ອົງການກວດກາລັດຖະບານ ຫວຽດນາມ ພົບປະກັບ ປະທານອົງການກວດສອບແຫ່ງລັດ ຂອງລາວ

00:54 | 13/05/2019

ຍສໝ - ຕອນເຊົ້າວັນທີ 9 ມັງກອນນີ, ທ່ານ ເລ ມິງຄ໋າຍ ປະທານໃຫຍ່ອົງການກວດກາລັດຖະບານ ຫວຽດນາມ ໄດ້ໃຫ້ກຽດຕ້ອນຮັບ ຄະນະຜູ້ແທນຂັ້ນສູງ ອົງການກວດສອບແຫ່ງລັດ ຂອງ ສປປ ລາວ ນຳໂດຍ ທ່ານນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ .ທີ່ການຕ້ອນຮັບກໍ່ຍັງມີ ທ່ານ ຫງວ໋ຽນ ວັນແທັງ ຮອງປະທານອົງການກວດກາລັຖະບານ ຫວຽດນາມ ກໍ່ເປັນກຽດເຂົ້າຮ່ວມ.

ອົງການກວດກາລັດຖະບານ ຫວຽດນາມ ພົບປະກັບ ປະທານອົງການກວດສອບແຫ່ງລັດ ຂອງລາວ

ບັນຍາກາດການພົບປະ ລະຫວ່າງ ປະທານ ອົງການກວດສອບ ແຫ່ງລັດ ສປປ ລາວ ແລະ ປະທານໃຫຍ່ອົງການກວດກາລັດຖະບານ ຫວຽດນາມ.

ທ່ານ ເລ ມິງຄ໋າຍ ປະທານໃຫຍ່ອົງການກວດກາລັດຖະບານ ຫວຽດນາມ ສະແດງຄວາມຍິນດີຕ້ອນຮັບ ການມາຢ້ຽມຢາມ ແລະ ເຮັດວຽກກັບ ອົງການກວດກາລັດຖະບານຫວຽດນາມ ຂອງ ຄະນະຜູ້ແທນຂັ້ນສູງ ອົງການກວດສອບແຫ່ງລັດ ຂອງ ສປປ ລາວ ຢ່າງສຸດອົກສຸດໃຈ. ທ່ານປະທານໃຫຍ່ອົງການກວດກາລັດຖະບານ ຫວຽດນາມ ໄດ້ໃຫ້ຮູ້ວ່າ: ເພື່ອແນໃສ່ເພີ່ມທະວີສາຍພົວພັນໃນຂົງເຂດ ກວດກາກໍ່ຄືກວດສອບ ບົນພື້ນຖານ ສ້າງເງື່ອນໄຂເພື່ອໃຫ້ທັງສອງອົງການ ເຮັດສຳເລັດໜ້າທີ່ເປັນຢ່າງດີ, ຢູ່ທີ່ ຫວຽດນາມ ອົງການກວດກາລັດຖະບານ ແລະ ອົງການກວດສອບແຫ່ງລັດ ສປປ ລາວ ບັນລຸໄດ້ບັນດາຜົນສຳເລັດອັນຕັ້ງໜ້າ, ຂໍ້ຄົງຄ້າງ ແລະ ຫຍຸ້ງຍາກ, ສິ່ງທີ່ຄ້າຍຄືກັນຂອງ ການກວດກາ ແລະ ກວດສອບ. ປະທານໃຫຍ່ອົງການກວດກາ ຫວຽດນາມ ຫວັງເປັນຢ່າງຍິ່ງວ່າ ຜ່ານການຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້, ພ້ອມກັບການສະໜອງ ຂໍ້ມູນຂ່າວສານອັນໃໝ່ໆກ່ຽວຂ້ອງກັບ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງສອງອົງການໃຫ້ແກ່ກັນແລ້ວ, ທັງສອງອົງການຍັງແບ່ງປັນຢ່າງກົງໄປກົງມາ ກ່ຽວກັບປະສົບການໃນການຊີ້ນຳ, ບໍລິຫານການເຄື່ອນໄຫວ ກວດກາຕິດຕາມ, ກວດສອບ ເພື່ອຮ່ວມກັນ ຖອດຖອນບົດຮຽນ ເພື່ອນຳໄປປັບປຸງ ແລະ ຍົກສູງຜົນສຳເລັດໃຫ້ດີຂື້ນຕື່ມ.

ທ່ານນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ສປປ ລາວ ໄດ້ກ່າວຄຳຂອບໃຈ ສະລັບການຕ້ອນຮັບອັນອົບອຸ່ນ ແລະ ໄມຕີຈິດ ຂອງ ປະທານໃຫຍ່ອົງການກວດກາ ລັດຖະບານຫວຽດນາມ ທີ່ມອບໃຫ້ຄະນະຂອງລາວ. ທ່ານຍັງຫວັງເປັນຢ່າງຍິ່ງວ່າ ໃນອານາຄົດ ທັງສອງຝ່າຍຈະເພີ່ມທະວີສາຍພົວພັນ ໃນຫຼາຍຂົງເຂດ ບົນພື້ນຖານ ມີຜົນປະໂຫຍດຮ່ວມກັນ, ປະກອບສ່ວນນຳສາຍພົວພັນມິດຕະພາບຂອງສອງປະເທດ ກໍ່ຄືສອງອົງການ ສູ່ບາດກ້າວໃໝ່, ເລິກເຊິ່ງ, ຮັດແໜ້ນ ແລະ ມີປະສິດທິຜົນກ່ວາເກົ່າ.

ໂອກາດປີໃໝ່ນີ້ ທ່ານ ເລ ມິງຄ໋າຍ ປະທານໃຫຍ່ອົງການກວດກາລັດຖະບານຫວຽດນາມ ໄດ້ຝາກຄຳອວຍພອນສຸຂະພາບ, ຄວາມສຸກ, ປະສົບຜົນສຳເລັດໃນໜ້າທີ່ວຽກງານ ເຖິງປະທານ ອົງການກວດສອບແຫ່ງລັດ ສປປ ລາວ ພ້ອມຄະນະ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.