ນະຄອນຫຼວງ ຮ່າໂນ້ຍ ຈະນຳໃຊ້ການທົດສອບວິເຄາະ Covid-19 ຢ່າງດ່ວນໃນທົ່ວນະຄອນ

12:15 | 03/04/2020

ຍສໝ - ທ່ານຫງວຽນດຶກຈຸງ, ປະທານຄະນະກຳມະການ ປະຊາຊົນນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ, ນະຄອນ ຮ່າໂນ້ຍ ໄດ້ເພີ່ມເຕີມຊຸດທົດສອບວິເຄາະຢ່າງດ່ວນ ເຊິ່ງໃຫ້ຜົນການກວດພາຍໃນ 10 ນາທີ, ສະນັ້ນມັນຈະມີເງື່ອນໄຂ ເພື່ອຂະຫຍາຍການທົດລອງ ແລະ ເລືອກເຟັ້ນບັນດາກໍລະນີຖືກຕິດເຊື້ອ Covid-19.

ນະຄອນຫ ວງ ຮ າໂນ ຍ ຈະນຳໃຊ ການທ ດສອບວ ເຄາະ covid 19 ຢ າງດ ວນໃນທ ວນະຄອນ ກະຊວງສາທາລະນະສຸກ ສປປ.ລາວ ໄດ້ບັນທຶກກໍລະນີທີ 10 ຖືກຕິດເຊື້ອໄວຣັດ Covid-19
ນະຄອນຫ ວງ ຮ າໂນ ຍ ຈະນຳໃຊ ການທ ດສອບວ ເຄາະ covid 19 ຢ າງດ ວນໃນທ ວນະຄອນ ລາວ ຮຽກຮ້ອງໃຫ້ຄູ່ຮ່ວມພັດທະນາ ຊ່ວຍເຫຼືອເຄື່ອງມືການແພດກວດວິເຄາະຫາເຊື້ອພະຍາດ

ທີ່ກອງປະຊຸມຄະນະຊີ້ນຳນະຄອນຫຼວງ ຮ່າໂນ້ຍ ກ່ຽວກັບ ພະຍາດ Covid-19, ທ່ານ ຫງວຽນດຶກຈຸງ, ປະທານຄະນະກຳມະການ ປະຊາຊົນນະຄອນຫຼວງ ຮ່າໂນ້ຍ ໄດ້ຮຽກຮ້ອງໃຫ້ພະແນກສາທາລະນະສຸກ ໄດ້ດຳເນີນການທົດສອບວິເຄາະຢ່າງດ່ວນໃນຫຼາຍຂົງເຂດ ເພື່ອກວດກາ ແລະ ເລືອກເຟັ້ນ ຜູ້ທີ່ຖືກຕິດເຊື້ອ SARS-CoV-2.

ນະຄອນຫ ວງ ຮ າໂນ ຍ ຈະນຳໃຊ ການທ ດສອບວ ເຄາະ covid 19 ຢ າງດ ວນໃນທ ວນະຄອນ
ປະຕິບັດທົດສອບວິເຄາະຢ່າງດ່ວນ ໃນເຂດດົງດາ. (ພາບ: KTĐT)

ທ່ານ ຫງວຽນດຶກຈຸງ ໄດ້ສະເໜີໃຫ້ກອງກຳລັງສືບຕໍ່ປະຕິບັດກວດກາ, ແຍກອອກຫ່າງ ແລະ ເອົາຕົວຢ່າງວິເຄາະ ຂອງທຸກໆກໍລະນີທີ່ອາໃສຢູ່ໃນເຂດໂຮງໝໍ ແບກມາຍ ແລະ ອອກຈາກໂຮງໝໍຕັ້ງແຕ່ວັນທີ 15 ມີນາ - 25 ມີນາ 2020. ພ້ອມດຽວກັນນີ້, ນະຄອນຫຼວງ ຮ່າໂນ້ຍ ໄດ້ສືບຕໍ່ຈັດຕັ້ງການທົດສອບຢ່າງໄວວາໃນຊຸມຊົນ ເພື່ອກວດພົບກໍລະນີທີ່ຖືກຕິດເຊື້ອພະຍາດ, ສຸມໃສ່ການທົດສອບວິເຄາະ ໃນພື້ນທີ່ແຍກອອກຫ່າງ ເພື່ອຫຼຸດຜ່ອນຄວາມໜາແໜ້ນຂອງຜູ້ແຍກອອກ.

ທ່ານ ຫງວຽນດຶກຈຸງ ໄດ້ໃຫ້ຮູ້ວ່າ ປະຈຸບັນນະຄອນຫຼວງ ຮ່າໂນ້ຍ ມີຊຸດ Kit ທົດລອງຢ່າງດ່ວນ 125,000 ຊຸດ ເພື່ອໃຫ້ສາມາດຂະຫຍາຍການທົດສອບໄດ້ຢ່າງດ່ວນ ໃນ 9 ເມືອງທົ່ວນະຄອນ, ແລະ ຈະເລີ່ມປະຕິບັດ ແຕ່ວັນທີ 2 ເມສາ ເປັນຕົ້ນໄປ.

ນອກຈາກນັ້ນ, ບັນດາທ້ອງຖິ່ນ ໄດ້ແນະນຳໃຫ້ປະຊາຊົນລົງທະບຽນທົດສອບວິເຄາະໃນແອັບ Smart City ເພື່ອຫລີກລ້ຽງການຊຸມນຸມຫຼາຍຄົນໃນຈຸດເວລາດຽວກັນ.

ນະຄອນຫ ວງ ຮ າໂນ ຍ ຈະນຳໃຊ ການທ ດສອບວ ເຄາະ covid 19 ຢ າງດ ວນໃນທ ວນະຄອນ ນັກທ່ອງທ່ຽວຄົນ Ireland ມີຄວາມປະທັບໃຈ ກ່ຽວກັບວິທີການຕໍ່ສູ້ກັບພະຍາດ COVID-19 ຂອງຫວຽດນາມ

ຍສໝ​ - ພາຍຫຼັງປະຕິບັດການແຍກອອກຫ່າງເປັນເວລາ 14 ວັນ ຢູ່ແຂວງ ເຫງ້ອານ ເພື່ອປ້ອງກັນການລະບາດຂອງພະຍາດ Covid-19, ທ້າວ Ethan ແລະ ນາງ Uyoa ໄດ້ສົ່ງຄຳຂອບອົກຂອບໃຈຕໍ່ເຈົ້າໜ້າທີ່ ແລະ ພະນັກງານທະຫານຫວຽດນາມ, ແລະ ຫວັງວ່າຈະໄດ້ກັບມາ ຫວຽດນາມ ເພື່ອຄົ້ນຫາການທ່ອງທ່ຽວຢູ່ຫວຽດນາມ ໃນເວລາມໍ່ໆນີ້.

ນະຄອນຫ ວງ ຮ າໂນ ຍ ຈະນຳໃຊ ການທ ດສອບວ ເຄາະ covid 19 ຢ າງດ ວນໃນທ ວນະຄອນ ເປີດກອງທຶນເພື່ອສະໜັບສະໜູນ ລັດຖະບານສະກັດກັ້ນພະຍາດ Covid-19

ຍສໝ - ວັນທີ 1 ເມສານີ້, ລາວ ໄດ້ປະກາດ ການຈັດຕັ້ງປະຕິບັດ “ໂຄງການລະດົມທຶນ ເພື່ອສະໜັບສະໜູນ ການປ້ອງກັນ ແລະ ຕ້ານ ພະຍາດ Covid-19”.

ນະຄອນຫ ວງ ຮ າໂນ ຍ ຈະນຳໃຊ ການທ ດສອບວ ເຄາະ covid 19 ຢ າງດ ວນໃນທ ວນະຄອນ ກະຊວງສາທາລະນະສຸກ ສປປ.ລາວ ໄດ້ບັນທຶກກໍລະນີທີ 10 ຖືກຕິດເຊື້ອໄວຣັດ Covid-19

ຍສມ - ອີງຕາມການປະກາດຫຼ້າສຸດຂອງກະຊວງສາທາລະນະສຸກ ສປປ.ລາວ ໃຫ້ຮູ່ວ່າມາຮອດປະຈຸບັນ, ໃນປະເທດລາວມີຜູ້ຕິດເຊື້ອໄວຣັດ Covid ທັງໝົດເປັນ 10 ຄົນແລ້ວ. ລັດຖະບານ ສປປ.ລາວ ໄດ້ຕັດສິນໃຈປິດໂຮງໝໍເອກະຊົນທັງໝົດ, ເພື່ອສະກັດກັ້ນຄວາມສ່ຽງຕໍ່ການຕິດພະຍາດ.

ຄໍາຮຸ່ງ

ເຫດການ
302 Found

Found

The document has moved here.