ທ່ານພົນຈັດຕະວາ ຮວິ່ງດັກເຮືອງ
ເຖິງວ່າ ອາຍຸ 100 ປີ ແລ້ວກໍຕາມ ແຕ່ສຽງເວົ້າຂອງເພິ່ນຍັງດັ່ງສະໜັ່ນ. ຕາທັງສອງຍັງເຫຼື້ອມແວວວາວ ເມື່ອເລົ່າຄືນແຕ່ລະຄວາມຊົງຈຳກ່ຽວກັບໄລຍະແຫ່ງການສູ້ຮົບຂອງຕົນໃນໄລຍະປະຕິບັດໜ້າທີ່ສາກົນ ຢູ່ລາວ.
“ເພື່ອບຽດເຂົ້າໄປໃນບັນດາຖານທີ່ໝັ້ນ ເຊິ່ງສັດຕູຢຶດຄອງນັ້ນ, ເຮົາຕ້ອງມີວິທີຕີເປັນຫຼາຍຊັ້ນ, ຈັດຕັ້ງຮອບປິດລ້ອມຫຼາຍຮອບ ເພື່ອສາມາດຈັບຕົວສັດຕູໄດ້ຫຼາຍທີ່ສຸດ, ໝາຍຄວາມວ່າ ແມ່ນຍົກຍ້າຍກຳລັງບຸກໂຈມຕີ, ກຳລັງຫຼັກແຫຼ່ງເຂົ້າໄປເຂດຈຸດສຸມ ແຕ່ກໍເພື່ອແນໃສ່ເຮັດໃຫ້ສັດຕູຢ້ານກົວ ແລະ ແລ່ນໜີ ເວລານັ້ນ ເຮົາຈຶ່ງຈັບຕົວສັດຕູຢູ່ນອກເຂດປິດລ້ອມເອົາ. ບັ້ນຮົບໃດກໍດັບສູນ ແລະ ຈັບຕົວສັດຕູໄດ້ເປັນຈຳນວນຫຼາຍ, ແຕ່ບັ້ນຮົບ ກູກຽດ ແມ່ນບັ້ນຮົບໃຫຍ່ທີ່ສຸດໃນທົ່ວປະເທດລາວ ເຊິ່ງຈັບຕົວຊະເລີຍເສິກໄດ້ຈຳນວນ 3.200 ຄົນ”.
ທ່ານຮວິ່ງດັກເຮືອງ ເລົ່າຄືນໄລຍະແຫ່ງການເຄືື່ອນໄຫວປະຕິວັດຂອງຕົນ
ພາຍຫຼັງ ອາເມລິກາ ດຳເນີນສົງຄາມພາກສ່ວນ ຈັບຕົວປະຊາຊົນລາວ, ທູບຕີປະຊາຊົນລາວ ພາໄປເຖິງຍຸດທະສາດພາກຕາເວັນຕົກຂອງຫວຽດນາມຖືກຂູ່ເຂັນ, ດ້ວຍປະສົບການໃນການຕີໄຊຊະນະ ອາເມລິກາ ໃນບັ້ນຮົບ Plei Me ຢູ່ເຂດ ໄຕງວຽນຂອງຫວຽດນາມ ເມື່ອປີ 1965, ທ່ານນາຍພົນ ຮວິ່ງດັກເຮືອງ ພ້ອມດ້ວຍຄະນະປະຕິບັດງານ ພິເສດແມ່ນມີພຽງແຕ່ 40 ຄົນເທົ່ານັ້ນ, ໂດຍທ່ານພົນເອກ ຫວໍງວຽນຢາບ ຊີ້ນຳໂດຍກົງສ້າງຕັ້ງຂຶ້ນ, ບອກເຕືອນ, ມອບໜ້າທີ່ໂດຍກົງໃຫ້ນຳສົ່ງທະຫານອາສາສະໝັກເພີ່ມໄປຊ່ວຍເຫຼືອປະເທດ ລາວ ເພື່ອນບ້ານ. ໄລຍະແຕ່ປີ 1965 – 1975 ແມ່ນໄລຍະທີ່ດຸເດືອດທີ່ສຸດຢູ່ປະເທດລາວ ແລະ ກໍແມ່ນໄລຍະທີ່ນາຍພົນ ຮວິ່ງດັກເຮືອງ ຮັບຜິດຊອບ, ຢູ່ປະເທດລາວມີທັງໝົດ 7 ບັ້ນຮົບ ໃນນັ້ນ 5 ບັ້ນຮົບ ໂດຍ ນາຍພົນ ຮວິ່່ງດັກເຮືອງ ເປັນກໍາມະການການເມືອງກອງທະຫານອາສາສະໝັກຫວຽດນາມ. ທ່ານເອງ ກໍໄດ້ຜ່ານການລົ້ມຫາຍຕາຍຈາກເປັນຫຼາຍຄັ້ງ. ເລົ່າຮອດຕອນນີ້, ນໍ້າຕາໄຫຼ, ທ່ານຄິດຮອດໝູ່ຮ່ວມກົມກອງ, ຜູ້ຊ່ວຍວຽກ, ທ້າວເລຂາ - ຜູ້ຄົນທີ່ໄດ້ເສຍສະຫຼະຊີວິດໃນສະໜາມຮົບ ກູກຽດ ເມື່ອປີ 1969.
“ມີຄົນເສຍຊີວິດເປັນຈໍານວນຫຼວງຫຼາຍ, ນັບທັງພະນັກງານ, ນາຍທະຫານ. ຂ້າພະເຈົ້າເອງກໍຫວິດຕາຍ 3 ເທື່ອ, ໂດຍສະເພາະແມ່ນໃນບັ້ນຮົບ ກູກຽດ. ເຂົ້າໄປຢູ່ໃນຖໍ້າແລ້ວ ແຕ່ສັດຕູຖີ້ມລູກລະເບີດຢູ່ພາຍນອກ ແລ້ວຟົ້ງປ່ຽງສາກກະສູນເຂົ້າໄປໃນຖໍ້າ, ຜູ້ໂຊກດີກໍລອດຕາຍ, ຜູ້ບໍ່ໂຊກດີກໍເສຍຊີວິດ. ເວົ້າລວມແລ້ວ, ສົງຄາມດຸເດືອດຫຼາຍ. ແຕ່ກີ້ແຕ່ກ່ອນ, ປູ່ຍາຕາຍາຍ ມີຄໍາເວົ້າທີ່ວ່າ ເມື່ອໄດ້ເຂົ້າຮ່ວມການຕໍ່ສູ້ແມ່ນມີໜ້ອຍຄົນກັບຄືນມາ”.
ຊຸມວັນເດືອນປີທີ່ເຄື່ອນໄຫວຢູ່ປະເທດລາວ, ນັກຮົບອາສາສະໝັກແຕ່ລະຄົນເມື່ອມີສັດຕູຕ້ອງຕໍ່ສູ້, ເມື່ອມີຄວາມສະຫງົບແລ້ວກໍຊ່ວຍປະຊາຊົນສ້ອມແປງເຮືອນຊານບ້ານຊ່ອງ, ປູກຜັກພືດ... ດໍາລົງຊີວິດຢູ່ຮ່ວມກັນກັບພໍ່ແມ່ພີ່ນ້ອງປະຊາຊົນລາວບັນດາເຜົ່າ, ນັກຮົບອາສາສະໝັກຫຼາຍຄົນ ເຖິງວ່າອາຍຸຍັງໜຸ່ມແໜ້ນ, ຍັງບໍ່ທັນມີຄອບຄົວກໍຕາມ ແຕ່ກໍຫ້າວຫັນເຂົ້າໄປຊ່ວຍແມ່ຍິງລາວເມື່ອເຂົາເຈົ້າເກີດລູກ ເໝືອນດັ່ງແມ່ນໜ້າທີ່ຂອງຕົນ. ພ້ອມກັນນັ້ນ, ວິວັດທະນາການຂົນຂວາຍກໍມີຄວາມຫຍຸ້ງຍາກລໍາບາກທີ່ສຸດ, ເພາະວ່າຖ້າຫາກຂົນຂວາຍພໍ່ແມ່ພີ່ນ້ອງໄດ້ນັ້ນ ກໍຕ້ອງເຂົ້າໃຈຮີດຄອງປະເພນີຂອງເຂົາເຈົ້າ. ທ່ານຫວນຄືນບັນດາວັນເດືອນປີທີ່ຢູ່ເຂດພູພຽງ ບໍລະເວນວ່າ:
“ຕາມຮີດຄອງປະເພນີຂອງເຂົາເຈົ້າແລ້ວ, ເມື່ອໄປໄຫວ້ອາໄລຜູ້ເສຍຊີວິດ ແມ່ນຕ້ອງເອົາເຂົ້າໜຽວ, ຊີ້ນ ຍັດເຂົ້າໃນປາກ, ຄົນຕາຍກິນບໍ່ໄດ້ ແມ່ນຜູ້ມາໄຫວ້ອາໄລຕ້ອງກິນ. ອັນນີ້ ໄດ້ສະແດງໃຫ້ເຫັນວ່າ ຂ້ອຍຮັກແພງເຈົ້າ, ເປັນຈິດໜຶ່ງໃຈດຽວ, ຍາມເປັນກໍຄືຍາມຕາຍ ແລະ ອ້າຍນ້ອງທະຫານອາສາສະໝັກກໍເຮັດຄືແນວນັ້ນ. ຄອບຄົວ, ຍາດຕິພີ່ນ້ອງຜູ້ເສຍຊີວິດ ຖືຄົນຫວຽດ ຄືຍາດຕິພີ່ນ້ອງຂອງເຂົາເຈົ້າ, ທະຫານເວົ້າອີ່ຫຍັງກໍຕ້ອງຮັບຟັງ, ທະຫານໃຈດີຫຼາຍ ແລະ ເຂົາເຈົ້າມາເຄື່ອນໄຫວເພື່ອພໍ່ແມ່ພີ່ນ້ອງຄົນລາວເຮົາຊື່ໆ ບໍ່ໄດ້ມີຈຸດປະສົງຫຍັງດອກ. ນັບແຕ່ນັ້ນມາ, ວຽກງານຂົນຂວາຍກໍສະດວກກວ່າຫຼາຍ, ເມື່ອເຂົາເຈົ້າເຈັບເປັນ,ເຮົາປົວໃຫ້, ເອົາຢາໄປໃຫ້ ເຂົາກໍສໍາຜັດໄດ້ເຖິງນໍ້າໃສໃຈຈິງຂອງເຮົາ ແລະ ຜູ້ຄົນດັ່ງກ່າວ ກໍ່ໄດ້ມີການປະກອບສ່ວນແທດຈິງຫຼາຍຢ່າງເຂົ້າໃນວຽກງານຊອກຫາ ແລະ ທ້ອນໂຮມອັດຖິອ້າຍນ້ອງທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມຢູ່ລາວໃນປັດຈຸບັນ”.
ຮູບຖ່າຍການນໍາພັກ, ລັດ ລາວ ແລະ ຫວຽດນາມ ພົບປະກັບທ່ານ ຮວິ່ງດັກເຮືອງ
ໃນຊຸມວັນເດືອນປີຕໍ່ສູ້ຢ່າງລໍາບາກກາກກໍານັ້ນ, ນໍ້າໃຈຂອງທະຫານອາສາສະໝັກຫວຽດນາມ ແລະ ຜູ້ບັນຊາການທະຫານຂອງລາວ ຍາມໃດກໍອົບອຸ່ນ ດ້ວຍການຢ້ຽມຢາມໄປມາຫາສູ່ເຊິ່ງກັນແລະກັນຢູ່ນອກສະໜາມຮົບຄັ້ງຕ່າງໆ. ເກືອໜ້ອຍໜຶ່ງ ຫຼື ໝາກສີດາ, ໝາກເຜັດ ທີ່ເກັບມາໄດ້ຕາມທາງກໍສາມາດກາຍເປັນຂອງຕ້ອນຂອງຝາກໃຫ້ກັນໄດ້. ສ່ວນບັນດາເພື່ອນມິດສະຫາຍລາວ ກໍຕອບຄືນດ້ວຍໝາກເຟືອງ, ໝາກເຜັດ ແລະ ເກືອ ເພື່ອຕ້ອນຮັບບັນດາເພື່ອນມິດສະຫາຍຫວຽດນາມ”. ນັ້ນແມ່ນນໍ້າໃຈແບບພິເສດ ໂດຍໄດ້ສະແດງຜ່ານຄໍາເວົ້າທີ່ວ່າ “ເຂົ້າເມັດຫັກ, ຜັກແບ່ງເຄິ່ງ”.
“ພົບປະກັນໃນສະຖານະການທີ່ຫຍຸ້ງເຍືອງຍາກຊາຄືແນວນີ້, ເປັນການພິສູດໃຫ້ເຫັນວ່າ ພວກເຮົາຮ່ວມຂຸມຕະຄອງອັນດຽວກັນ, ເປັນຕາຍນໍາກັນ. ນັ້ນແມ່ນຄວາມຊົງຈໍາທີ່ດີ ແລະ ເລິກເຊິ່ງກ່ຽວກັບການຮ່ວມສໍາພັນສູ້ຮົບລະຫວ່າງຫວຽດນາມ - ລາວ”.
10 ປີມີໜ້າໃນທຸກສະໜາມຮົບຂອງປະເທດລາວເພື່ອນມິດ, 10 ປີ ແຫ່ງການປ່ຽນແປງ ກໍາລັງໃຫ້ແກ່ລາວ, ສ້າງເງື່ອນໄຂໃຫ້ປະເທດລາວ ສາມາດບືນຕົວຂຶ້ນດ້ວຍຕົນເອງ ເພື່ອຍາດເອົາອໍານາດການປົກຄອງຄືນມາໃນເດືອນທັນວາ 1975. ດ້ວຍບັນດາການປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ໜ້າທີ່ສາກົນອັນສູງສົ່ງ, ປີ 1975 ທ່ານໄດ້ຮັບການເລື່ອນຊັ້ນເປັນພົນຈັດຕະວາ, ຮັບດໍາລົງຕໍາແໜ່ງເປັນຜູ້ບັນຊາ ທັງເປັນກໍາມະການການເມືອງກອງທະຫານອາສາສະໝັກຫວຽດນາມ ຊ່ວຍເຫຼືອ ລາວ. ປັດຈຸບັນ, ດ້ວຍຖານະບົດບາດເປັນ ຫົວໜ້າຄະນະຕິດຕໍ່ພົວພັນທົ່ວປະເທດ ທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ຊ່ວຍເຫຼືອ ລາວ, ທ່ານສືບຕໍ່ປະກອບສ່ວນນໍາການພົວພັນດັ່ງກ່າວໃຫ້ກາຍເປັນສັນຍາລັກຂອງນໍ້າໃຈສາມັກຄີ, ໄມຕີຈິດມິດຕະພາບແບບພິເສດລະຫວ່າງ ຫວຽດນາມ - ລາວ./.
(ແຫຼ່ງຂໍ້ມູນ: vovworld.vn)