ພັກປະຊາທິປັດຂອງໄທ ຍອນຮັບການພ່າຍແພ້ໃນການເລືອກຕັ້ງ

00:54 | 15/05/2019

ຍສໝ - ວັນທີ 24 ມີນາ, ສື່ມວນຊົນທ້ອງຖິ່ນ ຄັດຄໍາເວົ້າ ຂອງ ທ່ານ ອົງອາດ ຄຳ້ໄພບູນ, ໜຶ່ງໃນແກນນຳ ຂອງພັກປະຊາທິປັດ, ຍອນຮັບວ່າ ພັກພ່າຍແພ້ ພັກ ພະລັງປະຊາລັດ.

ພັກປະຊາທິປັດຂອງໄທ ຍອນຮັບການພ່າຍແພ້ໃນການເລືອກຕັ້ງ

ນາຍົກລັດທະມົນຕີ ໄທ ປຣາອຢຸດ ຈັນໂອຊາ ໃຊ້ສິດປ່ອນບັດ ເລືອກຕັ້ງ ຢູ່ນະຄອນຫຼວງ ບັງກອກ ວັນທີ 24 ເດືອນມີນາ. (ພາບ: ສຳນັກຂ່າວຫວຽດນາມ)

ວັນທີ 24 ເດືອນມີນາ, ສື່ມວນຊົນທ້ອງຖິ່ນຄັດດຄໍາເວົ້າ ຂອງທ່ານ ອົງອາດ ຄຳ້ໄພບູນ, ໜຶ່ງໃນແກນນຳຂອງພັກປະຊາທິປັດ, ຍອນຮັບວ່າ ພັກພ່າຍແພ້ ພັກ ພະລັງປະຊາລັດ.

ດ້ວຍຈຳນວນບັດໄດ້ຮັບການນັບໄດ້ 46% ຊ່ວງເວລາ19 ໂມງ 30 ນາທີ, ພັກປະຊາທິປັດ ຢູ່ລຳດັບທີ 5, ມີ 39 ຕັ່ງນັ່ງໃນສະພາ, ພາຍຫຼັງພັກ ເພື່ອໄທ, ພັກ ພະລັງປະຊາລັດ, ພັກ ພູມໃຈໄທ ແລະ ພັກ ອານາຄົດໃໝ່.

ທ່ານ ອົງດາດ ໄດ້ໃຫ້ຮູ້ວ່າ: ການສະໜັບສະໜູນນໍາພັກນີ້ ໃນເມື່ອກ່ອນ ໄດ້ຍ້າຍໄປສະໜັບສະໜູນ ພັກ ພະລັງປະຊາລັດ ແລະ ດີເບດ ນາຍົກລັດຖະມົນຕີ ປຣະຢຸດ ຈັນໂອຊາ ຂອງພັກນີ້, ໂດຍສະເພາະແມ່ນ ຢູ່ ນະຄອນຫຼວງ ບາງກອກ ແລະ ບັນດາແຂວງພາກໃຕ້ຂອງໄທ.

ໃນການເລືອກຕັ້ງປີ 2011, ພັກປະຊາທິປັດ ໄດ້ຮັບ 22 ຕັ່ງ ຢູ່ບາງກອກ, ແຕ່ປີນີ້ ພັກປະຊາທິປັດ ອາດຈະຍາດໄດ້ພຽງ 10 ຕັ່ງເທົ່ານັ້ນ.

ຕາມທ່ານ ອົງອາດ, ຜົນຂອງການເລືອກຕັ້ງ ສະແດງໃຫ້ເຫັນວ່າ: ຜູ້ມີສິດເລືອກຕັ້ງ(ປະຊາຊົນ) ຢາກເປັນເຈົ້າການໃກຮບໍລິຫານປະເທດເອງ, ຖ້າເວົ້າເຖິງ ໄຊຊະນະ ຂອງພັກ ພະລັງປະຊາລັດ ຢູ່ ທ້ອງຖີ່ນດັ່ງກ່າວ.

(ຫັດ​ທະ​ບູນ)

ເຫດການ