ຫວຽດນາມ ນຳສົ່ງພົນລະເມືອງຢູ່ອົດສະຕາລີ ແລະ ນິວຊີແລນ ກັບຄືນປະເທດຢ່າງປອດໄພ

14:31 | 02/06/2020

ຍສໝ - ອີງຕາມຄວາມປາຖະໜາຂອງພົນລະເມືອງ, ຄວາມສາມາດໃນການແຍກອອກຫ່າງ ຢູ່ບັນດາທ້ອງຖິ່ນໃນປະເທດ ແລະ ສະຖານະການຂອງພະຍາດ, ໃນຕອນເຊົ້າວັນທີ 2 ມິຖຸນາ, ພົນລະເມືອງຫວຽດນາມຈຳນວນ 344 ຄົນ ຈາກປະເທດອົດສະຕາລີ ແລະ ປະເທດນິວຊີແລນ, ໃນນັ້ນມີເດັກນ້ອຍ ແລະ ຜູ້ເຖົ້າຫຼາຍຄົນ ໄດ້ກັບຄືນປະເທດຢ່າງປອດໄພ.

ຫວຽດນາມ ນຳສ ງພ ນລະເມ ອງຢ ອ ດສະຕາລ ແລະ ນ ວຊ ແລນ ກ ບຄ ນປະເທດຢ າງປອດໄພ ໜັງສືພິມຍີ່ປຸ່ນ: ບໍ່ມີຜູ້ເສຍຊີວິດຍ້ອນ Covid-19, ຫວຽດນາມໄດ້ສ້າງຄວາມແປກໃຈໃຫ້ທົ່ວໂລກ
ຫວຽດນາມ ນຳສ ງພ ນລະເມ ອງຢ ອ ດສະຕາລ ແລະ ນ ວຊ ແລນ ກ ບຄ ນປະເທດຢ າງປອດໄພ ພົນລະເມືອງຫວຽດນາມຫຼາຍກວ່າ 340 ຄົນ ຈາກໄຕ້ຫວັນ ແລະ ຈີນໄດ້ກັບຄືນປະເທດຢ່າງປອດໄພ

ໃນວັນທີ 1 ແລະ 2 ມິຖຸນາ, ອົງການທີ່ມີໜ້າທີ່ຫວຽດນາມ, ບັນດາອົງການຜູ້ຕາງໜ້າຫວຽດນາມ ຢູ່ອົດສະຕາລີ, ນິວຊີແລນ ແລະ ສາຍການບິນແຫ່ງຊາດຫວຽດນາມ ໄດ້ຮ່ວມມືກັບ ບັນດາອົງການທີ່ມີໜ້າທີ່ທ້ອງຖິ່ນ ເພື່ອນຳສົ່ງພົນລະເມືອງຈຳນວນ 344 ຄົນ ເຊິ່ງເປັນປະຊາຊົນຫວຽດນາມ ຈາກຫຼາຍລັດທີ່ແຕກຕ່າງກັນຂອງປະເທດອົດສະຕາລີ ແລະ ປະເທດນິວຊີແລນ ໄດ້ກັບຄືນບ້ານຢ່າງປອດໄພ.

ຫວຽດນາມ ນຳສ ງພ ນລະເມ ອງຢ ອ ດສະຕາລ ແລະ ນ ວຊ ແລນ ກ ບຄ ນປະເທດຢ າງປອດໄພ
ບັນດາອົງການຜູ້ຕາງໜ້າຫວຽດນາມ ຢູ່ອົດສະຕາລີ ນໍາສົ່ງພົນລະເມືອງກັບຄືນປະເທດຢ່າງປອດໄພ. (ພາບ: VOV)

ນີ້ແມ່ນບັນດາພົນລະເມືອງທີ່ມີຄວາມປາດຖະໜາ ຢາກກັບຄືນປະເທດ ແລະ ມີສະພາບການທີ່ຫຍຸ້ງຍາກຫຼາຍ, ປະກອບມີເດັກນ້ອຍອາຍຸຕ່ຳກວ່າ 18 ປີ, ຜູ້ເຖົ້າ, ຄົນເຈັບປ່ວຍ, ແມ່ຍິງຖືພາ, ຜູ້ອອກແຮງງານທີ່ໝົດອາຍຸວີຊາ, ໝົດກຳນົດສັນຍາແຮງງານ, ນັກສຶກສາໄດ້ສຳເລັດການສຶກສາ ແລະ ບໍ່ມີບ່ອນພັກອາໄສ, ນັກທ່ອງທ່ຽວທີ່ບໍ່ມີຍາດພີ່ນ້ອງຢູ່ໃນປະເທດປະຈຳຖິ່ນ ແລະ ຜູ້ໄປປະຕິບັດງານໄລຍະສັ້ນ ກໍ່ຖືກຕິດຄ້າງໄວ້ຍ້ອນຜົນກະທົບຂອງການພະຍາດ COVID-19.

ບັນດາອົງການຕົວແທນ ຫວຽດນາມ ໄດ້ມານະພະຍາຍາມຕິດຕໍ່ພົວພັນ ແລະ ເຮັດວຽກກັບອົງການທີ່ມີໜ້າທີ່ທ້ອງຖິ່ນໃນການຈັດຕັ້ງຖ້ຽວບິນ, ໄດ້ສ້າງເງື່ອນໄຂສະດວກໃຫ້ພົນລະເມືອງຫວຽດນາມ ທີ່ເຄື່ອນຍ້າຍໄປສະໜາມບິນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການເຂົ້າ - ອອກເມືອງຂອງສອງປະເທດ. ບັນດາພະນັກງານຂອງອົງການຜູ້ຕາງໜ້າຫວຽດນາມ ຫວຽດນາມ ໄດ້ໄປສະໜາມບິນເພື່ອຊ່ວຍເຫຼືອຂະບວນການອອກເດີນທາງ ແລະ ຂຶ້ນເຮືອບິນຂອງພົນລະເມືອງໂດຍໄວ, ສະດວກ ແລະ ປອດໄພ.

ຫວຽດນາມ ນຳສ ງພ ນລະເມ ອງຢ ອ ດສະຕາລ ແລະ ນ ວຊ ແລນ ກ ບຄ ນປະເທດຢ າງປອດໄພ
(ພາບ: VOV)

ດ້ວຍເປົ້າໝາຍແມ່ນຮັບປະກັນສຸຂະພາບຂອງພົນລະເມືອງ ແລະ ປ້ອງກັນການແຜ່ລະບາດຂອງພະຍາດ, ສາຍການບິນແຫ່ງຊາດຫວຽດນາມ ໄດ້ປະຕິບັດມາດຕະການຢ່າງເຂັ້ມງວດ ກ່ຽວກັບຄວາມປອດໄພ ແລະ ອະນາໄມກັນພະຍາດໃນຕະຫຼອດເວລາບິນ. ພາຍຫຼັງທີ່ຖ້ຽວບິນໄດ້ລົງຈອດທີ່ສະໜາມສາກົນ ເຕີນເຊີນຍຶດ ຢ່າງປອດໄພ, ຜູ້ໂດຍສານທຸກຄົນໃນຖ້ຽວບິນ ແມ່ນ ໄດ້ກວດສຸຂະພາບ ແລະ ນຳສົ່ງໄປສະຖານທີ່ແຍກອອກຫ່າງທີ່ຕາມລະບຽບການ.

ຫວຽດນາມ ນຳສ ງພ ນລະເມ ອງຢ ອ ດສະຕາລ ແລະ ນ ວຊ ແລນ ກ ບຄ ນປະເທດຢ າງປອດໄພ ໜັງສືພິມຍີ່ປຸ່ນ: ບໍ່ມີຜູ້ເສຍຊີວິດຍ້ອນ Covid-19, ຫວຽດນາມໄດ້ສ້າງຄວາມແປກໃຈໃຫ້ທົ່ວໂລກ

ຍສໝ - ໜັງສືພິມ Asahi Shimbun (ຍີ່ປຸ່ນ) ໃຫ້ຮູ້ວ່າ, ຫວຽດນາມໄດ້ສ້າງຄວາມແປກໃຈໃຫ້ທົ່ວໂລກ ດ້ວຍການຍຸດທະນາການສະກັດກັ້ນພະຍາດ ຢ່າງມີປະສິດທິຜົນ, ສະແດງໃຫ້ເຫັນດ້ວຍການບໍ່ມີຜູ້ເສຍຊີວິດຍ້ອນ Covid-19.

ຫວຽດນາມ ນຳສ ງພ ນລະເມ ອງຢ ອ ດສະຕາລ ແລະ ນ ວຊ ແລນ ກ ບຄ ນປະເທດຢ າງປອດໄພ ການພົວພັນຫວຽດນາມ - ຈີນ ໄດ້ຮັກສາທ່າອ່ຽງພັດທະນາຢ່າງຕັ້ງໜ້າ

ຍສໝ - ທ່ານເລຮວ່າຍຈູງ - ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ສະເໜີໃຫ້ປະເທດຈີນ ທີ່ຊຸກຍູ້ ຂັ້ນຕອນການເປີດທ້ອງຕະຫຼາດ ສຳລັບຜະລິດຕະພັນກະເສດ, ເປີດກວ້າງບັນຊີລາຍຊື່ຂອງບັນດາວິສາຫະກິດຫວຽດນາມ ທີ່ສາມາດສົ່ງອອກນົມ ແລະ ເຂົ້າໄປປະເທດຈີນ.

ຫວຽດນາມ ນຳສ ງພ ນລະເມ ອງຢ ອ ດສະຕາລ ແລະ ນ ວຊ ແລນ ກ ບຄ ນປະເທດຢ າງປອດໄພ ໜັງສືພິມການາດາ ໄດ້ຍ້ອງຍໍຊົມເຊີຍ ຫວຽດນາມ ໄດ້ຕໍ່ສູ້ກັບພະຍາດ Covid-19 ທີ່ມີປະສິດທິຜົນ

ຍສໝ - ໜັງສືພິມ The Globe and Mail, ເຊິ່ງແມ່ນໜຶ່ງໃນບັນດາໜັງສືພິມ ທີ່ໜ້າເຊື່ອຖືທີ່ສຸດຂອງ ການາດາ ໃນວັນທີ 28 ພຶດສະພາ ໄດ້ລົງພິມບົດຂຽນເນັ້ນໜັກເຖິງວຽກງານຕໍ່ສູ້ຕ້ານພະຍາດ Covid-19 ຂອງຫວຽດນາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.