ຊຸກຍູ້ການພົວພັນລັດຖະສະພາ ຫວຽດນາມ - ຍ່ີປຸ່ນ

13:31 | 20/12/2019

ຍສໝ - ທ່ານ Ogawa Toshio ຮອງປະທານສະພາສູງ ຍີ່ປຸ່ນ ໄດ້ຢັ້ງຢືນວ່າ ການຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມຂອງຄະນະສະມາຊິກສະພາສູງຍີ່ປຸ່ນໃນຄັ້ງນີ້ມີປະສິດທິຜົນສູງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າການພົວພັນລະຫວ່າງສອງສະພາແຫ່ງຊາດ ແລະ ສອງປະເທດ.

ຕອນບ່າຍວັນທີ 18 ທັນວາ, ທີ່ຫໍສະພາແຫ່ງຊາດ, ທ່ານນາງ ຕ່ອງທິຟ໊ອງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະເຈລະຈາກັບທ່ານ Ogawa Toshio ຮອງປະທານສະພາສູງຍີ່ປຸ່ນ ນໍາໜ້າຄະນະຜູ້ແທນສະພາສູງຍີ່ປຸ່ນ ພວມມີການຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ ໃນລະຫວ່າງວັນທີ 17-20 ທັນວາ.

ທ່ານນາງ ຕ່ອງທິຟ໊ອງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖື ຍີ່ປຸ່ນ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະແມ່ນຄູ່ຮ່ວມມືເສດຖະກິດສຳຄັນແຖວໜ້າຂອງຫວຽດນາມ. ເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືລະຫວ່າງອົງການນິຕິບັນຍັດສອງປະເທດກວ່າອີກ, ທ່ານນາງ ຕ່ອງທິຟ໊ອງ ສະເໜີໃຫ້ສອງຝ່າຍເອົາໃຈໃສ່, ຮັກສາບັນດາການຢ້ຽມຢາມ, ການພົບປະຂັ້ນສູງລະຫວ່າງສອງປະເທດ ແລະ ການນຳສອງອົງການນິຕິບັນຍັດສອງປະເທດເປັນປະຈຳ.

ຊຸກຍູ້ການພົວພັນລັດຖະສະພາ ຫວຽດນາມ - ຍ່ີປຸ່ນ

ທ່ານນາງ ຕ່ອງທິຟ໊ອງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ພ້ອມດ້ວຍຄະນະສະພາແຫ່ງຊາດເຂົ້າຮ່ວມການເຈລະຈາ. (ພາບ: TTXVN)

ທ່ານ Ogawa Toshio ປາດຖະໜາວ່າໃນໄລຍະຈະມາເຖິງສອງປະເທດຈະມີບັນດາການຢ້ຽມຢາມເຊິ່ງກັນ ແລະກັນ, ພ້ອມກັນແລກປ່ຽນບົດຮຽນໃນຫຼາຍຂົງເຂດ. ສອງຝ່າຍຊຸກຍູ້ການຮ່ວມມື, ການພົບປະແລກປ່ຽນລະຫວ່າງສະພາແຫ່ງຊາດ, ບັນດາສະຫະພັນສະມາຊິກລັດຖະສະພາມິດຕະພາບ ແລະບັນດາສະມາຊິກລັດຖະສະພາກວ່າອີກ ເພື່ອເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ວຽກງານວິຊາສະເພາະ.

ແລະຕອນບ່າຍວັນທີ 19 ທັນວາ, ທີ່ການຕ້ອນຮັບທ່ານ Ogawa Toshio ຮອງປະທານສະພາສູງ ຍີ່ປຸ່ນ ຢູ່ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນທີ່ສຸດການພົວພັນ ຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກ້ວາງຂວາງ ເພື່ອສັນຕິພາບ ແລະ ວັດທະນາຖາວອນຢູ່ອາຊີ” ກັບຍີ່ປຸ່ນ, ພ້ອມທັງປາດຖະໜາວ່າ ສະພາສູງຍີ່ປຸ່ນ ຈະສະໜັບສະໜູນເລື່ອງສົ່ງເສີມວິສາຫະກິດຍີ່ປຸ່ນເພີ່ມທະວີການມາລົງທຶນຢູ່ ຫວຽດນາມ, ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາບໍລິສັດ ຫວຽດນາມເຂົ້າຮ່ວມລະບົບບັນດານັກສະໜອງ, ຖ່າຍທອດເຕັກໂນໂລຢີອຸດສາຫະກຳ, ເພີ່ມທະວີການລົງທຶນເຂົ້າຂົງເຂດກະສິກຳທີ່ນຳໃຊ້ເຕັກໂນໂລຢີສູງ, ອຸດສາຫະກຳໜູນຊ່ວຍ, ຊຸກຍູ້ການແລກປ່ຽນພົວພັນ ວັດທະນະທຳ, ການຮ່ວມມືຂັ້ນທ້ອງຖິ່ນ, ຮ່ວມມືພັດທະນາແຫຼ່ງຊັບພະຍາກອນມະນຸດ, ເອົາໃຈໃສ່ສ້າງເງື່ອນໄຂສະດວກໃຫ້ຊາວຫວຽດນາມອາໄຊ, ຮ່ຳຮຽນ ແລະ ອອກແຮງງານຢູ່ ຍີ່ປຸ່ນ.

ຊຸກຍູ້ການພົວພັນລັດຖະສະພາ ຫວຽດນາມ - ຍ່ີປຸ່ນ

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມຕ້ອນຮັບທ່ານ Ogawa Toshio ຮອງປະທານສະພາສູງ ຍີ່ປຸ່ນ. (ພາບ: TTXVN)

ສ່ວນທ່ານ Ogawa Toshio ຮອງປະທານສະພາສູງ ຍີ່ປຸ່ນ ໄດ້ຢັ້ງຢືນວ່າ ການຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມຂອງຄະນະສະມາຊິກສະພາສູງຍີ່ປຸ່ນໃນຄັ້ງນີ້ມີປະສິດທິຜົນສູງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າການພົວພັນລະຫວ່າງສອງສະພາແຫ່ງຊາດ ແລະ ສອງປະເທດ.

(ຄຳຮຸ່ງ)