ຫວຽດນາມ ຈັດຕັ້ງງານວາງສະແດງປ້ອງກັນຊາດສາກົນ 2020.

11:46 | 27/02/2020

ຍສໝ - ນີ້ແມ່ນໂອກາດເພື່ອສື່ມວນຊົນ, ໂຄສະນາກ່ຽວກັບຄວາມສາມາດເຕັກນິກ, ອາວຸດປະກອບໄດ້ຜະລິດໂດຍຫວຽດນາມ; ກໍ່ແມ່ນໂອກາດໃຫ້ຫວຽດນາມເພີ່ມທະວີດ້ານຮ່ວມມືສາກົນກ່ຽວກັບອຸດສາຫະກຳດ້ານປ້ອງກັນຊາດ, ເປີດກ້ວາງທ້ອງຕະຫຼາດທາງປ້ອງກັນຊາດ.

ວັນທີ 25 ເດືອນກຸມພາ, ຢູ່ຮ່າໂນ້ຍ ພົນໂທ ຫງວຽນຈິ໋ວີ້ງ, ກຳມະການສູງກາງພັກ, ກຳມະການປະຈຳຄະນະພັກກອງທັບສູນກາງ, ຮອງລັດຖະມົນຕີ ໄດ້ກຳກັບບັນຊາການປະຊຸມກວດກາວຽກງານກະກ່ຽມ, ຈັດຕັ້ງງານວາງສະແດງປ້ອງກັນຊາດສາກົນຫວຽດນາມ 2020.

ໃນການປະຊຸມ, ພົນໂທ ຫງວຽນຈີ໋ວີ້ງ ໃຫ້ຮູ້ວ່າ ງານວາງສະແດງປ້ອງກັນຊາດສາກົນຫວຽດນາມ 2020 ເພື່ອຜັນຂະຫຍາຍ, ຫັນເປັນຈິງບັນດານະໂຍບາຍໃນມະຕິຕົກລົງຂອງພັກ, ຄະນະພັກກອງທັບສູງກາງ ກ່ຽວກັບການເພີ່ມທະວີສາຍພົວພັນສາກົນ, ການຕ່າງປະເທດກ່ຽວກັບປ້ອງຊາດໃນຂອບເຂດການຮ່ວມມືສອງຝ່າຍ, ຫຼາຍຝ່າຍ ແລະ ເນື່ອງໃນໂອກາດ ຫວຽດນາມເປັນປະທານອາຊຽນປີ 2020.

ຫວຽດນາມ ຈັດຕັ້ງງານວາງສະແດງປ້ອງກັນຊາດສາກົນ 2020.

ພົນໂທ ຫງວຽນຈີ໋ວີ້ງ ກ່າວຄຳເຫັນທີ່ກອງປະຊຸມ. ພາບ: baomoi.com

ນີ້ກໍ່ແມ່ນໂອກາດເພື່ອສື່ມວນຊົນ, ໂຄສະນາກ່ຽວກັບຄວາມສາມາດເຕັກນິກ, ອາວຸດປະກອດໄດ້ຜະລິດໂດຍຫວຽດນາມເພື່ອສ້າງຄວາມເຊື່ອໃນປະຊາຊົນ, ໃນກອງທັບ ແລະ ໝູ່ເພື່ອນໃນໂລກ. ປະກອບສ່ວນປ້ອງກັນປະເທດ. ພ້ອມກັນນັ້ນແມ່ນໂອກາດໃຫ້ຫວຽດນາມເພີ່ມທະວີດ້ານຮ່ວມມືສາກົນກ່ຽວກັບອຸດສາຫະກຳດ້ານປ້ອງກັນຊາດ, ເປີດກ້ວາງທ້ອງຕະຫຼາດທາງປ້ອງກັນຊາດ, ຊອກຫາໂອກາດສົ່ງອອກຜະລິດຕະພັນທາງປ້ອງກັນຊາດ ແລະ ຮັບເອົາ, ສົ່ງມອບ ເທກໂນໂລຢີຂອງຕ່າງປະເທດ ເພື່ອຜະລິດອາວຸດ, ປະກອບເຕັກນິກ, ປະກອບພະລາທິການເພື່ອຕອບສະໜອງຄວາມຕ້ອງການຂອງກຳລັງປະກອບອາວຸດ.

ເພື່ອວຽກງານກະກຽມໄດ້ດີ ແລະ ຈັດຕັ້ງງານວາງສະແດງປ້ອງກັນຊາດສາກົນ ຫວຽກນາມ 2020 ມີຜົນສຳເລັດ, ພົນໂທ ຫງວຽນຈິ໋ວີ້ງ ໄດ້ຮຽກຮ້ອງບັນດາອົງການ, ຫົວໜ່ວຍທີ່ກ່ຽວຂ້ອງ ສ້າງສາໂຄງການປະຕິບັດຮ່ວມຂອງງານວາງສະແດງ, ຮັບປະກັນລະດັບຄວາມຄືບໜ້າ, ມີຄຸນນະພາບ, ຖີ່ຖ້ວນ, ບັນລຸຈຸດປະສົງ; ໃນນັ້ນ ຖືເປັນສຳຄັນວຽກງານອອກແບບ, ສ້າງສາ, ຈັດການເຂດທີ່ວາງສະແດງ; ເຮັດໃຫ້ດີວຽກງານຮັບປະກັນພະລາທິການ, ເຕັກນິກ, ຮັບປະກັນຄວາມສະຫງົບສຸກ, ຄວາມປອດໄພ ໃຫ້ບັນດາຄະນະແຂກຕ່າງປະເທດ.

ງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມ 2020 ຈະວາງສະແດງບັນດາພະລິດຕະພັນອຸດສາຫະກຳດ້ານປ້ອງກັນປະເທດຂອງບັນດາເຫຼົ່າທະຫານ, ກຸ່ມ, ບໍລິສັດອຸດສາຫະກຳດ້ານປ້ອງກັນປະເທດ ຂອງວຽດນາມ, ບັນດາປະເທດອາຊຽນ ແລະໃນທົ່ວໂລກ.

ຄາດຄະເນ, ງານວາງສະແດງຈະເກີດຂື້ນໃນທ້າຍເດືອນຕຸລາ - 2020 ຢູ່ຮ່າໂນ້ຍ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.