ການເລືອກຕັ້ງກຳປູເຈຍ ສຳເລັດດ້ວຍຄວາມຈົບງາມ

11:07 | 30/07/2018

ຍສໝ - ຕອນບ່າຍຂອງວັນທີ 29 ກໍລະກົດ ທຸກຈຸດປ່ອນບັດໃນທົ່ວປະເທດກຳປູເຈຍ ໄດ້ປິດ ຊິ້ນສຸດການລົງຄະແນນສຽງເລືອກຕັ້ງສະພາແຫ່ງຊາດກຳປູເຈຍ ສະໄໝທີ VI.

ສຳນັກຂ່າວ Reuters ຢັ້ງຢືນວ່າ ຄະນະກຳມະການການເລືອກຕັ້ງແຫ່ງຊາດກຳປູເຈຍ ຫຼື NECໃຫ້ຮູ້ວ່າ: ຈຳນວນຜູ້ມີສິດເລືອກຕັ້ງໄດ້ໄປເລືອກຕັ້ງກວມ 80,49% ຂອງຈຳນວນຜູ້ໄປລົງທະບຽນ. ຮູ້ວ່າມີປະຊາຊົນກຳປູເຈຍ ປະມານ 8,3 ລ້ານຄົນທີ່ລົງທະບຽນ ໄປ ປ່ອນບັດມື້ວານນີ້ 29 ກໍລະກົດ.

ປະທານ NEC, ທ່ານ Sik Bun Hok ໄດ້ໃຫ້ສຳພາດວ່າ: ການເລືອກຕັ້ງຈົບລົງດ້ວຍຄວາມສຳເລັດຢ່າງຈົບງາມ. ປະເທດກຳປູເຈຍ ຄວນພູມໃຈຍ້ອນການເລືອກຕັ້ງສະມາຊິກສະພາແຫ່ງຊາດຄັ້ງນີ້ ປະຊາຊົນອອກມາເລືອກຕັ້ງເປັນຈຳນວນຫຼວງຫຼາຍຖ້າທຽບໃສ່ຫຼາຍປີທີ່ຜ່ານມາ.

ການເລືອກຕັ້ງກຳປູເຈຍ ສຳເລັດດ້ວຍຄວາມຈົບງາມ

ປະຊາຊົນຜູ້ມີສິດເລືອກຕັ້ງອອກໄປກວດລາຍຊື່ຂອງຕົນຄືນ.

ປະຊາຊົນກຳປູເຈຍ ຄາດຫວັງວ່າ ສະພາແຫ່ງຊາດກຳປູເຈຍ ສະໄໝທີ VI ຈະສືບຕໍ່ນຳຄວາມບຸກທະລຸ, ນຳຄວາມພັດທະນາມາໃຫ້ປະເທດກຳປູເຈຍ.

ນາຍົກລັດຖະມົນຕີກຳປູເຈຍ Samdech Hun Sen ໄດ້ອອກໄປປ່ອນບັດຢູ່ຈຸດປ່ອນບັດແຂວງ Kandal ເຊິ່ງເປັນບ້ານເກີດຂອງທ່ານ ຕັ້ງແຕ່ເຊົ້າເພື່ອປະຕິບັດສິດປະຊາທິປະໄຕຂອງຕົນ.

ທ່ານ Kum Sophoan, ປະຊາຊົນນະຄອນຫຼວງ Phnom Penh ໃຫ້ຮູ້ວ່າ: “ມື້ນີ້ເພິ່ນໄດ້ອອກໄປປ່ອນບັດ , ຂ້ອຍຮູ້ສືກມີຄວາມດີໃຈ ແລະ ມີຄວາມສຸກ. ຂ້ອຍຫວັງວ່າຈະເລືອກໄດ້ຜູ້ນຳທີ່ມຄວາມຮູ້ຄວາມສະມາດ, ມີຄຸນສົມບັດດີເພື່ອນຳພາປະເທດຊາດ, ນຳພາປະເທດຊາດໄປສູ່ຄວາມພັດທະນາ”.

ການແຂ່ງຂັນເລືອກຕັ້ງສະມາຊິກສະພາແຫ່ງຊາດກຳປູເຈຍ ສະໄໝທີ 6 ຄັ້ງນີ້.

ການເລືອກຕັ້ງກຳປູເຈຍ ສຳເລັດດ້ວຍຄວາມຈົບງາມ

ນາຍົກລັດຖະມົນຕີ ຮຸນເຊນ ພ້ອມພັນລະຍາ ໄປປ່ອນບັດເລືອກຕັ້ງຢູ່ບ້ານເກີດ.

ເຂົ້າຮ່ວມສັງເກດການ ການເລືອກຕັ້ງສະມາຊິກສະພາແຫ່ງຊາດກຳປູເຈຍ ສະໄໝທີ 6 ບັນດາຜູ້ສັງເກດການສາກົນ ສະແດງຄວາມປະທັບໃຈ ກ່ຽວກັບການເລືອກຕັ້ງທີ່ດຳເນີນໄປບົນບັນຍາການແຫ່ງສັນຕິ. ປະຊາຊົນຜູ້ມີສິດເລືອກຕັ້ງເຂົ້າແຖວຢ່າງເປັນລະບຽນ ແລະ ບໍ່ມີເຫດການໃດຜິດປົກກະຕິໃດໆໃນຂະບວນການການເລືອກຕັ້ງຄັ້ງນີ້.

NEC ກຳລັງສະຫຼຸບຜົນການເລືອກຕັ້ງເບື້ອງຕົ້ນ.

ຕາມໜັງສືພິມ Phnom Penh Post, ການເລືອກຕັ້ງຄັ້ງນີ້ດຳເນີນໄປດ້ວຍຄວາມເລື່ອນໄຫຼ, NEC ໄດ້ຮັບໃບຟ້ອງຮ້ອງໃນຊ່ວງການເລືອກຕັ້ງພຽງແຕ່ 30 ສະບັບເທົ່ານັ້ນ, ໜ້ອຍກວ່າປີ 2013 ເຊິ່ງມີເຖິງ 100 ສະບັບ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.