ການເລືອກຕັ້ງສະພາແຫ່ງຊາດ ກຳປູເຈຍ: ພັກ CPP ປະກາດແຜນການຫາສຽງ

14:50 | 26/07/2018

ຍສໝ - ດ້ວຍເປົ້າໝາຍນຳພາກຳປູເຈຍ ພັດທະນາຢ່າງໝັ້ນຄົງ ແລະ ຈະເລີນຮຸ່ງເຮືອງ ພັກປະຊາຊົນ ກຳປູເຈຍ CPP ໄດ້ປະກາດແຜນການລົງຫາສຽງໃນຫຼາຍເຂດໃໝ່.

ການເລືອກຕັ້ງສະພາແຫ່ງຊາດ ກຳປູເຈຍ: ພັກ CPP ປະກາດແຜນການຫາສຽງ

ເລືອກຕັ້ງຢູ່ກຳປູເຈຍ.

ວັນທີ 29 ກໍລະກົດ 2018 ກຳປູເຈຍ ກຳລັງຈະມີການເລືອກຕັ້ງ. ນີ້ແມ່ນການເລືອກຕັ້ງທີ່ມີຄວາມໝາຍສຳຄັນສຳລັບປະເທດກຳປູເຈຍ. ດ້ວຍເປົ້າໝາຍນຳພາປະເທດກຳປູເຈຍ ສູ່ຄວາມພັດທະນາຢ່າງມີສະຖຽນລະພາບ ແລະ ຈະເລີນຮຸ່ງເຮືອງ, ພັກປະຊາຊົນກຳປູເຈຍ ໄດ້ປະກາດນະໂຍບາຍຂອງພັກ ໃນການລົງຫາສຽງຢູ່ຫຼາຍເຂດໃໝ່ ແລະ ໄດ້ຮັບການຕ້ອນຮັບຈາກປະຊາຊົນເປັນຈຳນວນຫຼວງຫຼາຍ.

ນະໂຍບາຍພັກໃນການຫາສຽງຂອງການເລືອກຕັ້ງໃໝ່ ຂອງພັກປະຊາຊົນ ກຳປູເຈຍກຳອຳນາດປະກອບມີ 11 ຂໍ້ດັ່ງນີ້: ເສີມສ້າງຄວາມສາມັກຄີ, ເຄົາລົບລັດຖະທຳມະນູນ, ປ້ອງກັນລະບອບຣາຊາທິປະໄຕ; ຍົກສູງປະຊາທິປະໄຕ, ເສລີພາບຫຼາຍພັກ; ຮັບປະກັນ-ເຄົາລົບສິດທິມະນຸດ, ຮັກສາກົດໝາຍ ແລະ ຄວາມເທົ່າທຽມກັນໃນສັງຄົມ; ປົກປັກຮັກສາຢ່າງແໜ້ນແກ່ນຄວາມເປັນເອກະລາດ ອະທິປະໄຕ ຜືນແຜ່ນດິນອັນຄົບຖ້ວນ, ມີສັນຕິພາບ ແລະ ປະເທດຊາດມີຄວາມສະຫງົບ; ພັດທະນາເສດຖະກິດ ບັດລຸໄດ້ລະດັບການເຕີບໂຕຍືນຍົງ 7%/ປີ ແລະ ແບ່ງປັນຢ່າງເທົ່າທຽມກັນຜົນສຳເລັດຂອງເສດຖະກິດດັ່ງກ່າວ, ພ້ອມກັນນັ້ນສືບຕໍ່ຮັກສາ ດັດສະນີການຫຼຸດຜ່ອນຄວາມທຸກຍາກຢູ່ທີ່ລະດັບ 1%/ປີ...

ກ່າວຄຳປາໄສທີ່ການຫາສຽງເລືອກຕັ້ງ ນາຍົກລັດຖະມົນຕີ ກຳປູເຈຍ ຮຸນເຊນ ຢືນຢັນວ່າ: “ທ່ານຖືເອົາສິດຜົນປະໂຫຍດຂອງປະຊາຊົນກຳປູເຈຍ ມາກ່ອນສະເໝີ ” ແລະ ຈະພະຍາຍາມ ຍຶດຖືແນວທາງນີ້ ຖ້າພັກປະຊາຊົນກຳປູເຈຍຂອງ ທ່ານຮຸນເຊນ ໄດ້ຮັບໄຊຊະນະໃນການເລືອກຕັ້ງຄັ້ງນີ້.

ການເລືອກຕັ້ງ ໃນວັນທີ 29 ກໍລະກົດ ທີ່ຈະມາເຖິງມີຄວາມໝາຍສຳຄັນ ຕໍ່ກັບປະເທດກຳປູເຈຍ ເພາະຈະກຳນົດວ່າພັກໃດຈະສືບຕໍ່ນຳພາປະເທດກຳປູເຈຍວັດທະນາຖາວອນ. ຄວາມຕ້ອງການຂອງ ປະຊະຊາຊົນກຳປູເຈຍ ແມ່ນຊີວິດການເປັນຢູ່ຂອງພວກເຂົາໄດ້ຮັບການເບິ່ງແຍງ, ຮັບປະກັນທາງດ້ານສັງຄົມ ແລະ ຊີວິດການເປັນຢູ່ດ້ານວັດຖຸກໍ່ຄືຈິດໃຈ.

ຄວາ​ມ​ເປັນຈິງ​ກຳ​ລັງພິ​ສູດໃຫ້ເຫັນ​ວ່າ: 39 ກວ່າ​ປີທີ່​ຜ່ານ​ມາ ພັກ​ປະ​ຊາ​ຊົນກຳ​ປູ​ເຈຍ ໄດ້​ຮ່ວມ​ສຸກ​ຮ່ວມ​ທຸກ​ກັບ​ປະ​ຊາ​ຊົນກຳ​ປູ​ເຈຍ, ຄວາມ​ມາ​ນະ​ພະ​ຍາ​ຍາມ​ໃນ​ການ​ແກ້​ໄຂ​ຄວາມຫຍຸ້ງ​ຍາກ​ ແລະ ລຳ​ບາກ, ເພື່ອ​ຍາ​ດ​ໄດ້​​ຜົນ​ສຳ​ເລັດເປັນ​ປະ​ຫວັດ​ສາດ, ນຳ​ພາ​ປະ​ເທດ​ໃຫ້ຫຼຸດ​ພົ້ນ​ອອກ​ຈາກເງົາ​​ມືດ​​ຂອງ​ອາ​ດີດ ແລະ ກ້າວ​ໄປ​ສູ່​ການ​ພັດ​ທະ​ນາ ອັນ​ມີ​ກຽດ​ສະ​ຫງ່າ​ງາມ​ໃນ​ທຸກໆ​ຂົງ​ເຂດຄື: ​ມີສັນ​ຕິ​ພາບ, ເອກ​ກະ​ລາດ, ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ເປັນ​ປຶກ​ແຜ່ນ.

ປະ​ຈຸ​ບັນ ເສດ​ຖະ​ກິດ​ກຳ​ປູ​ເຈຍ ພັດ​ທະ​ນາ​ຢ່າງ​ໝັ້ນຄົງ. 6 ເດືອນ​ຕົ້ນ​ປີ 2018 ສະ​ພາບ​ການ​ເມືອງ-ສັງ​ຄົມແມ່ນ​ມີ​ຄວາມ ​ໝັ້ນ​ຄົງ​ໂດຍ​ພື້ນ​ຖານ, ​ມີຄວາມ​ສະ​ຫງົບ ແລະ​ ເປັນ​ລະ​ບຽບ​ຮຽ​ບ​ຮ້ອຍ​ ໃນທົ່ວ​ສັງ​ຄົມ​ກຳ​ປູ​ເຈຍ​. ເສດ​ຖະ​ກິດ​ມະ​ຫາ​ພາກ ກຳ​ປູ​ເຈຍ​ສື​ບ​ຕໍ່​ພັດ​ທະ​ນາ​ຕາມ​ທ່າ​ອ່ຽງ ຂອງ​ການ​ຈະ​ເລີນ​ເຕີບ​ໂຕ ໃນງວດ IV ປີ 2017, ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບ​ປຸງ, ບັນ​ດາ​ນະ​ໂຍ​ບາຍ​ຊີວິດການ​ເປັນ​ຢູ່, ໄດ້​ຮັບ​ການ​ເອົາ​ໃຈ​ໃສ່ ແລະ ໃຫ້​ຄວາມ​ສຳ​ຄັນ.

ສືບຕໍ່ເປົ້າໝາຍ ແຜນນະໂຍບາຍໃໝ່ ຂອງພັກປະຊາຊົນກຳປູເຈຍຢືນຢັນວ່າ: ຈະໃຫ້ບູລິມະສິດກ່ຽວກັບສິດຜົນປະໂຫຍດ, ໂດຍສະເພາະແມ່ນຊົນຊັ້ນຊາວນາ ແລະ ກຳມະກອນ. ດ້ວຍການບໍ່ເກັບພາສີ ເຄື່ອງມືກະສິກຳຂອງຊາວນາ ເພື່ອເພີ່ມປະລິມານການຜລິດ ໃນຮູບແແບບຄອບຄົວ, ຊ່ວຍເຫຼືອແກ່ຊາວກະສິກອນເປີດກວ້າງການຜລິດກຳສິກຳ ແລະ ຊອກຫາແຫຼ່ງຕະຫຼາດຈຳໜ່າຍສິນຄ້າກຳສິກຳ ດ້ວຍລາຄ່າທີ່ເໝາະສົມ. ປະຊາຊົນບໍ່ມີທີ່ດິນປຸກສ້າງຈະໄດ້ຮັບທີ່ດິນ ເພື່ອກໍ່ສ້າງທີ່ຢູ່ອາໄສ ແລະ ເພີ່ມຄ່າຜລິດຜ່ານໂຄງການ ທີ່ດິນສົງເຄາະຂອງສັງຄົມ.

ພັກປະຊາຊົນກຳປູເຈຍ ມີນະໂຍບາຍເພີ່ມເງີນເດືອນໃຫ້ ກຳມະກອນ ແລະ ຊາວຜູ້ອອກແຮງງານ ດ້ວຍການເພີ່ມສະຫວັດດີການອື່ນໆ ເພື່ອເພີ່ມທະວີຍົກສູງຄຸນລັກສະນະຂອງວຽກງານ ແລະ ຮັບປະກັນວິຊາຊີບ ໃຫ້ກຳມະກອນ ແລະ ຊາວຜູ້ອອກແຮງງານ.

(ຫັດ​ທະ​ບູນ)

ເຫດການ