ພິທີມອບ-ຮັບໃບປະກາດສະນີຍະບັດໃຫ້ແກ່ນັກສຳມະນາກອນ ລາວ ແລະ ກໍາປູເຈຍ

00:19 | 08/06/2019

ຍສໝ - ໃນຕອນເຊົ້າຂອງວັນທີ 6 ມິຖຸນາ 2019, ທີ່ ວິທະຍາຄານປ້ອງກັນຊາຍແດນຫວຽດນາມ ໄດ້ຈັດຕັ້ງພິທີມອບ-ຮັບໃບປະກາດສະນີຍະບັດໃຫ້ແກ່ນັກສຳມະນາກອນ ລາວ ແລະ ກໍາປູເຈຍ.

ພິທີມອບ-ຮັບໃບປະກາດສະນີຍະບັດໃຫ້ແກ່ນັກສຳມະນາກອນ ລາວ ແລະ ກໍາປູເຈຍ

ພິທີມອບ-ຮັບໃບປະກາສະນີຍະບັດໃຫ້ແກ່ນັກສຳມະນາກອນ ລາວ ແລະ ກໍາປູເຈຍ.(ພາບ:bienphong.com.vn)

ຜ່ານ 4 ປີ ທີ່ຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມ ຢູ່ວິທະຍາຄານປ້ອງກັນຊາຍແດນ, ບັນດານັກສຳມະນາກອນ ໄດ້ມີບັນດາຄວາມຮູ້ໂດຍພື້ນຖານ ດ້ານການເມືອງ, ການທະຫານ, ກົດໝາຍ; ວິຊາການ-ວິຊາສະເພາະ… ບັນດານັກສໍາມະນາກອນການທະຫານ ລາວ ແລະ ກໍາປູເຈຍ ຈະກັບຄືນປະເທດ, ມີຄວາມໝັ້ນໃຈຕົນເອງ ໃນການຮັບ ແລະ ປະຕິບັດທຸກໜ້າທີ່ວຽກງານໃໝ່ເປັນຢ່າງດີ; ປະກອບສ່ວນຮ່ວມກັບປະຊາຊົນ ຢູ່ ເຂດຊາຍແດນ ຮ່ວມແຮງຮ່ວມໃຈກັນເພີ່ມພູນຄູນສ້າງ, ສ້າງຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ.

(ໄຊພອນ)

302 Found

Found

The document has moved here.