ຄວາມຫຍຸ້ງຍາກທີ່ເກີດຈາກໂລກລະບາດ Covid – 19 ກໍ່ແມ່ນໂອກາດເພື່ອໃຫ້ຫວຽດນາມສ້າງໂຄງປະກອບການຕະຫຼາດສົ່ງອອກ

17:37 | 03/03/2020

ຍສໝ - ຄວາມຫຍຸ້ງຍາກທີ່ເກີດຈາກໂລກລະບາດ Covid – 19 ກໍ່ແມ່ນໂອກາດເພື່ອໃຫ້ຫວຽດນາມສ້າງໂຄງປະກອບການຕະຫຼາດສົ່ງອອກ ແລະ ແຫຼ່ງວັດຖຸດິບຄືນໃໝ່, ຈາກນັ້ນນຳບັນດາຂະແໜງຜະລິດພາຍໃນປະເທດພັດທະນາແບບຍືນຍົງ ແລະ ມີຄວາມເປັນປົກກະຕິ.

ຄວາມຫຍຸ້ງຍາກທີ່ເກີດຈາກໂລກລະບາດ Covid – 19 ກໍ່ແມ່ນໂອກາດເພື່ອໃຫ້ຫວຽດນາມສ້າງໂຄງປະກອບການຕະຫຼາດສົ່ງອອກ

ພາບປະກອບ

ການຜັນແປໄປຢ່າງສັບສົນຂອງ ເຊື້ອພະຍາດ Covid 19 ໄດ້ກໍ່ຜົນກະທົບບໍ່ແມ່ນຫນ້ອຍເຖິງແຜນການຜະລິດດຳເນີນທຸລະກິດຂອງວິສາຫະກິດຫວຽດນາມຫລາຍແຫ່ງ ເຮັດໃຫ້ສິນຄ້າຫລາຍປະເພດສົ່ງອອກໄປຍັງຈີນ ຖືກຢຸດສະງັກ, ລາຍຮັບຂອງບັນດາວິສາຫະກິດ ຖືກຫລຸດລົງຢ່າງແຮງ. ລັດຖະບານຫວຽດນາມ ແລະບັນດາກະຊວງ ຂະແຫນງການ ໄດ້ມີຫລາຍມາດຕະການ, ວິທີການແກ້ໄຂຄວາມຫຍຸ້ງຍາກຢ່າງທັນການ ເພື່ອແນໃສ່ຫລຸດຜ່ອນຜົນສະທ້ອນລົງໃນລະດັບຕ່ຳສຸດ ສຳລັບການເຄື່ອນໄຫວຂອງບັນດາຂະແຫນງການກ່ຽວຂ້ອງ. ພ້ອມທັງ ສຳຫລວດກວດຄືນບັນດາຂົງເຂດ, ຂະແຫນງສິນຄ້າກ່ຽວຂ້ອງ ພິເສດ ບັນດາປະເພດສິນຄ້າສົ່ງອອກໄປຍັງຈີນ ແລະບັນດາປະເທດອື່ນ ເພື່ອໃຫ້ມີມາດຕະການຈຳຫນ່າຍຢູ່ຕະຫລາດພາຍໃນປະເທດ, ແຈກຢາຍເຂົ້າໃນລະບົບຂາຍຍ່ອຍ.

ອຳນາດການປົກຄອງທຸກຂັ້ນຢູ່ທ້ອງຖິ່ນໄດ້ໃຫ້ບຸລິມະສິດບັນດາສາງ, ຫ້ອງເຢັນເພື່ອເກັບຮັກສາຜະລິດຕະພັນການກະເສດປະເພດຕ່າງໆ, ກໍ່ຄືບັນດາສິນຄ້າອຸດສາຫະກຳ, ເຄື່ອງບໍລິໂພກເພື່ອແນໃສ່ຮັບປະກັນຄຸນນະພາບ, ກໍ່ຄືລັກສະນະພິເສດຂອງຜະລິດຕະພັນ, ສິນຄ້າເພື່ອ ເຮັດລະບຽບການພາສີຜ່ານດ່ານຊາຍແດນໄດ້ຢ່າງງ່າຍດາຍ. ການເພີ່ມທະວີອຸດສາຫະກຳ ປຸງແຕ່ງ, ການຜະລິດສຳຮອງເພື່ອຕອບສະໜອງວັດສະດຸ, ວັດຖຸດິບພາຍໃນປະເທດ ແລະ ຍົກສູງປະສິດທິຜົນຂອງຜະລິດຕະພັນ ພິເສດແມ່ນຜະລິດຕະພັນກະເສດຈະຍົກສູງປະສິດທິຜົນໃນການຜະລິດ, ດຳເນີນທຸລະກິດ ແລະ ລັກສະນະຫຼາຍຮູບແບບຂອງແຫຼ່ງສິນຄ້າສົ່ງອອກ ແລະ ນຳເຂົ້າຂອງ ຫວຽດນາມ.

ຕອນເຊົ້າວັນທີ 03 ມີນາ, ທີ່ສຳນັກງານລັດຖະບານ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມນັດສາມັນເດືອນ ກຸມພາ 2020, ເພື່ອຕີລາຄາສະພາບການຕ້ານໂລກລະບາດ Covid-19 ແລະ ສະພາບການປະຕິບັດໜ້າທີ່ພັດທະນາເສດຖະກິດ-ສັງຄົມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ໂລກລະບາດບໍ່ພຽງແຕ່ສົ່ງຜົນກະທົບເຖິງ ຫວຽດນາມ ເທົ່ານັ້ນ ຫາກຍັງສົ່ງຜົນກະທົບເຖິງບັນດາປະເທດໃນໂລກອີກດ້ວຍ, ໃນນັ້ນ ສົ່ງຜົນກະທົບຫຍໍ້ທໍ້ເຖິງບັນດາປະເທດທີ່ເປັນຄູ່ຮ່ວມມືດ້ານການຄ້າ ແລະ ລົງທຶນໃຫຍ່ຂອງ ຫວຽດນາມ ພ້ອມທັງກະທົບເຖິງການເຕີບໂຕ ແລະ ພັດທະນາ. ເຖິງຢ່າງໃດກໍ່ຕາມ, ສະພາບເສດຖະກິດເດືອນ ກຸມພາ ຂອງ ຫວຽດນາມ ມີສະຖຽນລະພາບໂດຍພື້ນຖານ. ພິເສດ, ການສົ່ງອອກຍັງເພີ່ມຂຶ້ນ; ກະສິກຳພັດທະນາເປັນປົກກະຕິ, ສັດລ້ຽງ, ສັດປີກຄ່ອຍໆໄດ້ຮັບການຄວບຄຸມກ່ຽວກັບເຊື້ອພະຍາດ.

(ໄຊພອນ)

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.