ຫວຽດ​ນາ​ມ​ເປັນ​ເຈົ້າ​ການ​ໃນ​ການ​ປ້ອງ​ກັນ, ຕ້ານ ​ເຊື້ອພະ​ຍາດອັກ​ເສບ​ປອດ​ທີ່​ເກີດ​ຈາກ​ເຊື້ອ​ພະ​ຍາດ ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່

06:25 | 01/02/2020

ປັດຈຸບັນ, ຢູ່ ຫວຽດນາມ ມີ 5 ຄົນທີ່ຕິດເຊື້ອພະຍາດ ດັ່ງກ່າວ, ປະຈຸບັນພວມໄດ້ຮັບການແຍກຕົວອອກມາ ປິ່ນປົວຢູ່ຕ່າງຫາກຢ່າງເຂັ້ມງວດ.

ຫວຽດ​ນາ​ມ​ເປັນ​ເຈົ້າ​ການ​ໃນ​ການ​ປ້ອງ​ກັນ, ຕ້ານ ​ເຊື້ອພະ​ຍາດອັກ​ເສບ​ປອດ​ທີ່​ເກີດ​ຈາກ​ເຊື້ອ​ພະ​ຍາດ ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່

ພາບປະກອບ

ຢູ່ບັນດາທ້ອງຖິ່ນ, ພິເສດແມ່ນບັນດາທ້ອງຖິ່ນທີ່ມີ ຄົນຕິດເຊື້ອພະຍາດຈຸລະໂລກສາຍພັນໃໝ່ ແລະ ມີ ຊາວຈີນ ພວມດຳລົງຊີວິດ ແລະ ເຮັດວຽກ ຢູ່ຕາມເຂດອຸດສາຫະກຳເປັນຈຳນວນຫຼາຍນັ້ນກໍ່ໄດ້ຜັນຂະຫຍາຍບັນດາມາດຕະການປ້ອງກັນຕ້ານຄື ແຂວງ ລ້າງເຊີນ, ແທັງຮ໊ວາ, ລາວກາຍ… ກະຊວງສາທາລະນະສຸກ ຫວຽດນາມໄດ້ກ່າວເຕືອນໃຫ້ປະຊາຊົນຈຳກັດການໄປມາຢູ່ເຂດທີ່ມີ ເຊື້ອພະຍາດ ແລະ ສຳຜັດກັບຜູ້ທີ່ມາຈາກເຂດທີ່ເກີດເຊື້ອພະຍາດດັ່ງກ່າວ.

ໃນກອງປະຊຸມກ່ຽວກັບການປ້ອງກັນຕ້ານເຊື້ອພະຍາດອັກເສບປອດ ທີ່ເກີດຈາກເຊື້ອພະຍາດຈຸລະໂລກສາຍພັນໃໝ່ທີ່ຈັດຕັ້ງໃນວັນທີ 30 ມັງກອນ, ທ່ານນາຍົກລັດຖະມົນຕີກໍ່ຮຽກຮ້ອງໃຫ້ບັນດາບໍລິສັດທ່ອງທ່ຽວ ປະຕິບັດການຊີ້ນຳຢ່າງເຂັ້ມງວດ, ບໍ່ຮັບເອົາແຂກທ່ອງທ່ຽວມາຈາກເຂດທີ່ມີເຊື້ອພະຍາດ ແລະ ກົງກັນຂ້າມ. ທ່ານຍັງຮຽກຮ້ອງໃຫ້ບັນດາອົງການສື່ມວນຊົນ ຍູ້ແຮງການໂຄສະນາກ່ຽວກັບເຊື້ອພະຍາດດັ່ງກ່າວ, ລວມທັງຂໍ້ມູນຂ່າວສານ ແລະ ມາດຕະການປ້ອງກັນ, ຕ້ານເຊື້ອພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ເພື່ອໃຫ້ປະຊາຊົນເປັນເຈົ້າການ.

ຫວຽດ​ນາ​ມ​ເປັນ​ເຈົ້າ​ການ​ໃນ​ການ​ປ້ອງ​ກັນ, ຕ້ານ ​ເຊື້ອພະ​ຍາດອັກ​ເສບ​ປອດ​ທີ່​ເກີດ​ຈາກ​ເຊື້ອ​ພະ​ຍາດ ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່

ກະຊວງສາທາລະນະສຸກ ໄດ້ສ້າງຕັ້ງ 45 ທິມງານເຄື່ອນທີ່ໄວເພືື່ອຕ້ານເຊື້ອຈຸລະໂລກສາຍພັນໃໝ່. ພາບປະກອບ

ໂດຍປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີກ່ຽວກັບການປ້ອງກັນ, ຕ້ານເຊື້ອຈຸລະໂລກສາຍພັນໃໝ່ໂດຍໄວຣັດ ໂກໂຣນາ ກໍ່ຂຶ້ນ, ກະຊວງສາທາລະນະສຸກ ໄດ້ສ້າງຕັ້ງ 45 ທິມງານເຄື່ອນທີ່ໄວເພືື່ອຕ້ານເຊື້ອຈຸລະໂລກສາຍພັນໃໝ່ດັ່ງກ່າວ. ບັນດາທິມງານມີໜ້າທີ່ປະຈຳການ ກຽມພ້ອມມີການເຄື່ອນໄຫວຢ່າງວ່ອງໄວ, ໜູນຊ່ວຍດ້ານວິຊາສະເພາະໃຫ້ແກ່ບັນດາໂຮງໝໍປິ່ນປົວ, ເບິ່ງແຍງດູແລ ແລະ ຄວບຄຸມການຕິດເຊື້ອຈຸລະໂລກດັ່ງກ່າວຢູ່ບັນດາຮາກຖານກວດ, ປິ່ນປົວພະຍາດ ເມື່ອມີຄວາມຮຽກຮ້ອງຕ້ອງການ, ປະຕິບັດຕາມຄຳສັ່ງຂອງກະຊວງສາທາລະນະສຸກ ແລະ ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານເຊື້ອຈຸລະໂລກສາຍພັນໃໝ່ nCoV.

ວັນທີ 27 ມັງກອນ, ກົມການບິນ ຫວຽດນາມ ໄດ້ອອກແຈ້ງການຮຽກຮ້ອງຍົກເລີກທຸກຖ້ຽວບິນຂອງບັນດາບໍລິສັດການບິນ ຫວຽດນາມ ແລະ ຕ່າງປະເທດທີ່ໄດ້ຮັບການອະນຸຍາດ ແລະ ບໍ່ອະນຸຍາດຂຸດຄົ້ນຖ້ຽວບິນລະຫວ່າງ ຫວຽດນາມ ແລະ ນະຄອນ ອູ່ຮານ, ແຂວງ ວູ້ຮັ້ນ, ຈີນ.

(ໄຊພອນ)

ເຫດການ