ລັດຖະມົນຕີອິນໂດເນເຊຍ: ສະຕິປະຕິບັດລະບຽບວິໄນຂອງຊາວຫວຽດນາມ ແມ່ນຂໍ້ກຸນແຈພາໄປເຖິງຜົນສໍາເລັດໃນການຮັບມືກັບພະຍາດໂຄວິດ-19

14:43 | 27/05/2020

ຍສໝ - ທ່ານ Airlangga Hartarto ລັດຖະມົນຕີປະສານງານເສດຖະກິດອິນໂດເນເຊຍ ຖືວ່າ ອິນໂດເນເຊຍ ຍາກທີ່ຈະປະຕິບັດໄດ້ບັນດາມາດຕະການຄືຫວຽດນາມ ຍ້ອນຫຼາຍບັນຫາ, ລະອຽດແມ່ນ “ສະຕິປະຕິບັດລະບຽບວິໄນຂອງວົງຄະນະຍາດ”.

ລ ດຖະມ ນຕ ອ ນໂດເນເຊຍ ສະຕ ປະຕ ບ ດລະບຽບວ ໄນຂອງຊາວຫວຽດນາມ ແມ ນຂ ກ ນແຈພາໄປເຖ ງຜ ນສ າເລ ດໃນການຮ ບມ ກ ບພະຍາດໂຄວ ດ 19 ນະຄອນໂຮ້ຍອານ ແຂວງກວາງນາມ ສສ.ຫວຽດນາມ ເຂົ້າບັນຊີລາຍຊື່ 10 ນະຄອນງາມສຸດຍອດຢູ່ໂລກປີ 2020.
ລ ດຖະມ ນຕ ອ ນໂດເນເຊຍ ສະຕ ປະຕ ບ ດລະບຽບວ ໄນຂອງຊາວຫວຽດນາມ ແມ ນຂ ກ ນແຈພາໄປເຖ ງຜ ນສ າເລ ດໃນການຮ ບມ ກ ບພະຍາດໂຄວ ດ 19 ນໍາຮູບພາບຫວຽດນາມ ມາຍັງ Bentiu
ລ ດຖະມ ນຕ ອ ນໂດເນເຊຍ ສະຕ ປະຕ ບ ດລະບຽບວ ໄນຂອງຊາວຫວຽດນາມ ແມ ນຂ ກ ນແຈພາໄປເຖ ງຜ ນສ າເລ ດໃນການຮ ບມ ກ ບພະຍາດໂຄວ ດ 19
ທ່ານ Airlangga Hartarto ລັດຖະມົນຕີປະສານງານເສດຖະກິດອິນໂດເນເຊຍ. (ພາບ: Fakta.news)

ລັດຖະບານອິນໂດເນເຊຍ ພວມສ້າງແຜນການປະຕິບັດຄວາມເປັນລະບຽບຮຽບຮ້ອຍ “ປົກກະຕິໃໝ່” ໃນໄລຍະພະຍາດໂຄວິດ-19 ເພື່ອຟື້ນຟູພື້ນຖານເສດຖະກິດ ແລະຊີວິດການເປັນຢູ່ຂອງປະຊາຊົນໃນຂະນະຍັງສືບຕໍ່ຮັກສາບັນດາຮູບການສາທາລະນະສຸກເພື່ອສະກັດສັ້ນແຜ່ລະບາດພະຍາດໂຄວິດ-19.

ທ່ານ Airlangga Hartarto ຖືວ່າ ອິນໂດເນເຊຍ ຍາກທີ່ຈະປະຕິບັດໄດ້ບັນດາມາດຕະການຄືຫວຽດນາມ ຍ້ອນຫຼາຍບັນຫາ, ລະອຽດແມ່ນ “ສະຕິປະຕິບັດລະບຽບວິໄນຂອງວົງຄະນະຍາດ”. ທ່ານກໍ່ຖືວ່າ ຖ້າປະຊາຄົມປະຕິບັດບັນດາຫຼັກການຮັກສາໄລຍະຫ່າງໃນສັງຄົມຢ່າງເຂັ້ມງວດພະຍາດໂຄວິດ-19 ຈະສິ້ນສຸດໂດຍໄວ. ທ່ານກໍ່ຍົກອອກບາງຕົວຢ່າງຂອງຫວຽດນາມ ເມື່ອລັດຖະບານຫວຽດນາມ ປະຕິບັດການຮັກສາໄລຍະຫ່າງໃນສັງຄົມ, ປະຊາຊົນປະຕິບັດຕາມ, ໃສ່ຜ້າອັດປາກ-ອັດດັງເມື່ອອອກນອກ ແລະບໍ່ເຕົ້າໂຮມຫຼາຍຄົນ.

ເມື່ອບໍ່ດົນມານີ້, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຕອບສຳພາດຕໍ່ນັກຂ່າວຂອງບາງອົງການສື່ມວນຊົນຕ່າງປະເທດປະຈຳ ຫວຽດນາມ ຄືສຳນັກຂ່າວສານ Bloomberg (ອາເມລິກາ), ໂທລະພາບ NHK ແລະ ໜັງສືພິມ Akahata (ຍີ່ປຸ່ນ), ສຳນັກຂ່າວສານ TASS (ລັດເຊຍ) ກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຂອງ ຫວຽດນາມ.

ທີ່ການຕອບສຳພາດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ: ທັດສະນະລຸລ່ວງຂອງພັກ, ລັດ ແລະ ລັດຖະບານ ຫວຽດນາມ ແມ່ນເປັນເຈົ້າການ, ບໍ່ປະໝາດ, “ຕ້ານໂລກລະບາດຄືຕ້ານສັດຕູ”, ປຸກລະດົມກຳລັງແຮງ ແລະ ການເຂົ້າຮ່ວມຂອງທັງລະບົບການເມືອງ, ປະຊາຄົມສາກົນ, ຖືການປ້ອງກັນໂລກລະບາດເປັນບຸລິມະສິດ, ສະກັດກັ້ນຄວາມສ່ຽງແຜ່ລະບາດຈາກພາຍນອກ… ສະນັ້ນ, ມາຮອດປັດຈຸບັນ, ຫວຽດນາມ ສາມາດຄວບຄຸມໂລກບາດໄດ້ໂດຍພື້ນຖານ ພ້ອມທັງ ຮັກສາເສດຖະກິດມະຫາພາກໃຫ້ຍືນຍົງ, ຫັນປ່ຽນໄປສູ່ສະພາບ “ປົກກະຕິໃໝ່”, ຕັດສິນໃຈບັນລຸການເຕີບໂຕ GDP ໃຫ້ໄດ້ 4,5 – 5% ໃນປີ 2020.

ມາຮອດວັນທີ 26 ພຶດສະພາ ເປັນມື້ທີ 40 ຢ່າງລຽນຕິດທີ່ຫວຽດນາມ ບໍ່ພົບຜູ້ຕິດເຊື້ອໃໝ່ໃນວົງຄະນະຍາດ. ມາຮອດຈຸດເວລານີ້ ຫວຽດນາມ ມີ 272/326 ຜູ້ຕິດເຊື້ອໂຄວິດ-19 ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແລ້ວ. ຜູ້ຕິດເຊື້ອ 54 ຄົນທີ່ຍັງເຫຼືອນັ້ນ ພວມໄດ້ຮັບການປິ່ນປົວຢູ່ບັນດາໂຮງໝໍຂັ້ນແຂວງ, ຂັ້ນສູນກາງ ລ້ວນແຕ່ມີອາການສຸຂະພາບເປັນປົກະຕິ.

ລ ດຖະມ ນຕ ອ ນໂດເນເຊຍ ສະຕ ປະຕ ບ ດລະບຽບວ ໄນຂອງຊາວຫວຽດນາມ ແມ ນຂ ກ ນແຈພາໄປເຖ ງຜ ນສ າເລ ດໃນການຮ ບມ ກ ບພະຍາດໂຄວ ດ 19 VINDO ສະໜັບສະໜູນ ຜ້າອັດປາກ ເປັນຄັ້ງທີສອງ ໃຫ້ແກ່ຊາວຫວຽດນາມ ທີ່ Hokkaido ເພື່ອຕໍ່ສູ້ຕ້ານກັບ COVID-19

ຍສໝ - ຫວ່າງມໍ່ໆນີ້, ຜູ້ຕາງໜ້າຄະນະບໍລິຫານງານຂອງສະມາຄົມຊາວຫວຽດນາມ ຢູ່ Hokkaido ໄດ້ເປີດການແຈກຢາຍຜ້າອັດປາກ ເປັນຄັ້ງທີສອງຢ່າງເປັນທາງການ. ຄາດວ່າສະມາຄົມຈະອຸປະຖຳເພີ່ມຜ້າອັດປາກ 600 ອັນ ໃຫ້ແກ່ຊາວຫວຽດນາມ 300 ຄົນທີ່ ພວມດຳລົງຊີວິດ ແລະ ເຮັດວຽກຢູ່ທ້ອງຖິ່ນເພື່ອຕໍ່ສູ້ຕ້ານກັບ COVID-19.

ລ ດຖະມ ນຕ ອ ນໂດເນເຊຍ ສະຕ ປະຕ ບ ດລະບຽບວ ໄນຂອງຊາວຫວຽດນາມ ແມ ນຂ ກ ນແຈພາໄປເຖ ງຜ ນສ າເລ ດໃນການຮ ບມ ກ ບພະຍາດໂຄວ ດ 19 ຊາວຫວຽດນາມອາໄສຢູ່ຕ່າງປະເທດມຸ່ງໄປສູ່ວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ

ຍສໝ - ວັນທີ 15 ພຶດສະພາ, ສະຖານທູດ ຫວຽດນາມປະຈຳຝລັ່ງໄດ້ຈັດຕັ້ງບັນດາການເຄື່ອນໄຫວເພື່ອສະເຫຼີມສະຫຼອງ 30 ປີ ແຫ່ງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ. ໃນນັ້ນ, ສະຖານທູດຫວຽດນາມ ປະຈຳ ຝະລັ່ງພ້ອມກັບອຳນາດການປົກຄອງທ້ອງຖິ່ນໄດ້ຈັດພິທີອາໄລຫາ,ຖະຫວາຍດອກໄມ້ຢູ່ອະນຸສາວະລີປະທານໂຮ່ຈີມິນ ຢູ່ສວນສາທາລະນະ Montreau, ນະຄອນ Montreuil.

ລ ດຖະມ ນຕ ອ ນໂດເນເຊຍ ສະຕ ປະຕ ບ ດລະບຽບວ ໄນຂອງຊາວຫວຽດນາມ ແມ ນຂ ກ ນແຈພາໄປເຖ ງຜ ນສ າເລ ດໃນການຮ ບມ ກ ບພະຍາດໂຄວ ດ 19 ປະຊາຄົມຊາວຫວຽດນາມຢູ່ເຢຍລະມັນ ມອບຜ້າອັດປາກ 100.000 ອັນ ໃຫ້ປະຊາຊົນໃນ 16 ລັດ ຂອງປະເທດເຢຍລະມັນ

ຍສໝ - ເມື່ອບໍ່ດົນມານີ້, ທ່ານນາງ ບຸ່ຍທູມີງ ແລະ ທ່ານ Frank ດີ້ງເຈືອງ ຕາງໜ້າໃຫ້ຄະນະການຈັດຕັ້ງໂຄງການໄດ້ມອບສັນຍາລັກຂອງຜ້າອັດປາກ 100.000 ອັນ ທີ່ເປັນຂອງຂວັນຈາກປະຊາຄົມຊາວຫວຽດນາມຢູ່ເຢຍລະມັນມອບໃຫ້ແກ່ປະຊາຊົນເຢຍລະມັນ ສຳລັບ ອັງການຈັດຕັ້ງ WUS (ບໍລິການມະຫາວິທະຍາໄລໂລກ) ຢູ່ Wiesbaden.

ໄຊພອນ

ເຫດການ
302 Found

Found

The document has moved here.