ນາ​ຍົກ​ລັດ​ຖ​ະ​ມົນ​ຕີຫວຽດ​ນາມ ຫງວຽ​ນ ຊ​ົນ ​ຟຸກ ໃຫ້​ການ​ຕ້ອ​ນ​ຮັບເອກ​ອັກ​ຄ​ະ​ລັດ​ຖະ​ທູດ ອົດ​ສະ​ຕາ​ລີ

21:35 | 26/06/2019

ໃນວັນທີ 25 ມິຖຸນາ, ທີ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດກໍ່ໄດ້ໃຫ້ການຕ້ອນຮັບທ່ານ Craig Chittick ເອກອັກຄະລັດຖະທູດ ອົດສະຕາລີ ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດການປະຕິບັດໜ້າທີ່ທາງການທູດຢູ່ ຫວຽດນາມ.

ໃນຕອນບ່າຍວັນທີ 25 ມິຖຸນາ, ນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ພົບກັບທ່ານ Craig Chittick, ອົດສະຕຼາລີ, ເພື່ອເວົ້າເຖິງການອະທິຖານໃນທ້າຍອານາຄົດຂອງລາວ.


ນາ​ຍົກ​ລັດ​ຖ​ະ​ມົນ​ຕີຫວຽດ​ນາມ ຫງວຽ​ນ ຊ​ົນ ​ຟຸກ ໃຫ້​ການ​ຕ້ອ​ນ​ຮັບເອກ​ອັກ​ຄ​ະ​ລັດ​ຖະ​ທູດ ອົດ​ສະ​ຕາ​ລີ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານ Craig Chittick ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ (ພາບ: TTXVN)


ຕອນບ່າຍວັນທີ 25 ມິຖຸນາ, ທີ່ການຕ້ອນຮັບທ່ານ Craig Chittick ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດການປະຕິບັດໜ້າທີ່ທາງການທູດຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຕີລາຄາສູງການເຄື່ອນໄຫວຂອງທ່ານ Craig Chittick ໄດ້ສ້າງຂີດໝາຍຫຼາຍຢ່າງເມື່ອວົງເງິນການຄ້າລະຫວ່າງ ຫວຽດນາມ - ອົດສະຕາລີ ໃນຕະຫຼອດ 3 ປີຜ່ານມາລ້ວນແຕ່ມີການເຕີບໂຕສະເລ່ຍ ປະມານ 17% ຕໍ່ປີ. ໃນອາຍຸການ 3 ປີທີ່ປະຕິບັດງານຢູ່ ຫວຽດນາມ, ທ່ານເອກອັກຄະລັດຖະທູດ ໄດ້ຕັ້ງໜ້າຊຸກຍູ້ການຮ່ວມມືລະຫວ່າງ ສອງປະເທດໃນຫຼາຍຂົງເຂດ, ບໍ່ພຽງແຕ່ດ້ານການເມືອງ, ການທູດ, ເສດຖະກິດ, ການປ້ອງກັດຊາດປ້ອງກັນຄວາມສະຫງົບເທົ່ານັ້ນ, ຫາກຍັງຮ່ວມມືກ່ຽວກັບລັດຖະບານເອເລັກໂຕນິກ, ບຳລຸງສ້າງພະນັກງານ ອີກດ້ວຍ. ທ່ານນາຍົກລັດຖະມົນຕີປາດຖະໜາວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ຜັນຂະຫຍາຍບັນດາມາດຕະການອັນແທດຈິງເພື່ອ ຫັນການຄ້າ, ການລົງທຶນສອງສົ້ນເປັນສະດວກກ່ວາອີກ, ສົມທົບກັນໝູນໃຊ້ບັນດາສົນທິສັນຍາຫຼາຍຝ່າຍຊຶ່ງຕ່າງຝ່າຍຕ່າງເຂົ້າຮ່ວມໃຫ້ເປັນຢ່າງດີ, ເປັນຕົ້ນແມ່ນ ໃນຂອບເຂດ CPTPP, ສືບຕໍ່ຍູ້ແຮງການຮ່ວມມືດ້ານການສຶກສາ ແລະ ພົວພັນແລກປ່ຽນປະຊາຊົນ, ເປັນຕົ້ນແມ່ນ ໄວໜຸ່ມ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ອົດສະຕາລີ ຈະສືບຕໍ່ສະໜອງ ທຶນ ODA ໃຫ້ແກ່ ຫວຽດນາມ, ພິເສດແມ່ນມຸ່ງໃສ່ບັນດາຂົງເຂດ ສຳຄັນຈຸດສຸມ.

ແລະກໍ່ໃນວັນດຽວກັນ, ທີ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດກໍ່ໄດ້ໃຫ້ການຕ້ອນຮັບທ່ານ Craig Chittick ເອກອັກຄະລັດຖະທູດ ອົດສະຕາລີ ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດການປະຕິບັດໜ້າທີ່ທາງການທູດຢູ່ ຫວຽດນາມ.

(ແຫຼ່ງ​ຂໍ້​ມູນ​: VOVWORLD)

ເຫດການ
302 Found

Found

The document has moved here.