ໄຂກອງປະຊຸມຄັ້ງທີ 8 ສະພາແຫ່ງຊາດຫວຽດນາມ ຊຸດທີ XIV

16:11 | 21/10/2019

ຍສໝ - ໃນຕອນເຊົ້າວັນທີ 21 ຕຸລາ 2019, ກອງປະຊຸມຄັ້ງທີ 8, ສະພາແຫ່ງຊາດຫວຽດນາມ ຊຸດທີ XIV ໄດ້ໄຂຂຶ້ນຢູ່ຫໍສະພາແຫ່ງຊາດ, ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ຢ່າງສົມກຽດ.

ໄຂກອງປະຊຸມຄັ້ງທີ 8 ສະພາແຫ່ງຊາດຫວຽດນາມ ຊຸດທີ XIV

ໄຂກອງປະຊຸມຄັ້ງທີ 8 ສະພາແຫ່ງຊາດຫວຽດນາມ ຊຸດທີ XIV. (ພາບ:baochinhphu.vn)

ເຂົ້າຮ່ວມພິທີໄຂມີທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ; ບັນດາການນຳ, ອະດີດການນຳພັກ, ລັດ, ພ້ອມກັບສະມາຊິກສະພາແຫ່ງຊາດ 483 ທ່ານ. ໂດຍເປັນກອງປະຊຸມທ້າຍປີ, ໂຄງການດຳເນີນງານຂອງກອງປະຊຸມຄັ້ງທີ 8 ລວມມີບັນດາເນື້ອໃນສຳຄັນ, ໃນນັ້ນສະພາແຫ່ງຊາດຈະພິຈາລະຈາ, ຮັບຮອງເອົາຮ່າງກົດໝາຍ 2 ສະບັບ; ປະກອບຄຳເຫັນໃສ່ຮ່າງມະຕິ 4 ສະບັບ ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍຕ່າງໆ 9 ສະບັບ.

ກ່ຽວກັບວຽກງານຕິດຕາມກວດກາ, ສະພາແຫ່ງຊາດຈະພິຈາລະນາບັນດາບົດລາຍງານກ່ຽວກັບໝາກຜົນການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ງົບປະມານແຫ່ງລັດປີ 2019; ແຜນການພັດທະນາເສດຖະກິດ - ສັງຄົມ, ການຄາດຄະເນແຜນງົບປະມານແຫ່ງລັດ, ວິທີການຈັດແບ່ງງົບປະມານສູນກາງປີ 2020; ພິຈາລະນາບົດລາຍງານຄົ້ນຄວ້າຄວາມເປັນໄປໄດ້ຂອງໂຄງການທ່າອາກາດສະຍານສາກົນລອງແທັ່ງ ໄລຍະທີ 1; ແຜນການສັງລວມການລົງທຶນພັດທະນາເສດຖະກິດ - ສັງຄົມເຂດຊົນເຜົ່າສ່ວນໜ້ອຍ, ພູດອຍ ແລະ ເຂດມີເງື່ອນໄຂເສດຖະກິດ - ສັງຄົມປະສົບກັບຄວາມຫຍຸ້ງຍາກເປັນພິເສດ… ນອກນັ້ນ, ສະພາແຫ່ງຊາດກໍ່ຈະພິຈາລະນາວຽກງານບຸກຄະລາກອນ ແລະ ສະຫງວນເປັນເວລາ 3 ວັນເພື່ອດຳເນີນການຊັກຖາມ ແລະ ຕອບຄຳຊັກຖາມ.

ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດຈະສະຫງວນເວລາສ່ວນຫຼາຍໃຫ້ແກ່ວຽກງານສ້າງກົດໝາຍ, ພ້ອມກັນນັ້ນແມ່ນວຽກງານຕິດຕາມກວດກາສູງສຸດ, ພິຈາລະນາ, ຕົກລົງຫຼາຍບັນຫາສຳຄັນຂອງປະເທດຊາດ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.