ຫວຽດນາມ - ລາວ ສູ້ຊົນໃຫ້ວົງເງິນການຄ້າເພີ່ມຂຶ້ນຢ່າງໜ້ອຍ 10-15% ໃນປີ 2020

11:37 | 06/01/2020

ຍສໝ - ປີຜ່ານມາ, ການຄ້າ ແລະການລົງທຶນບັນລຸຜົນງານພົ້ນເດັ່ນທີ່ສຸດໃນການຮ່ວມມືສອງປະເທດ ດ້ວຍຈໍານວນໂຄງການລົງທຶນຂອງຫວຽດນາມ ຢູ່ລາວ ເພີ່ມຂຶ້ນ ແລະແມ່ນປະເທດຢືນອັນດັບທີ 3 ດ້ວຍເງິນລົງທຶນທັງໝົດເຂົ້າລາວ ບັນລຸກວ່າ 5 ຕື້ໂດລາສະຫະລັດ.

ຫວຽດນາມ - ລາວ ສູ້ຊົນໃຫ້ວົງເງິນການຄ້າເພີ່ມຂຶ້ນຢ່າງໜ້ອຍ 10-15% ໃນປີ 2020

ບັນດາວິສາຫະກິດຫວຽດນາມໄດ້ຮັບບຸລິມະສິດໃນການລົງທຶນ ແລະ ດຳເນີນທຸລະກິດຢູ່ລາວ.(ພາບ:congthuong.vn)

ການຄ້າສອງປະເທດບັນລຸກວ່າ 1,25 ຕື້ໂດລາສະຫະລັດ. ຄຽງຂ້າງນັ້ນ, ຂົງເຂດການສຶກສາ, ການບໍາລຸງສ້າງໄດ້ຮັບຄວາມເອົາໃຈໃສ່ ແລະບຸລິມະສິດ. ມາຮອດປັດຈຸບັນ, ມີນັກຮຽນ, ນັກສຶກສາລາວກວ່າ 16.000 ຄົນມາຮໍ່າຮຽນຢູ່ຫວຽດນາມ ແລະມີນັກສຶກສາຫວຽດນາມເກືອບ 100 ຄົນພວມຮໍ່າຮຽນຢູ່ລາວ, ຄຸນນະພາບການບໍາລຸງສ້າງນັບມື້ນັບດີກວ່າ. ບັນດາຂົງເຂດຮ່ວມມືອື່ນໆ ຄື: ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດລະຫວ່າງສອງປະເທດ ກໍ່ໄດ້ຮັບການຊຸກຍູ້ໃນປີຜ່ານມາ. ການລົງທຶນ, ການຄ້ານັບມື້ນັບມີປະສິດທິຜົນ, ສູ້ສົນໃນປີ 2020, ການຄ້າເພີ່ມຂຶ້ນຢ່າງໜອ້ຍສຸດແມ່ນ 10-15%. ພິເສດແມ່ນເພີ່ມທະວີລັກສະນະເຊື່ອມຕໍ່, ໜູນຊ່ວຍລະຫວ່າງສອງພື້ນຖານເສດຖະກິດ, ໃນນັ້ນມີການຄົມມະນາຄົມຂົນສ່ົງ, ພະລັງງານ, ການຄຸ້ມຄອງ ແລະນໍາໃຊ້ແຫຼ່ງຊັບພະຍາກອນນໍ້າ ແລະແຫຼ່ງຊັບພະຍາກອນທໍາມະຊາດແບບຍືນຍົງ.

ກ່ຽວກັບການຮ່ວມມືໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ສອງຝ່າຍເປັນເອກະພາບປະຕິບັດບັນດາຖະແຫລງການຮ່ວມ ຂໍ້ຕົກລົງລະຫວ່າງການນຳຂັ້ນສູງສອງປະເທດ, ບັນດາຂໍ້ຕົກລົງອື່ນໃຫ້ເປັນຢ່າງດີ, ໃນນັ້ນ ຂໍ້ຕົກລົງທີ່ໄດ້ລົງນາມໃນກອງປະຊຸມຄັ້ງນີ້ ດ້ວຍຫລາຍມາດຕະການແຮງກວ່າ, ມີຄຸນນະພາບກວ່າ. ນັ້ນແມ່ນສືບຕໍ່ຊຸກຍູ້ການພົວພັນດ້ານການເມືອງ, ການຕ່າງປະເທດ, ການປ້ອງກັນຊາດປ້ອງກັນຄວາມສະຫງົບເຂົ້າສູ່ລວງເລິກ. ທີສອງ ແມ່ນການລົງທຶນ ການຄ້າ ນັບມື້ນັບມີປະສິດທິຜົນ, ສູ້ຊົນຮອດປີ 2020 ດ້ານການຄ້າເພີ່ມຂຶ້ນຢ່າງຫນ້ອຍສຸດ 10-15%.ຫວຽດນາມ ສືບຕໍ່ຊື້ໄຟຟ້າຂອງລາວ ດ້ວຍລະດັບ 2000-3000 MW ຊ່ຳບໍ່ໜຳ ແມ່ນຂຶ້ນເຖິງ 5000MWໃນໄລຍະຈະມາເຖິງ. ເພີ່ມທະວີການເຊື່ອມຕໍ່ຄົມມະນາຄົມຂົນສົ່ງ ເປັນຕົ້ນແມ່ນສ້າງຄວາມສະດວກໃຫ້ລາວ ຈາກປະເທດບໍ່ມີທະເລ ກາຍເປັນປະເທດມີທະເລຜ່ານຫວຽດນາມ. ສອງຝ່າຍປຶກສາຫາລື ແລະສົມທົບກັນສ້າງຍຸດທະສາດການຮ່ວມມືລະຫວ່າງສອງປະເທດໃນ 10 ປີຈະມາເຖິງ.

ໝາກຜົນລະອຽດຂອງກອງປະຊຸມກອງປະຊຸມຄັ້ງທີ 42 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ-ລາວ, ລາວ-ຫວຽດນາມ ແມ່ນສອງຝ່າຍໄດ້ລົງນາມຂໍ້ຕົກລົງຮ່ວມມື 9 ສະບັບໃນຫຼາຍຂົງເຂດ. ສອງຝ່າຍໄດ້ເຫັນດີເປັນເອກະພາບແລກປ່ຽນກ່ຽວກັບການປ່ຽນແປງໃໝ່ແບບວິທີປະຕິບັດບັນດາໂຄງການ ເຊິ່ງລັດຖະບານສອງປະເທດໄດ້ເຫັນດີເປັນເອກະພາບ, ມຸ່ງໄປເຖິງຄຸນນະພາບ ແລະນໍາມາເຊິ່ງປະສິດທິຜົນສູງກວ່າເກົ່າ.

(ໄຊພອນ)

ເຫດການ
302 Found

Found

The document has moved here.