ຫວຽດນາມ: ຜູ້ໂດຍສານແຈ້ງອາການສຸຂະພາບເອເລັກໂຕນິກແບບບັງຄັບຢູ່ບັນດາຖ້ຽວບິນພາຍໃນປະເທດ

06:31 | 24/03/2020

ຍສໝ - ຜູ້ໂດຍສານແຈ້ງອາການສຸຂະພາບອອນລາຍໃນເວັບໄຊຂອງກະຊວງສາທາລະນະສຸກທີ່ລະຫັດ tokhaiyte.vn ຫຼື ແຈ້ງຜ່ານແອັບອາການສຸຂະພາບ “Vietnam Health Declaration” ໂດຍດາວໂຫຼດໃສ່ໂທລະສັບມືຖືຜ່ານ CH Play ຫຼື App Store.

ຫວຽດນາມ: ຜູ້ໂດຍສານແຈ້ງອາການສຸຂະພາບເອເລັກໂຕນິກແບບບັງຄັບຢູ່ບັນດາຖ້ຽວບິນພາຍໃນປະເທດ

ພາບປະກອບ

ໂດຍປະຕິບັດຕາມຄຳຮຽກຮ້ອງຂອງບັນດາອົງການເຈົ້າໜ້າທີ່ເພື່ອປະກອບສ່ວນເຂົ້າໃນການກວດພົບກໍລະນີຕິດເຊື້ອພະຍາດ ແລະ ສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ-19 ໂດຍໄວ, ບໍລິສັດການບິນ Vietnam Airlines ແລະ Bamboo Airways ໄດ້ອອກແຈ້ງການໃຫ້ຮູ້ວ່າ ກ່ອນທີ່ຈະເດີນທາງໃນບັນດາຖ້ຽວບິນຢູ່ພາຍໃນປະເທດ, ຜູ້ໂດຍສານທຸກຄົນຕ້ອງແຈ້ງອາການສຸຂະພາບເອເລັກໂຕນິກແບບບັງຄັບ.

ວັນທີ 21 ມີນາ 2020, ກະຊວງການຕ່າງປະເທດໄດ້ປະກາດວ່າໃນສະພາບການໂລກລະບາດ Covid – 19 ສືບຕໍ່ມີການຜັນແປຢ່າງສັບສົນໃນທົ່ວໂລກ, ເພື່ອຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຕ້ານ, ສະກັດກັ້ນ ແລະຄວບຄຸມການແຜ່ລາມຂອງໂລກລະບາດຢ່າງມີປະສິດທິຜົນ, ລັດຖະບານຫວຽດນາມໄດ້ຕົກລົງຢຸດຕິດຊົ່ວຄາວການເຂົ້າເມືອງຫວຽດນາມສຳລັບຊາວຕ່າງປະເທດທັງໝົດ, ຍົກເວັ້ນກໍລະນີເຂົ້າເມືອງດ້ວຍຈຸດປະສົງທາງການທູດ, ທາງລັດຖະການແລະບັນດາກໍລະນີພິເສດ, ຢຸດຕິຊົ່ວຄາວຜົນສັກສິດຂອງການຍົກເວັ້ນວີຊາທີ່ອອກໃຫ້ຊາວຫວຽດນາມແລະຍາດຕິພີ່ນ້ອງ. ບັນດາມາດຕະການດັ່ງກ່າວໄດ້ນຳໃຊ້ເລີ່ມແຕ່ເວລາ 00 ໂມງ 00 ນາທີຂອງວັນທີ 22 ມີນາປີ 2020.

ຕອນເຊົ້າວັນທີ 23 ມີນາ, ຫວຽດນາມ ໄດ້ປະກາດມີ 3 ກໍລະນີຕິດໂລກລະບາດໂຄວິດ-19 ໃໝ່ຕື່ມອີກ. 2 ກໍລະນີດັ່ງກ່າວແມ່ນຊາວຫວຽດນາມ ດຳລົງຊີວິດ, ຮ່ຳຮຽນ ຢູ່ໂຮນລັງ, ສ.ເຊັກໂກ ກັບເມືອປະເທດ ແລະ ທ່ານໝໍຄົນໜຶ່ງຢູ່ພະແນກສຸກເສີນ, ໂຮງໝໍພະຍາດເຂດຮ້ອນສູນກາງ ສາຂາ ດົງແອັງ, ຮ່າໂນ້ຍ, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອຢູ່ຫວຽດນາມ ຂຶ້ນເປັນ 116 ກໍລະນີ. ໄລ່ມາຮອດເວລາ 15 ໂມງຂອງວັນທີ 23 ມີນາ, ໄດ້ມີຜູ້ຕິດເຊື້ອໄວຣັດ SARS – CoV – 2 ຕື່ມອີກ 5 ຄົນ, ອັນໄດ້ຍົກຈໍານວນຜູ້ຕິດເຊື້ອພະຍາດ Covid – 19 ຢູ່ຫວຽດນາມ ຂຶ້ນເປັນ 121 ຄົນ.

(ໄຊພອນ)

ໄຊພອນ

ເຫດການ
302 Found

Found

The document has moved here.