ປະກາດສັນຍາລັກ ປີອາຊຽນ 2020 ຢ່າງເປັນທາງການດ້ວຍດອກບົວທີ່ຢ່າງໂດດເດັ່ນ

07:07 | 04/01/2020

ຍສໝ - ວັນທີ 3-1, ຢູ່ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ປະກາດສັນຍາລັກອາຊຽນປີ 2020 ຢ່າງເປັນທາງການ, ຕາມນັ້ນ, ແບບຢ່າງສັນຍາລັກໄດ້ເລືອກເອົາ ໂດຍທ່ານ ຟ້າມ ຫງ້ອກ ເທືອງ (ແຂວງລອງອານ), ດ້ວຍດອກບົວທີ່ຢ່າງໂດດເດັ່ນ.

ປະກາດສັນຍາລັກ ປີອາຊຽນ 2020 ຢ່າງເປັນທາງການດ້ວຍດອກບົວທີ່ຢ່າງໂດດເດັ່ນ

ສັນຍາລັກ ປີອາຊຽນ 2020 ຢ່າງເປັນທາງການ

ດອກບົວໃນໂລໂກ້ອາຊຽນ 2020 ດ້ວຍ 3 ກີບດອກໄມ້ຫຼາຍສີ ເຊິ່ງເປັນສັນຍະລັກໃຫ້ແກ່ 3 ຫຼັກແຫຼ່ງຂອງປະຊາຄົມອາຊຽນ, ໄດ້ຈັດລຽງໃນທິດທາງດຽວ, ເປັນສັນຍາລັກຄວາມສາມັກຄີຂອງອາຊຽນໃນການຍາດແຍ່ງຄາວເຄາະ, ການເໝາະສົມທ້າທາຍຕ່າງໆ.

ຢູ່ເຄິ່ງກາງຂອງໂລໂກ້ ແມ່ນສັນຍາລັກຂອງອາຊຽນ, ຮູບພາບຂອງນົກຮຸງ ທີ່ກຳລັງບິນ ຢູ່ອ້ອມຮອບດອກບົວນີ້, ຄ້າຍຄືເອົາເຮືອທີ່ກ້າວໄປຂ້າງໜ້າ, ນຳພາປະຊາຄົມອາຊຽນໃຫ້ມີການຂະຫຍາຍຕົວແບບຍືນຍົງ, ການເຊື່ອມຕໍ່ ແລະ ການເຊື່ອມໂຍງເພື່ອຄວາມຈະເລີນຮຸ່ງເຮືອງຮ່ວມກັນ. ສີສັນຂອງສັນຍາລັກອາຊຽນປີ 2020 ມີຄວາມກົມກຽວກັນ. ໃນນັ້ນ, ສີເຫລືອງເປັນສັນຍາລັກໃຫ້ຄວາມຈະເລີນຮຸ່ງເຮືອງ, ຄວາມໜ້າປະເອີບໃຈ ແລະ ຄວາມສຸກ; ສີແດງສະແດງໃຫ້ເຫັນເຖິງຄວາມຂະຫຍັນຂັນເຂື່ອນ, ພະລັງງານ ແລະ ຄວາມຕັດສິນໃຈ; ສີຂຽວແມ່ນສັນຕິພາບ, ສະຕິປັນຍາ ແລະຄວາມເຊື່ອໝັ້ນ.

ທ່ານລັດຖະມົນຕີກະຊວງວັດທະນະ ທຳ, ກິລາແລະທ່ອງທ່ຽວ ເລກ່ວາງຕູ່ງ ໃຫ້ຮູ້ວ່າ: ບົນພື້ນຖານໂລໂກ້ທີ່ໄດ້ປະກາດເປັນທາງການ, ຄະນະກຳມະການແຫ່ງຊາດອາຊຽນ 2020 ຈະຊີ້ນຳການຈັດຕັ້ງປະຕິບັດບັນດາຊຸດຮັບຮູ້ ແລະ ເປີດກິດຈະກຳໂຄສະນາຢ່າງເປັນທາງການ ເພື່ອເຜີຍແພ່ຢ່າງທົ່ວເຖິງປີອາຊຽນ 2020.

ປະກາດສັນຍາລັກ ປີອາຊຽນ 2020 ຢ່າງເປັນທາງການດ້ວຍດອກບົວທີ່ຢ່າງໂດດເດັ່ນ

ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຈະປະກາດໂລໂກ້ຂອງອາຊຽນ 2020.

ທິດທາງບຸລິມະສິດບູລິມະສິດປີອາຊຽນ 2020 ຂອງຫວຽດນາມ ແມ່ນເພື່ອເພີ່ມທະວີຄວາມສາມັກຄີ ແລະ ຄວາມເປັນເອກະພາບຂອງອາຊຽນ, ຮັກສາສະພາບການສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບປົກກະຕິໃນພາກພື້ນ; ຊຸກຍູ້ການເຊື່ອມຕໍ່ ແລະ ຮ່ວມເຂົ້າກັນພາກພື້ນ, ແນໃສ່ປະຊາຊົນ, ເອົາປະຊາຊົນເປັນໃຈກາງ. ປີອາຊຽນ 2020 ກໍ່ສົ່ງເສີມຄວາມເປັນເອກະລັກຂອງອາຊຽນ; ເໝາະສົມ ແລະ ນຳໃຊ້ຜົນສຳເລັດຂອງອຸດສາຫະກຳຢ່າງ 4.0; ບັນດາຄູ່ຮ່ວມເພື່ອສັນຕິພາບ, ການພັດທະນາແບບຍືນຍົງ, ການເສີມສ້າງຄວາມສາມາດ ໃນການເໝາະສົມ ແລະ ປະສິດທິພາບການດຳເນີນງານຂອງອາຊຽນ.

(ຄຳຮຸ່ງ)

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.