ກອງປະຊຸມສຸດຍອດ ຢີປຸ່ນ-ຈີນ-ເກົາຫຼີໃຕ້ ໄດ້ໄຂຂື້ນຢ່າງເປັນທາງການ

13:59 | 09/05/2018

ຍ​ສ​ໝ - ກອງປະຊຸມສຸດຍອດ ຢີປຸ່ນ-ຈີນ-ເກົາຫຼີໃຕ້ ໄດ້ໄຂຂື້ນຢ່າງເປັນທາງການ ທີ່ ໂຕກຽວ, ປະເທດ ຢີປຸ່ນ ໃນຕອນເຊົ້າ ປະມານ 10ໂມງປາຍ ຂອງວັນທີ່ 9 ພຶດສະພາ (ຕາມເວລາຂອງປະເທດຢີປູ່ນ).

ພາຍຫຼັງສອງປີເຄິ່ງ ກອງປະຊຸມນີ້ຈິ່ງໄດ້ຈັດຂຶ້ນ ​ນັບຕັ້ງແຕ່ ເດືອນ ພະຈິກ ປີ 2015 ຢູ່ເກົາຫລີໃຕ້. ນາຍົກລັດຖະມົນຕີຍີ່ປຸ່ນ ​ຊິນ​ໂຊ​ ອາ​ເບະ, ນາຍົກລັດຖະມົນຕີຈີນ Li Keqiang ແລະ ປະທານາທິບໍດີເກົາຫຼີໃຕ້ ມູນ​ເຈ​ອິນ​ ໄດ້ເຂົ້າຮ່ວມກອງປະຊຸມ.

ກອງປະຊຸມສຸດຍອດ ຢີປຸ່ນ-ຈີນ-ເກົາຫຼີໃຕ້ ໄດ້ໄຂຂື້ນຢ່າງເປັນທາງການ

ນາຍ​ຍົກ​ລັດ​ຖະ​ມົນ​ຕີ ຢີ​ປູ່ນ ທ່ານ ຊິນ​ໂຊ​ ອາ​ເບະ(ຊ້າຍ)​ຈັບ​ມື​ກັບ ທ່ານ ລີ໋​ເຄິ້​ສຽງ ນາ​ຍ​ຍົກ​ລັດ​ຖະ​ມົນ​ຕີ ຈີນ. (ພາບ: Chiang Rai Times).

ທີ່ກອງປະຊຸມສຸດຍອດ, ສາມປະເທດຈະສຸມໃສ່ປຶກສາຫາລືກ່ຽວກັບໝາກຜົນໄດ້ຮັບຂອງກອງປະຊຸມສຸດຍອດລະຫວ່າງ​ສອງເກົາຫຼີ ແລະ ການ​ພົບ​ປະ​ຄັ້ງປະຫວັດສາດລະຫວ່າງປະເທດສະຫະລັດ​ອາ​ເມ​ລິ​ກາ ແລະ ເກົາຫຼີເໜືອ​ເທື່ອ​ທຳ​ອິດ​ກຳ​ລັງ​ຈະ​ເກີດ​ຂື້ນ.

​ເວົ້າ​ສະ​ເພາະປະເທດຍີ່ປຸ່ນ, ທ່ານ ​ອາ​ເບະ ຕ້ອງຢືນຢັນ​ຄືນວ່າການຮ່ວມມືຢ່າງໃກ້ຊິດລະຫວ່າງສາມປະເທດ ແນ​ໃສ່ ແກ້ໄຂບັນຫານິວເຄຼຍຂອງເກົາຫຼີເຫນືອຢ່າງ​ຮອບ​ດ້ານ ໂດຍການກວດສອບ​ລົງ​ພື້ນ​ທີ່​ຈິງ​ກ່ຽວ​ກັບການຖອນຕົວ ແລະ ປະ​ວາງ ສະຖານທີ່ ຜ​ລິດນິວເຄຼຍ ແລະ ລູກ​ສອນ​ໄຟ, ​ພ້ອມ​ກັນ​ນັ້ນໄກ້​ໄຂ​ບັນ​ຫາ ຄົນ​ຢີ​ປູ່ນ​ຖືກ ຄົນເກົາ​ຫຼີ​ເໜືອ ຈັບ​ເປັນ​ຕົວ​ປະ​ກັນໃຫ້​ປະ​ກົດ​ຜົນ​ເປັນ​ຈິງ.

ໃນຂົງເຂດເສດຖະກິດ, ໃນປະຈຸບັນ ສາມປະເທດ ກວມປະມານ 20% ຂອງ GDP ລວມທົ່ວໂລກ. ຍ້ອນ​ແນວນັ້ນ, ການເພີ່ມ​ທະ​ວີ ການຮ່ວມມືຂອງສາມປະເທດໃນຂົງເຂດເສດຖະກິດກໍ່ແມ່ນ ຫົວຂໍ້ທີ່ສໍາຄັນເພື່ອປະກອບສ່ວນເພື່ອສ້າງ​ຄວາມສະຖຽນລະພາບ ແລະ ພັດທະນາເສດຖະກິດ ໂລກ. ທັງສາມຝ່າຍໄດ້ຢືນຢັນຈະ​ຮັກສາ ແລະ ພັດທະນາເຂດການຄ້າເສລີ.

ໃນຕອນທ້າຍຂອງກອງປະຊຸມ, ຜູ້ນໍາສາມຈະອອກຖະແຫຼງການຮ່ວມກັນ.

ໃນວັນດຽວ​ກັນ ນາຍົກລັດຖະມົນຕີຍີ່ປຸ່ນ ອາ​ເບະ ຈະຖືໂອ້ລົມ ສ່ວນ​ຕົວ​ກັບ​ນາ​ຍົກລັດຖະມົນຕີຈີນ Li Keqiang ແລະປະທານາທິບໍດີ ​ມູນ​ແຈ​ອິນ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.