ປົກປ້ອງ ແລະ ປະຕິບັດສິດທາງດ້ານຊັບສິນທາງປັນຍາໃນການປະຕິວັດ 4.0

08:20 | 12/10/2019

ວັນທີ 10 ຕຸລາ, ທີ່ນະຄອນໂຮ່ຈີມິນ, ກົມຊັບສິນທາງປັນຍາ (ກະຊວງວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ) ສົມທົບກັບອົງການປະດິດຄິດແຕ່ງຍີ່ປຸນ ຈັດຕັ້ງກອງປະຊຸມສໍາມະນາກ່ຽວກັບການປົກປ້ອງ ແລະປະຕິບັດສິດທາງດ້ານຊັບສິນທາງປັນຍາໃນການປະຕິວັດ 4.0.

ປົກປ້ອງ ແລະ ປະຕິບັດສິດທາງດ້ານຊັບສິນທາງປັນຍາໃນການປະຕິວັດ 4.0

ບັນຍາກາດທີ່ກອງປະຊຸມສໍາມະນາ. (ພາບ: ຫວຽດຮວ່າງ)

ຕາມທ່ານ ເລງອັກເລິມ, ຮອງຫົວໜ້າກົມຊັບສິນທາງປັນຍາ ແລ້ວ, ເພື່ອໝູນໃຊ້ໄດ້ໂອກາດຈາກການປະຕິວັດອຸດສາຫະກໍາ 4.0, ແຕ່ລະປະເທດຕ້ອງກໍານົດບັນດາຜົນສະທ້ອນຂອງມັນຕໍ່ກັບທຸກຂົງເຂດ, ໃນນັ້ນມີຂົງເຂດຊັບສິນທາງປັນຍາ. ໃນສະພາບການປະຕິວັດອຸດສາຫະກໍາ 4.0, ໜຶ່ງໃນບັນດາໜ້າທີ່ສໍາຄັນທີ່ວາງອອກໃຫ້ລະບົບຊັບສິນທາງປັນຍານັ້ນແມ່ນຕ້ອງໄດ້ຮັບການກໍ່ສ້າງ ແລະນໍາໃຊ້ໃຫ້ມີປະສິດທິຜົນຢ່າງແທ້ຈິງ, ສ້າງການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ, ຊຸກຍູ້ການຫັນຊັບສິນທາງປັນຍາເປັນການຄ້າ. ຈາກນັ້ນ, ປະກອບສ່ວນເຂົ້າໃນກິດຈະການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ທີ່ກອງປະຊຸມ, ບັນດາຜູ້ແທນກໍ່ໄດ້ມີບົດປະກອບຄຳເຫັນຕ່າງໆ, ແບ່ງປັນບົດຮຽນ ແລະມາດຕະການແກ້ໄຂໃນການສ້າງສໍາເລັດລະບົບປົກປ້ອງ ແລະປະຕິບັດສິດທາງດ້ານຊັບສິນທາງປັນຍາໃນສະພາບການໃໝ່...

(ແຫຼ່ງ​ຂໍ້​ມູນ​: la.qdnd.vn)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.