ໄຂຊຸດຝຶກອົບຮົມຄົ້ນຄວ້າຍຸດທະສາດການທະຫານໃຫ້ແກ່ກອງທັບລາວ

15:39 | 24/06/2019

ຕອນບ່າຍວັນທີ 19 ມິຖຸນາ 2019, ສະຖາບັນຍຸດທະສາດການປ້ອງກັນຊາດຫວຽດນາມ ໄດ້ຈັດຕັ້ງພິທີໄຂຊຸດຝຶກອົບຮົມຄົ້ນຄວ້າຍຸດທະສາດການທະຫານ (ກະຊວງປ້ອງກັນປະເທດລາວ) ຊຸດທີ 4 ຢູ່ກອງ 871 (ກົມໃຫຍ່ການເມືອງ).

ໄຂຊຸດຝຶກອົບຮົມຄົ້ນຄວ້າຍຸດທະສາດການທະຫານໃຫ້ແກ່ກອງທັບລາວ

ບັນດາຜູ້ແທນທີ່ພິທີໄຂຊຸດຝຶກອົບຮົມ. (ພາບ: ຮວ່າງຫວູ/la.qdnd.vn)

ກ່າວຄໍາເຫັນທີ່ພິທີໄຂຊຸດຝຶກອົບຮົມ, ທ່ານພັນເອກພິເສດ ຫງວຽນ ວັນ ເທິນ, ຮອງຫົວໜ້າສະຖາບັນຍຸດທະສາດການປ້ອງກັນຊາດ ເນັ້ນໜັກວ່າການຮ່ວມມືດ້ານປ້ອງກັນຊາດໄດ້ຮັບຖືວ່າແມ່ນເສົາຄໍ້າສໍາຄັນໃນການພົວພັນຫວຽດນາມ-ລາວ. ຕາມທ່ານພັນເອກພິເສດ ຫງວຽນ ວັນ ເທິນ ແລ້ວ, ເລື່ອງບໍາລຸງສ້າງພະນັກງານໃຫ້ແກ່ກອງທັບປະຊາຊົນລາວ ເວົ້າລວມ, ກົມວິທະຍາສາດ-ປະຫວັດສາດການທະຫານ (ກະຊວງປ້ອງກັນປະເທດລາວ) ເວົ້າສະເພາະແມ່ນໜຶ່ງໃນບັນດາໜ້າທີ່ການເມືອງສໍາຄັນພິເສດຂອງສະຖາບັນຍຸດທະສາດການປ້ອງກັນຊາດຫວຽດນາມ.

ຊຸດຝຶກອົບຮົມໄດ້ຈັດຕັ້ງໃນເວລາ 1 ເດືອນ ເພື່ອແນໃສ່ບໍາລຸງສ້າງ, ຍົກສູງລະດັບຄວາມຮູ້ ແລະ ວິທີການຄົ້ນຄວ້າຍຸດທະສາດການປ້ອງກັນຊາດ, ຍຸດທະສາດການທະຫານໃຫ້ແກ່ນາຍທະຫານກົມວິທະຍາສາດ-ປະຫວັດສາດການທະຫານ (ກະຊວງປ້ອງກັນປະເທດລາວ). ຜ່ານຊຸດຝຶກອົບຮົມຄັ້ງນີ້, ບັນດານັກສໍາມະນາກອນມີໂອກາດຄົ້ນຄວ້າ, ຮໍ່າຮຽນ, ພົບປະ, ແລກປ່ຽນບົດຮຽນກັບພະນັກງານ, ຄູອາຈານຂອງສະຖາບັນຍຸດທະສາດການປ້ອງກັນຊາດຫວຽດນາມ, ພ້ອມທັງມີໂອກາດໄປທັດສະນະຢູ່ບາງກົມກອງຂຶ້ນກັບທະຫານເຂດ 3 ເພື່ອແນໃສ່ເພີ່ມທະວີນໍ້າໃຈສາມັກຄີ, ມິດຕະພາບລະຫວ່າງກອງທັບ ແລະ ປະຊາຊົນສອງປະເທດ.

(ແຫຼ່ງ​ຂໍ້​ມູນ​: la.qdnd.vn)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.