ປະທານາທິບໍດີອິນໂດເນເຊຍ ໄດ້ຮັບການເລືອກຕັ້ງອີກໜຶ່ງສະໄໝ

19:08 | 21/05/2019

ຍສໝ - ຜົນການເລືອກຕັ້ງຢ່າງເປັນທາງການ ທີ່ຄະນະກໍາມະການເລືອກຕັ້ງອິນໂດເນເຊຍ ໄດ້ປະກາດໃນຕອນເຊົ້າ ວັນທີ 21 ພຶດສະພາ ວ່າ: ປະທານປະທານາທິບໍດີ Joko Widodo ໄດ້ຮັບໄຊຊະນະໃນການເລືອກຕັ້ງອີກໜຶ່ງສະໄໝ.

ທ່ານ Widodo ໄດ້ຮັບຄະແນນສຽງ 55,5% ຫຼາຍກ່ວາ ຄູ່ແຂ່ງຄື ນາຍພົນ Prabowo Subianto ເຊິ່ງໄດ້ 44,5%.

ການປ່ຽນແປງດັ່ງກ່າວນີ້ ອາດຈະເຮັດໃຫ້ເກີດ ຄວາມທ້າທາຍດ້ານກົດຫມາຍ ແລະ ມີການເດີນຂະບວນປະທ້ວງ, ເພາະວ່າ Prabowo ກ່າວວ່າ: ມີການສໍ້ໂກງໃນການເລືອກຕັ້ງທົ່ວປະເທດ.

ປະທານາທິບໍດີອິນໂດເນເຊຍ ໄດ້ຮັບການເລືອກຕັ້ງອີກໜຶ່ງສະໄໝ

ອີງຕາມປະກາດເປັນທາງການວັນທີ 21 ເດືອນພຶດສະພາ, ທ່ານ Widodo ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີອີກ. ພາບ: Reuters

ເພື່ອຮັບປະກັນຄວາມປອດໄພ ໃຫ້ແກ່ການປະກາດຜົນການເລືອກຕັ້ງ, ອິນໂດເນເຊຍ ຮັດແໜ້ນປ້ອງກັນຄວາມສະຫງົບ, ຈັດຕໍາຫຼວດ ແລະ ພົນທະຫານ ກວ່າ 32,000 ຄົນ ກຽມພ້ອມຈະຈູ່ໂຈມ ກໍ່ຄືປະຕິບັດໜ້າທີ່ປັອງກັນຄວາມສະຫງົບ ຢູ່ ນະຄອນຫຼວງ Jakarta.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.