ລັດເຊຍ: ເຮືອບິນ ລຸກໄໝ້ ເຮັດໃຫ້ເສຍຊີວິດ 41 ຄົນ

08:26 | 06/05/2019

ຍສໝ - ໃນວັນທີຕອນຄຳ່ 5 ພຶດສະພາ, ມີເສຍຊີວິດທັງຫມົດ 41 ຄົນ ໃນຄະນະທີ່ເຮືອບິນລຸກໄໝ້ແຮງ ຢ່າງຮຸນແຮງ ຢູ່ຊານເມືອງ Moscow.

ລັດເຊຍ: ເຮືອບິນ ລຸກໄໝ້ ເຮັດໃຫ້ເສຍຊີວິດ 41 ຄົນ

ເຫດການໄຟໄໝ້ເຮືອບິນ ຢູ່ ລັດເຊຍ.

ອີງຕາມການລາຍງານຂອງ ສຳນັກຂ່າວ Interfax ຂອງ ລັດເຊຍ, ໃນຈໍານວນຜູ້ເສຍຊີວິດທັງຫມົດ 41 ຄົນມີເດັກນ້ອຍ 2 ຄົນທີ່ເສຍຊີວິດ ໃນເຫດການນີ້ຄັ້ງນີ້.

ຕາມອົງການຄຸ້ມຄອງການບິນລັດເຊຍ, ເຮືອບິນທີ່ເກີດອຸບັດຕິເຫດໄຟລຸກໄໝ້ ມີເລກໝາຍແມ່ນ SU 1492 ມີຜູ້ໂດຍສານ 73 ຄົນ ແລະ ໜ່ວຍບິນ ອີກ 5 ຄົນ, ບິນຈາກ ນະຄອນຫຼວງ Moscow ໄປຍັງ Murmansk ເມືອງທ່າກຳປັ່ນ ຢູ່ພາກໃຕ້ຂອງລັດເຊຍ) .

ພາຍຫຼັງບິນຂື້ນໃນເວລາ 6h02 ໂມງເຊົ້າ (15h02' ເວລາທ້ອງຖິ່ນ) ນັກບິນໄດ້ສົ່ງສັນຍານ ພົບບັນຫາ ແລະ ບັງຄັບຍົນກັບຄືນເພື່ອລົງຈອດສຸກເສີນ. ແຕ່ວ່າຫຼັງຈາກນັ້ນ, ເຮືອບິນສັ່ນ, ຕີນຍົນໄດ້ເປີດອອກ ໃນຄະນະທີ່ຫາງບິນລຸກໄໝ້ຢ່າງຮຸນແຮງ.

ໜ່ວຍກູ້ໄພໄດ້ໃຊ້ຄວາມພະຍາຍາມຊ່ວຍເຫຼືອ ແລະ ຊອກຫາ ຜູ້ທີ່ລອດຊີວິດ ຢູ່ ຫາງເຮືອບິນ ເຊິ່ງຖືກໄຟໄໝ້ທັງໝົດ.

(ຫັດ​ທະ​ບູນ)

ເຫດການ