ສະຫະພັນມິດຕະພາບຈະສຳເລັດເປົ້າໝາຍ ແລະ ພາລະໜ້າທີ່ໄດ້ກຳນົດໄວ້ໃນປີ 2020

06:07 | 27/01/2020

ຍສໝ - ພວກເຮົາມີຄວາມຕື່ນເຕັ້ນທີ່ຈະຕ້ອນຮັບປີ ໃໝ່, ມີຄວາມພາກພູມໃຈຕໍ່ບັນດາຜົນງານອັນໃຫຍ່ຫຼວງທີ່ປະເທດເຮົາບັນລຸໄດ້ໃນປີ 2019 ໃນທຸກຂົງເຂດເສດຖະກິດ - ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ.

ສະຫະພັນມິດຕະພາບຈະສຳເລັດເປົ້າໝາຍ ແລະ ພາລະໜ້າທີ່ໄດ້ກຳນົດໄວ້ໃນປີ 2020

ທ່ານນາງ ຫງວຽນ ເຟືອງ ງາ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ

ຫວຽດນາມໄດ້ຮັບເລືອກຕັ້ງເປັນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດເປັນຄັ້ງທີ 2 ດ້ວຍຄະແນນສຽງສູງເປັນປະຫວັດການ. ຄວາມສາມາດບົ່ມຊ້ອນ, ຊື່ສຽງ ແລະ ຖານະຂອງຫວຽດນາມ ໄດ້ຮັບການຍົກສູງຂື້ນ. ໃນຜົນສຳເລັດລວມນັ້ນ, ມີການປະກອບສ່ວນຂອງວຽກງານການທູດປະຊາຊົນ, ໃນນັ້ນສະຫະພັນມິດຕະພາບແມ່ນກຳລັງຫຼັກແຫຼ່ງ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 6 ໄດ້ກຳນົດທິດທາງ ແລະ ໜ້າທີ່ຂອງສະຫະພັນມິດຕະພາບໃນໄລຍະໃໝ່ 2019-2024.

ປີ 2020 ມີຄວາມໝາຍພິເສດທີ່ສຸດ: ປີທຳອິດຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 6 ຂອງສະຫະພັນມິດຕະພາບ ແລະ ສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອ ຂອງສະຫະພັນມິດຕະພາບ (17/11/1950 – 17/11/2020). ພວກເຮົາເຊື່ອໝັ້ນຢ່າງໜັກແໜ້ນວ່າສະຫະພັນມິດຕະພາບຈະສຳເລັດເປົ້າໝາຍ ແລະ ພາລະໜ້າທີ່ໄດ້ກຳນົດໄວ້ໃນປີ 2020, ສືບຕໍ່ເຊື່ອມຕໍ່ປະຊາຊົນຫວຽດນາມກັບເພື່ອນໃນ 5 ທະວີບ, ປຸກລະດົມການສະໜັບສະໜູນຈາກສາກົນໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງປະຊາຊົນພວກເຮົາ ແລະ ປະກອບສ່ວນເຂົ້າໃນການຕໍ່ສູ້ທົ່ວໄປຂອງປະຊາຊົນໂລກ. ເພື່ອສັນຕິພາບ, ເອກະລາດແຫ່ງຊາດ, ຄວາມກ້າວໜ້າທາງສັງຄົມ ແລະ ການພັດທະນາແບບຍືນຍົງ.

(ໄຊພອນ)

ເຫດການ
302 Found

Found

The document has moved here.