ມອບເຮືອນຫລັງໃໝ່ 3 ຫລັງໃຫ້ແກ່ຜູ້ທຸກຍາກ

11:30 | 01/05/2020

ຍສໝ - ເມື່ອບໍ່ດົນມານີ້, ສະຫະພັນບັນດາອົງການມິດຕະພາບກຽນຢາງ (KUFO) ໄດ້ສົມທົບກັບກອງບັນຊາການທະຫານແຂວງ ແລະ ອຳນາດການປົກຄອງຕາແສງຟອງດົງ (ເມືອງວິ້ງທ້ວນ, ກຽນຢາງ) ໄດ້ຈັດພິທີມອບຮັບເຮືອນໃຫ້ແກ່ບັນດາຄອບຄົວຊົນເຜົ່າຂະແມປະສົບກັບສະພາບຄວາມຫຍຸ້ງຍາກ ຢູ່ ໝູ່ບ້ານ ກາຍຍູມ.    

ມອບເຮ ອນຫລ ງໃໝ 3 ຫລ ງໃຫ ແກ ຜ ທ ກຍາກ ສະຖານທູດຫວຽດນາມປະຈຳ ສິງກະໂປ ແຈ້ງການກ່ຽວກັບການນໍາສົ່ງ ພົນລະເມືອງຫວຽດນາມກັບເມືອປະເທດ
ມອບເຮ ອນຫລ ງໃໝ 3 ຫລ ງໃຫ ແກ ຜ ທ ກຍາກ ບຸກຄົນ ແລະ ອົງການຈັດຕັ້ງພາຍໃນ ແລະ ຕ່າງປະເທດບໍລິຈາກເງິນເພື່ອຊື້ ຜ້າອັດປາກທາງການແພດ ມອບໃຫ້ແກ່ປະຊາຊົນສະຫະລັດອາເມລິກາ ຕ້ານພະຍາດ COVID-19
ມອບເຮ ອນຫລ ງໃໝ 3 ຫລ ງໃຫ ແກ ຜ ທ ກຍາກ
ມອບເຮືອນຫລັງໃໝ່ 3 ຫລັງໃຫ້ແກ່ຜູ້ທຸກຍາກ

ທີ່ພິທີມອບ - ຮັບ, ທ່ານ ແຢງອຸດ - ປະທານ KUFO ກ່າວວ່າ: ນີ້ແມ່ນວຽກງານແທດກັບຕົວຈິງ, ເພື່ອປະຕິບັດນະໂຍບາຍຂອງພັກ ແລະ ລັດ ກ່ຽວກັບການເບິ່ງແຍງດູແລຄອບຄົວທຸກຍາກ ແລະ ປະຊາຊົນບັນດາເຜົ່າ, ພັດທະນາເສດຖະກິດຄອບຄົວ, ຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງຍືນຍົງ; ຈາກນັ້ນປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດໂຄງການແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່ ເປັນຢ່າງດີ.

ຕາມທ່ານ ເຢືອງອູດກືງ, ເລຂາຄະນະພັກຕາແສງຟອງດົງ ໃຫ້ຮູ້ວ່າ, ໃນກິດຈະກໍາ ບຸນເຕັດນັກຮົບ - ພໍ່ແມ່ປະຊາຊົນ ປີ 2020 ແລະ ຂະບວນການກໍ່ສ້າງຊົນນະບົດໃໝ່, ຕາແສງ ຟອງດົງ ໄດ້ຮັບແຫຼ່ງກຳລັງໜູນຊ່ວຍຫຼາຍຢ່າງຈາກທຸກຂັ້ນ, ຂະແໜງການ ຂອງສູນກາງ, ແຂວງ, ແລະສະຫະພັນບັນດາອົງການມິດຕະພາບກຽນຢາງ ໄດ້ກໍ່ສ້າງເຮືອນໃໝ່ 79 ຫລັງ, ຂົວເປຕົງ 5 ແຫ່ງ, ປະກອບສ່ວນປັບປຸງບັນດາມາດຖານສຳເລັດການກໍ່ສ້າງຊົນນະບົດໃໝ່ຂອງທ້ອງຖິ່ນ…

ລາຍງານໃຫ້ຮູ້ວ່າ, ໝູ່ບ້ານ ກາຍຍູມ., ຕາແສງຟອງດົງ ມີ 350 ຄົວເຮືອນ, ມີ 1,453 ຄົນ; ຄອບຄົວທຸກຍາກ 18 ຄອບຄົວ, ຄອບຄົວໃກ້ຈະທຸກຍາກ 57 ຄອບຄົວ.ໃນນັ້ນ, ຄອບຄົວທຸກຍາກໃນກຸ່ມຊົນເຜົ່າຂະແມມີ 11 ຄົວເຮືອນ, ມີ 32 ຄອບຄົວໃກ້ຈະທຸກຍາກ, ໃນຈຳນວນທັງໝົດ 131 ຄົວເຮືອນ, 485 ຄົນ.

ມອບເຮ ອນຫລ ງໃໝ 3 ຫລ ງໃຫ ແກ ຜ ທ ກຍາກ ສະມາຄົມມິດຕະພາບຫວຽດນາມ - Azerbaijan ໄດ້ມອບອຸປະກອນການແພດ ເພື່ອຊ່ວຍເຫຼືອປະຊາຊົນ Azerbaijan
ມອບເຮ ອນຫລ ງໃໝ 3 ຫລ ງໃຫ ແກ ຜ ທ ກຍາກ ບົດບາດຂອງແນວຮົບການທູດ ໄດ້ປະກອບສ່ວນເຂົ້າໃນໄຊຊະນະຄັ້ງປະຫວັດສາດ ວັນທີ 30 ເມສາ 1975
ມອບເຮ ອນຫລ ງໃໝ 3 ຫລ ງໃຫ ແກ ຜ ທ ກຍາກ ໜັງສືພິມເຢຍລະມັນ ຕີລາຄາສູງວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຂອງຫວຽດນາມ

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.