ຫວຽດນາມ ຍັງຄົງສືບຕໍ່ ມອບເງິນຊ່ວຍເຫລືອ ໃຫ້ແກ່ຜູ້ປະສົບໄພ ຢູ່ແຂວງ ອັດຕະປື

15:33 | 16/08/2018

ໃນ​ວັນ​ທີ 15-16 ສິງຫາ 2018, ທີ່ສະຖານທູດລາວ ປະຈຳ ສສ ຫວຽດນາມ, ທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ. ຫວຽດນາມ ໄດ້ຮັບເງິນຊ່ວຍເຫລືອ ຈາກບັນດາອົງການ ແລະ ບໍລິສັດຂອງ ຫວຽດນາມ.

ຫວຽດນາມ ຍັງຄົງສືບຕໍ່ ມອບເງິນຊ່ວຍເຫລືອ ໃຫ້ແກ່ຜູ້ປະສົບໄພ ຢູ່ແຂວງ ອັດຕະປື

ບໍລິສັດຫຸ້ນສ່ວນໄຟຟ້າ ຫວຽດນາມ-ລາວ ມອບເງິນຊ່ວຍເຫຼືອໃຫ້ແກ່ຜູ້ປະສົບໄພ.(ພາບ: ຂປລ)

ບໍລິສັດຫຸ້ນສ່ວນ ໄຟຟ້າຫວຽດນາມ-ລາວ ຈຳນວນ 31.150 ໂດລາສະຫະລັດ, ມອບໂດຍ, ທ່ານ ຟຸ່ງມິງຈາ ຮອງອຳນວຍການ ບໍລິສັດຫຸ້ນສ່ວນໄຟຟ້າ ຫວຽດນາມ-ລາວ, ຈາກວິທະຍາຄານຕຳຫລວດ ປາຊາຊົນຫວຽດນາມ ຈຳນວນ 50 ລ້ານດົງ, ມອບໂດຍ, ທ່ານ ພັອ ສຈ.ປອ ຫງວຽນດັກຮວານ ຮອງອຳນວຍການ ວິທະຍາຄານຕຳ ຫລວດປະຊາຊົນ ຫວຽດນາມ, ສາມະຄົມມິດຕະພາບຫວຽດນາມ-ລາວ ແຂວງ ຖາຍຫງວຽນ ຈຳນວນ 50 ລ້ານດົງ, ມອບໂດຍ ທ່ານ ຫງວຽນ ຢວ໊ານ ກິງ ປະທານສາມະຄົມມິດຕະພາບຫວຽດນາມ-ລາວ ແຂວງ ຖາຍຫງວຽນ ເພື່ອນຳໄປ ຊ່ວຍ​ເຫລືອບັນເທົາທຸກ ຜູ້​ປະ​ສົບ​​​ໄພພິບັດທາງ​ທຳ​ມະ​ຊາດ​ ຍ້ອນຄູກັນອ່າງ ເກັບນ້ຳເຂື່ອນ​ໄຟຟ້າເຊ​ປຽນ-​ເຊ​ນ້ຳ​ນ້ອຍ ​ແຕກ​ໃນວັນ​ທີ 23 ກໍລະກົດ 2018 ຜ່ານມາ ​ເຮັດ​ໃຫ້​ມວນ​ນ້ຳ​ໄຫລ​ຖ້ວມ​ຊຸ​ເຮືອນ​ປະຊາຊົນ ​ຢູ່​​ເມືອງ​ສະໜາມ​ໄຊ ​​ແຂວງ​ອັດ​ຕະປື ໄດ້​ຮັບ​ຄວາມ​ເສຍຫາຍ ​ທາງ​ດ້ານ​ຊັບ​ສິນ ​ແລະ ຊີວິດເປັນຈຳນວນ​ຫລາຍ.

ຫວຽດນາມ ຍັງຄົງສືບຕໍ່ ມອບເງິນຊ່ວຍເຫລືອ ໃຫ້ແກ່ຜູ້ປະສົບໄພ ຢູ່ແຂວງ ອັດຕະປື

ວິທະຍາຄານຕຳຫລວດ ປາຊາຊົນຫວຽດນາມ ມອບເງິນຊ່ວຍເຫຼືອໃຫ້ແກ່ຜູ້ປະສົບໄພ.(ພາບ: ຂປລ)

ໃນໂອກາດນີ້, ຜູ້ຕາງໜ້າ​ແຕ່​ລະ​ພາກສ່ວນ​ ທີ່​ມາ​ມອບ​ເງິນ​ຊ່ວຍ​ເຫລືອ ຕ່າງກໍ່ໄດ້ສະແດງຄວາມເຫັນໃຈ ຕໍ່​ເຫດໄພພິບັດດັ່ງກ່າວ, ​ເຊິ່ງໄດ້ສ້າງຄວາມສູນເສຍຕໍ່ຊີວິດ ແລະ ຊັບສິນ ຂອງປະຊາ ຊົນເຂດເມືອງ ສະໜາມໄຊ ແຂວງ ອັດຕະປື ເປັນຈຳນວນຫລວງຫລາຍ, ພ້ອມທັງເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳ-ນຳພາຂອງລັດຖະບານລາວ ກໍຄື ຄວາມສາມັກຄີຂອງປວງຊົນລາວທັງຊາດ ແລະ ການຊ່ວຍ ເຫລືອຈາກນາໆ ຊາດຈະສາມາດຟື້ນຟູຊີວິດການເປັນຢູ່ ຂອງປະຊາຊົນ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

ຫວຽດນາມ ຍັງຄົງສືບຕໍ່ ມອບເງິນຊ່ວຍເຫລືອ ໃຫ້ແກ່ຜູ້ປະສົບໄພ ຢູ່ແຂວງ ອັດຕະປື

ສາມະຄົມມິດຕະພາບຫວຽດນາມ-ລາວ ແຂວງ ຖາຍຫງວຽນ ມອບເງິນຊ່ວຍເຫຼືອໃຫ້ແກ່ຜູ້ປະສົບໄພ.(ພາບ: ຂປລ)

​​ ພ້ອມ​ນີ້, ​ທ່ານ ທອງສະຫວັນ ພົມວິຫານ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຊ່ວຍ ເຫລືອດັ່ງກ່າວ, ​ເຊິ່ງສະແດງເຖິງນໍ້າຈິດນໍ້າໃຈ, ຄວາມເປັນຫ່ວງເປັນໄຍຂອງລັດຖະບານ ກໍຄື ປະຊາຊົນ ຫວຽດນາມ ທີ່ມີຕໍ່ປະຊາຊົນລາວ ທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງນີ້, ເປັນການປະກອບສ່ວນຊ່ວຍເຫລືອບັນເທົາທຸກ ໃຫ້ປະຊາຊົນທີ່ປະສົບໄພໃນຄັ້ງນີ້ ປົວແປງຊີວິດການເປັນຢູ່ໃຫ້ດີຂຶ້ນໂດຍໄວ ແລະ ຈະນຳເອົາເງິນຊ່ວຍເຫລືອນີ້ ໄປນຳໃຊ້ເຂົ້າໃນການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບ ໃຫ້ມີປະສິດທິຜົນສູງສຸດ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.