ຫວຽດນາມ ມີລະບອບປິ່ນປົວສຳລັບ ໄວຣັດ Covid-19

17:46 | 22/02/2020

ຍສໝ - ຄົນເຈັບ 15/16 ຄົນຕິດເຊື້ອ Covid-19 ບໍ່ມີສາເຫດເຮັດໃຫ້ເຊື້ອ ໄວຣັດ ໃນຮ່າງກາຍ. ກະຊວງສາທາລະນະສຸກຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ມີວິທີການປິ່ນປົວຢ່າງມີປະສິດທິຜົນ ສຳລັບພະຍາດນີ້.

ອີງຕາມການລາຍງານຂອງກະຊວງສາທາລະນະສຸກ, ປະຈຸບັນມີ 15 ໃນ 16 ກໍລະນີຄົນເຈັບທີ່ຕິດເຊື້ອ Covid-19 ໄດ້ຮັບການປິ່ນປົວປະສິດທິຜົນຕາມລະບອບປິ່ນປົວ ຂອງ ກະຊວງສາທາລະນະສຸກ ຫວຽດນາມ. ບັນດາກໍລະນີຕິດເຊື້ອ ໄວຣັດ Covid-19 ໄດ້ຮັບການປິ່ນປົວຢ່າງປະສົບຜົນສຳເລັດ, ບໍ່ພຽງແຕ່ຢູ່ຂັ້ນສູນກາງເທົ່ານັ້ນ ແຕ່ຍັງຢູ່ສຸກສາລາຂັ້ນແຂວງ ແລະ ເມືອງ.

ສຳຫຼັບພະຍາດນີ້, ໂດຍຮັບຮູ້ວ່າມັນມີຄວາມສະເພາະເຈາະຈົງກັບ ໄວຣັດ SARS ເມື່ອກ່ອນ ແລະ ໂລກລະບາດທີ່ເກີດຂື້ນໃໝ່, ຫວຽດນາມ ໄດ້ປັບປຸງແນວທາງການປິ່ນປົວຢ່າງຖືກຕ້ອງຕັ້ງແຕ່ມື້ກ່ອນ ປີໃໝ່. ຫລັງຈາກນັ້ນ, ຫວຽດນາມ ສືບຕໍ່ເຝິກອົບຮົມຢ່າງເຂັ້ມງວດໃນການປະຕິບັດແນວທາງການປິ່ນປົວສຳລັບໂຮງໝໍທັງໝົດ.

ຫວຽດນາມ ມີລະບອບປິ່ນປົວສຳລັບ ໄວຣັດ Covid-19

ປະຈຸບັນມີ 15 ໃນ 16 ກໍລະນີຄົນເຈັບທີ່ຕິດເຊື້ອ Covid-19 ໄດ້ຮັບການປິ່ນປົວປະສິດທິຜົນຕາມລະບອບປິ່ນປົວ ຂອງ ກະຊວງສາທາລະນະສຸກ ຫວຽດນາມ. (ພາບ: nld.com.vn)

ມາຮອດວັນທີ 13 ກຸມພາ, ຫວຽດນາມຍັງບໍ່ມີກໍລະນີໃໝ່ຕິດເຊື້ອ ໄວຣັດ Covid-19. ນອກເໜືອ ຈາກບັນດາຄົນເຈັບທີ່ໄດ້ອອກຈາກໂຮງໝໍແລ້ວ, ຄົນເຈັບຄົນອື່ນໆ ແມ່ນມີສຸຂະພາບດີ ແລະ ກຽມຕົວອອກຈາກໂຮງໝໍ. ເຖິງວ່າຈະບໍ່ມີຢາສະເພາະ, ແຕ່ ຫວຽດນາມ ມີລະບຽບການປິ່ນປົວທີ່ມີປະສິດຕິຜົນ ສຳລັບ Covid-19.ດັ່ງນັ້ນ, ນັບຕັ້ງແຕ່ເມື່ອປະເທດຂອງພວກເຮົາໄດ້ບັນທຶກກໍລະນີທຳອິດ (23 ມັງກອນ), ມີ 15/16 ກໍລະນີຕິດເຊື້ອ Covid-19 ຢູ່ ຫວຽດນາມ ໄດ້ປິ່ນປົວປະສິດທິຜົນ, ບໍ່ມີເຊື້ອໄວຣັດ Corona ຢູ່ໃນຮ່າງກາຍ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.