສູນຄົ້ນຄວ້າແມ່ນ້ຳຂອງ ສປ ຈີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

​ໂອກາດ​ນີ້, ທ່ານນາງ ພິມພາ ແກ້ວມີໄຊ ຮອງ ຫົວໜ້າສະຖາບັນການຕ່າງປະເທດ ​ແລະ ທ່ານ Lin Qing ຫົວໜ້າກົມຄົ້ນຄວ້າບັນຫາສາກົນ ຂອງສະຖາບັນຄົ້ນຄວ້າສາກົນຂອງຈີນ, ຫົວໜ້າກອງເລຂາສູນຄົ້ນຄວ້າແມ່ນ້ຳຂອງສາກົນ ຂອງຈີນໄດ້ໃຫ້ຮູ້ວ່າ: ການຮ່ວມມືໃນຂອບເຂດແມ່ນ້ຳຂອງ -ແມ່ນ້ຳລ້ານຊ້າງ ເປັນກົນໄກການຮ່ວມມືອະນຸພາກພື້ນທີ່ເຊື່ອມຕໍ່ລະຫວ່າງ ສປ ຈີນ ແລະ ບັນດາປະເທດສະມາຊິກອານຸພາກພື້ນແມ່ນ້ຳຂອງ ທີ່ເນັ້ນໃສ່ການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ດ້ານເສດຖະກິດ ແລະ ວັດທະນະທຳ-ສັງຄົມ ​ເຊິ່ງລັດຖະບານຈີນ ໃຫ້ຄວາມສຳຄັນ ໃນການຮ່ວມ ມືກັບທຸກປະເທດ ບົນພື້ນຖານຕ່າງຝ່າຍຕ່າງ ໄດ້ຮັບຜົນປະໂຫຍດ ແລະ ສອດຄ່ອງກັບນະໂຍບາຍຂອງຈີນ ທີ່ໃຫ້ຄວາມສຳຄັນໃນການຮ່ວມມືກັບບັນດາປະເທດບ້ານໃກ້ເຮືອນຄຽງ. ການເປີດ ສູນ GCMS-Laos ເປັນກາລະໂອກາດອັນດີໃຫ້ແກ່ ສປປ ລາວ ໃຫ້ບັນລຸເປົ້າໝາຍຍຸດທະສາດການຫັນປະເທດຈາກປະ ເທດທີ່ບໍ່ມີທາງອອກສູ່ທະເລ ກາຍເປັນປະເທດທາງຜ່ານຂອງສາກົນ ອັນເປັນພື້ນຖານ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດ ເຮັດໃຫ້ປະຊາຊົນລາວຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ສປປ ລາວ ເປັນປະເທດທີ 2 ທີ່ໄດ້ເປີດສູນຄົ້ນຄວ້າ ແມ່ນ້ຳຂອງສາກົນ ຫລື GCMS ຖັດຈາກປະເທດກຳປູເຈຍ ​ເຊິ່ງໄດ້ເປີດສູນ GCMS- Cambodia ໃນເດືອນກັນຍາ 2017 ທີ່ຜ່ານມາ. ສູນ GCMS ໄດ້ຮັບການສ້າງຕັ້ງຂຶ້ນ ໃນວັນທີ 28 ກັນຍາ 2017 ເຊິ່ງເປັນການລິເລີ່ມຂອງຝ່າຍຈີນ ແລະ ບັນດາປະເທດສະມາຊິກ ໄດ້ເຫັນດີຕໍ່ການລິເລີ່ມດັ່ງກ່າວ ແລະ ເຫັນພ້ອມຮັບຮອງເອົາ ໃນກອງປະຊຸມລັດຖະມົນຕີຕ່າງປະເທດ ໃນຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 2( The 2th Lancang-Mekong Cooperation: LMC) ໃນເດືອນພະຈິກ 2016, ທີ່ພະນົມເປັນ ປະເທດກຳປູເຈຍ ​ເຊິ່ງເປັນເຄືອຂ່າຍຄັງປັນຍາ (Think Thank) ໃນຂອບການຮ່ວມມືດັ່ງກ່າວ ເພື່ອສົ່ງເສີມການຮ່ວມມື, ການແລກປ່ຽນທາງດ້ານວິຊາການ ແລະ ຍົກສູງການມີສ່ວນຮ່ວມ ຂອງບັນດາ ສະຖາບັນຄົ້ນຄ້ວາ ໃນການຕອບສະໜອງຄວາມຄິດເຫັນ, ຂໍ້ສະເໜີແນະທາງດ້ານນະໂຍບາຍໃຫ້ແກ່ລັດຖະບານ ແລະ ອົງການຈັດຕັ້ງສາກົນອື່ນໆ. ທັງນີ້, ກໍເພື່ອເປັນການສົ່ງເສີມການຮ່ວມມືກັນ ສຳລັບ ອານາຄົດຕໍ່ແຫ່ງການພັດທະນາທີ່ຮຸ່ງເຮືອງ ຂອງບັນດາປະເທດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ທັງ 6 ປະເທດຄື: ລາວ, ສປ ຈີນ, ກຳປູເຈຍ, ມຽນມາ, ໄທ ແລະ ຫວຽດນາມ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.