ກະຊວງປ້ອງກັນປະເທດຫວຽດນາມ ແລະ ກະຊວງປ້ອງກັນປະເທດກໍາປູເຈຍ ເພີ່ມທະວີການຮ່ວມມືຮອບດ້ານ

12:29 | 20/12/2019

ຍສໝ - ກ່ອນການຝຶກຊ້ອມ, ທ່ານພົນເອກ ໂງຊວນລິກ ແລະທ່ານພົນເອກ Samdech Pichey Sena Tea Banh ພ້ອມກັບບັນດາຜູ້ແທນໄດ້ເຂົ້າຮ່ວມພິທີເປີດນໍາໃຊ້ ແລະມອບ-ຮັບສຸກສາລາມິດຕະພາບທະຫານ-ປະຊາຊົນໃຫ້ເມືອງ Chanthrea ທີ່ມີມູນຄ່າກໍ່ສ້າງ 150.000 ໂດລາສະຫະລັດ...

ວັນທີ 18 ທັນວາ, ທີ່ເມືອງ Chanthrea, ແຂວງ Svay Rieng, ປະເທດກໍາປູເຈຍ, ກະຊວງປ້ອງກັນປະເທດຫວຽດນາມ ແລະກະຊວງປ້ອງກັນປະເທດກໍາປູເຈຍ ໄດ້ຈັດຕັ້ງການຝຶກຊ້ອມກູ້ໄພ, ກູ້ຊີບຢູ່ເຂດຊາຍແດນທາງບົກຫວຽດນາມ-ກໍາປູເຈຍ. ທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະທ່ານພົນເອກ Samdech Pichey Sena Tea Banh, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກໍາປູເຈຍ ເປັນປະທານຮ່ວມການຝຶກຊ້ອມ. ກໍາລັງເຂົ້າຮ່ວມການຝຶກຊ້ອມລວມມີບັນດາກົມກອງຂອງກະຊວງປ້ອງກັນປະເທດສອງປະເທດ ແລະປະຊາຊົນກໍາປູເຈຍ.

ກະຊວງປ້ອງກັນປະເທດຫວຽດນາມ ແລະ ກະຊວງປ້ອງກັນປະເທດກໍາປູເຈຍ ເພີ່ມທະວີການຮ່ວມມືຮອບດ້ານ

ທ່ານພົນເອກ ໂງຊວນລິກ ແລະທ່ານພົນເອກ Samdech Pichey Sena Tea Banh ພາຍຫຼັງການຝຶກຊ້ອມ. (ພາບ: qdnd.vn)

ຕາມກໍລະນີທີ່ໄດ້ວາງອອກ, ພາຍຸລູກທີ 9 ມີການຜັນແປຢ່າງສັບສົນໄດ້ເກີດໄພອັນຕະລາຍຮົ່ວໄຫຼວັດຖຸເຄມີຢູ່ບາງເຂດຂອງເມືອງ Chanthrea. ໄພອັນຕະລາຍດັ່ງກ່າວເກີນຄວາມສາມາດແກ້ໄຂຂອງບັນດາກໍາລັງຢູ່ກັບທີ່, ສະນັ້ນຝ່າຍກໍາປູເຈຍ ຈຶ່ງໄດ້ສະເໜີໃຫ້ຝ່າຍຫວຽດນາມ ໜູນຊ່ວຍກໍາລັງກູ້ໄພ, ກູ້ຊີບ. ພາຍຫຼັງທີ່ມີໜ້າຢູ່ ກໍາປູເຈຍ, ບັນດາກໍາລັງຂອງກອງທັບປະຊາຊົນຫວຽດນາມ ໄດ້ພ້ອມກັບກໍາລັງກອງທັບປະຊາຊົນກໍາປູເຈຍ ສ້າງຕັ້ງ ແລະນຳເຂົ້າເຄື່ອນໄຫວຫ້ອງບັນຊາປະສົມບໍລິຫານການຊ່ວຍກູ້ຢ່າງວ່ອງໄວ; ຈັດຕັ້ງການອົບພະຍົບຫຼົບໄພ, ຊອກຫາ, ກູ້ໄພ, ກູ້ຊີບ... ບັນດາກໍາລັງເຂົ້າຮ່ວມການຝຶກຊ້ອມຂອງສອງປະເທດໄດ້ສົມທົບກັນຢ່າງແໜ້ນແຟ້ນ, ແກ້ໄຂບັນດາກໍລະນີຢ່າງວ່ອງໄວ, ມີປະສິດທິຜົນ, ບັນລຸໄດ້ບັນດາເປົ້າໝາຍ, ຄວາມຮຽກຮ້ອງຕ້ອງການທີ່ວາງອອກ.

ກ່າວຄໍາເຫັນພາຍຫຼັງການຝຶກຊ້ອມ, ທ່ານພົນເອກ ໂງຊວນລິກ ເນັ້ນໜັກວ່າການຝຶກຊ້ອມໄດ້ປະກອບສ່ວນຮັກສາຄວາມໝັ້ນຄົງດ້ານການເມືອງ, ເພີ່ມທະວີ ແລະພັດທະນາສາຍພົວພັນທີ່ເປັນມູນເຊື້ອ, ຄວາມສາມັກຄີ, ການຮ່ວມມືຮອບດ້ານ ແລະຊ່ວຍເຫຼືອເຊິ່ງກັນ ແລະກັນຂອງສອງກອງທັບ ແລະປະຊາຊົນສອງປະເທດ, ສ້າງເຂດຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ. ທ່ານພົນເອກ ໂງຊວນລິກ ກໍ່ສະເໜີວ່າ, ໃນໄລຍະຈະມາເຖິງ, ການນໍາ, ຜູ້ບັນຊາການ, ພະນັກງານ, ນັກຮົບບັນດາກົມກອງຂອງຫວຽດນາມ ແລະກໍາປູເຈຍ ຈົ່ງສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນກວ່າອີກ, ແຜ່ຂະຫຍາຍ ແລະຝຶກແອບບັນດາກິດຈະກໍາດັ່ງກ່າວໃນທົ່ວເສັ້ນຊາຍແດນຫວຽດນາມ-ກໍາປູເຈຍ ເປັນປະຈໍາ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.