ພັກປະຊາຊົນກຳປູເຈຍ ໄດ້ຮັບໄຊຊະນະການເລືອກຕັ້ງສະພາແຫ່ງຊາດຢ່າງເປັນເອກກະສັນ

11:40 | 16/08/2018

ຍສໝ - ອີງຕາມການປະກາດຜົນຂອງການນັບຄະແນນ ຂອງ ຄະນະກຳມະການການເລືອກຕັ້ງ ກຳປູເຈຍ(NEC) ວັນທີ 15 ສິງຫາ , ພັກປະຊາຊົນກຳປູເຈຍ (CPP) ຂອງ ນາຍົກລັດຖະມົນຕີ ຮຸນເຊັນ ໄດ້ຮັບໄຊຊະນະຢ່າງເປັນເອກກະສັນ ແບບຂາດລອຍໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 6.

ພັກປະຊາຊົນກຳປູເຈຍ ໄດ້ຮັບໄຊຊະນະການເລືອກຕັ້ງສະພາແຫ່ງຊາດຢ່າງເປັນເອກກະສັນ

ທ່ານນາຍົກລັດຖະມົນຕີ ຮຸນເຊັນ ຫົວໜ້າພັກ ປະຊາຊົນກຳປູເຈຍ ໄດ້ຮັບໄຊຊະນະການເລຶອກຕັ້ງ ດ້ວຍຄະແນນຢ່າງເປັນເອກະສັນ.

ອີງຕາມຜົນການນັບຄະແນນຢ່າງເປັນທາງການຂອງ NEC ໄດ້ປະກາດວ່າ: ການເລືອກຕັ້ງສະມາຊິສະພາແຫ່ງຊາດ ກຳປູເຈຍ ຄັ້ງທີ 6 ເຊິ່ງດຳເນີດໄປໃນວັນທີ 29 ກໍລະກົດທີ່ຜ່ານມາ, ພັກ CPP ໄດ້ຮັບໄຊຊະນະຢ່າງເປັນເອກກະສັນ ດ້ວຍຄະແນນ 125/125 ບ່ອນນັ່ງໃນສະພາ ສະໄໝ (2018-2023). ຜົນຄະແນນດັ່ງກ່າວສະແດໃຫ້ເຫັນວ່າ ປະຊາຊົນດິນແດນອັງກໍວັດ ຍັງຄົງເຊື່ອໝັ້ນໃນການນຳພາຂອງພັກ CPP ນຳໂດຍ ນາຍົກລັດຖະມົນຕີ ຮຸນເຊັນ.

ມີຈຳນວນຄົນທີ່ໄປເລືອກຕັ້ງ 6.956.900 ຄົນໃນຈຳນວນຜູ້ມີສິດເລືອກ 8.380.217ຄົນ, ກວມ 83,02%. ມີຈຳນວນບັດທີ່ເລືອກຢ່າງຫຼວງຫຼາຍເຖິງ 4.889.113ບັດ, ກວມ 76,85% ຂອງບັດດີທັງໝົດ, ພັກ CPP ໄດ້ຮັບບ່ອນນັ່ງໃນສະພາທັງໝົດລວມ 125ບ່ອນນັ່ງ.

ອີກ 19 ພັກການເມືອງທີ່ເຫຼືອແມ່ນບໍ່ມີພັກໃດໄດ້ຮັບ ບ່ອນນັ່ງໃນສະພາເລີຍ, ຍ້ອນວ່າໄດ້ຮັບຄະແນນສຽງຕຳ່ສຸດ ບໍ່ພຽງພໍຕາມກົດລະບຽບ ທີ່ຈະສາມາດໄດ້ຮັບບ່ອນນັ່ງໃນສະພາ. ພັກການເມືອງທີ່ໄດ້ຮັບອັນດັບສອງຕາມຫັຼງ ພັກ CPP ແມ່ນ ພັກ FUNCINPEC ທີ່ໄດ້ຮັບຄະແນນ ພຽງ 374.510 ຄະແນນເທົ່ານັ້ນ, ກວມ 5,89% ຂອງບັດທີ່ດີທັງໝົດ.

ກ່າວຄຳປາໄສ ຕໍ່ໜ້າປະຊາຊົນປະມານ 20.000ຄົນ ໃນວັນທີ 15 ສິງຫານີ້ ທ່ານນາຍົກລັດຖະມົນຕີ ຮຸນເຊັນ ກ່າວວ່າ: ເຖິງວ່າພັກການເມືອງຈະບໍ່ໄດ້ຮັບບ່ອນນັ່ງໃນສະພາແຫ່ງຊາດ ແຕ່ຈະໄດ້ຮັບການແຕ່ງຕັ້ງເຂົ້າໃນຕຳແໜ່ງ ລັດຖະມົນຕີລອຍ ແລະ ຮອງລັດຖະມົນຕີລອຍ ກໍ່ຄືເປັນທີ່ປືກສາໃຫ້ແກ່ ລັດຖະບານ ແລະ ກະຊວງ ເພື່ອຮ່ວມມືກັນຮັບໃຊ້ປະຊາຊົນ ແລະ ປະເທດຊາດ.

(ຫັດ​ທະ​ບູນ)

ເຫດການ