ກຸ່ມບໍລິສັດ ໂທລະຄົມມະນາຄົມ Viettel ໄດ້ເປີດຂະຫຍາຍເຄືອຂ່າຍ 5 ຈີ ແຫ່ງທໍາອິດ ຢູ່ເອເຊຍຕະວັນອອກສຽງໃຕ້

11:31 | 16/07/2019

ຍສໝ - ໃນຕົ້ນເດືອນກໍລະກົດ 2019 ກະຊວງໄປສະນີ-ໂທລະຄົມມະນາຄົມກໍາປູເຈຍ, ບໍລິສັດ Viettel Cambodia (Metfone) ແລະ Telecom Cambodia (ບໍລິສັດໂທລະຄົມມະນາຄົມກໍາປູເຈຍ ສັງກັດກະຊວງໄປສະນີ-ໂທລະຄົມມະນາຄົມກໍາປູເຈຍ) ໄດ້ດໍາເນີນພິທີລົງນາມໃນບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືຜັນຂະຫຍາຍການທົດລອງເຄືອຂ່າຍ 5 ຈີ ຢູ່ກໍາປູເຈຍ.

ກຸ່ມບໍລິສັດ ໂທລະຄົມມະນາຄົມ Viettel ໄດ້ເປີດຂະຫຍາຍເຄືອຂ່າຍ 5 ຈີ ແຫ່ງທໍາອິດ ຢູ່ເອເຊຍຕະວັນອອກສຽງໃຕ້

ພິທີລົງນາມໃນບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືຜັນຂະຫຍາຍການທົດລອງເຄືອຂ່າຍ 5 ຈີ ຢູ່ກໍາປູເຈຍ. (ພາບ: vietnam.net)

ໃນທີ່ພິທີລົງນາມ, ທ່ານ Tram Iv Tek ລັດຖະມົນຕີກະຊວງໄປສະນີ-ໂທລະຄົມມະນາຄົມກໍາປູເຈຍ ໃຫ້ຂໍ້ສັງເກດວ່າ: “ການເຂົ້າຮ່ວມຂອງ Metfone ທີ່ພິທີລົງນາມໃນມື້ນີ້, ແມ່ນປະຖົມປັດໄຈໃຫ້ບັນດາບາດກ້າວຕໍ່ໄປຂອງກະຊວງໄປສະນີ-ໂທລະຄົມມະນາຄົມກໍາປູເຈຍ ໃນເລື່ອງຊຸກຍູ້ ແລະພັດທະນາເຄືອຂ່າຍໂທລະຄົມມະນາຄົມ 5 ຈີ ຕາມທິດລັດຖະບານເອເລັກໂຕນິກ ແລະພື້ນຖານເສດຖະກິດຕະຫຼາດໃນໄລຍະຈະມາເຖິງ.

ທ່ານ Nhong Dinthon ຮອງຜູ້ອໍານວຍການໃຫຍ່ ບໍລິສັດ Viettel Cambodia (Metfone) ໃຫ້ຮູ້ວ່າ ເຕັກໂນໂລຢີ 5 ຈີ ຈະທົດທົດລອງໄດ້ຮັບຜົນສໍາເລັດໃນປະເທດກໍາປູເຈຍ ແລະ ເປັນຂັ້ນຕອນທໍາອິດໃນຂະບວນການພັດທະນາອຸດສາຫະກໍາການນໍາໃຊ້ເຊັ່ນ Fintech, Healthtech...

ກຸ່ມບໍລິສັດ ໂທລະຄົມມະນາຄົມ Viettel ໄດ້ເປີດຂະຫຍາຍເຄືອຂ່າຍ 5 ຈີ ແຫ່ງທໍາອິດ ຢູ່ເອເຊຍຕະວັນອອກສຽງໃຕ້

ທ່ານ Nhong Dinthon ຮອງຜູ້ອໍານວຍການໃຫຍ່ ບໍລິສັດ Viettel Cambodia (Metfone) ກ່າວຄຳປາໄສໃນພິທີລົງນາມ. (ພາບ: vietnam.net)

ຕາມແນວນັ້ນ, ສອງຝ່າຍຈະຮ່ວມມືຜັນຂະຫຍາຍເຄືອຂ່າຍ 5 ຈີ, ສະຖານທີ່ທົດລອງແມ່ນຢູ່ນະຄອນຫຼວງພະນົມເປັນ ແລະຫຼັງຈາກນັ້ນຈະເປີດກວ້າງເຖິງບັນດາແຂວງ, ນະຄອນຕ່າງໆໃນທົ່ວປະເທດ. ພາຍຫຼັງເມື່ອ Viettel ປະຕິບັດການໂທທໍາອິດຢູ່ຫວຽດນາມ ໃນເດືອນພຶດສະພາ 2019, Viettel ສືບຕໍ່ນໍາເຄືອຂ່າຍ 5 ຈີ ເຖິງກໍາປູເຈຍ.

ການຮ່ວມມືລະຫວ່າງ Viettel Cambodia ແລະ Telecom Cambodia ຊ່ວຍໃຫ້ສອງຝ່າຍເສີມຂະຫຍາຍໄດ້ທ່າແຮງຂອງແຕ່ລະຝ່າຍ, Metfone ແມ່ນບໍລິສັດແຖວໜ້າດ້ານໂທລະຄົມມະນາຄົມ-ເຕັກໂນໂລຢີຂໍ້ມູນຂ່າວສານ ແລະໄດ້ອອກໃບອະນຸຍາດໃຫ້ທົດລອງເຄືອຂ່າຍ 5 ຈີ ຢູ່ກໍາປູເຈຍ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.