ກຳປູເຈຍ ເຂັ້ມງວດໃນການປ້ອງກັນຄວາມສະຫງົບ ກ່ອນການເລືອກຕັ້ງ

10:35 | 25/07/2018

ຍ​ສ​ໝ - ມີພະນັກງານຮັກສາຄວາມສະຫງົບ ກວ່າ 70.000ຄົນ ຈະຖືກລະດົມມາເພື່ອປ້ອງກັນ ຢູ່ 22.967 ຈຸດປ່ອນບັດໃນທົ່ວປະເທດ.

ກຳປູເຈຍ ເຂັ້ມງວດໃນການປ້ອງກັນຄວາມສະຫງົບ ກ່ອນການເລືອກຕັ້ງ

ການ​ເລືອກ​ຕັ້ງ​ຢູ່​ກຳ​ປູ​ເຈຍ​.

Trang Fresh News ວັນ​ທີ 22 ກໍ​ລະ​ກົດ ໄດ້​ລາຍ​ງານຂ່າວ​ວ່າ ກະ​ຊວງ​ທ່ອງ​ທ່ຽວ ກຳ​ປູ​ເຈຍ ໄດ້​ອອກ​ຖະ​ແຫຼງ​ການ ຊີ້​ນຳ​ໃຫ້ ທຸກ​ໆ​ຫົວ​ໜ່ວຍ​ທຸ​ລະ​ກິ​ດ​ຄື: ຮ້ານ​ອາ​ຫານ, ພັດ​ທະ​ຄານ, ຮ້ານ​ກາ​ເຟ, ຄາ​ລາ​ໂດ​ເກະ, ທົວ​ທ່ອງ​ທ່ຽວ… ຢຸດ​ການ​ຂາຍ​ເຫຼົ້າ-ເບຍ ໃນ​ສອງວັນ 28 ແລະ 29 ກໍ​ລະ​ກົດ ນີ້, ເພື່ອ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ໃນ​ການ​ເລືອກ​ຕັ້ງທົ່ວ​ປະ​ເທດ.

ຕາມ​ຄະ​ນະ​ກຳ​ມະ​ການ ການ​ເລືອກ​ຕັ້ງ​ແຫ່ງ​ຊາດ (NEC)ໄດ້​ລາຍ​ງານ​ວ່າ, ຈະ​ມີ​ພະ​ນັກ​ງານ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ກ່​ວາ 70.000ຄົນ​ຖືກ​ລະ​ດົມ​ມາ​ປ້ອງ​ກັນ ຢູ່ 22.967 ຈຸດ​ປ່ອນ​ບັດ​ໃນ​ທົ່ວ​ປະ​ເທດ. ໃນ​ຄະ​ນະ​ດຽວ​ກັນ, ກະ​ຊວງ​ພາຍ​ໃນ ກຳ​ລັງ​ກວດ​ສອບ ໜ້າ​ເຟດ​ສ​ບຸກ​ປອມ​ເປັນ​ຄົນ ຂະ​ເໝ-ຫວຽດ​ນາມ ຢູ່​ກຳ​ປູ​ເຈຍ ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ, ທີ່​ບໍ່​ມີ​ສິດ​ເລືອກ​ຕັ້ງ​ໄດ້​ນັ້ນ​ໄປ​ປ່ອນ​ບັດ ເພື່ອ​ສ້າງ​ສະ​ຖາ​ນະ​ການ​ວຸ້ນ​ວາຍ​ໃຫ້​ແກ່​ການ​ເລືອກ​ຕັ້ງ. ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້​ມີ​ປະ​ມານ 20 ພັກ​ການ​ເມືອງ​ເຂົ້າ​ແຂ່ງ​ຂັນ​ໃນ​ຄັ້ງ​ນີ້ ກັບ ພັກ​ກຳ​ອຳ​ນາດ CPP ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຸນ​ເຊນ ໄດ້​ຮັບ​ການ​ຄາດ​ຄະ​ເນ​ວ່າ​ຈະສືບ​ຕໍ່​​ມີ​ໄຊ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.