ຫວຽດ­ນາມ ເຊື່ອມ​ຕໍ່​ຕາ­ໜ່າງ​ທຸ­ລະ​ກິດ​ປະ­ດິດ​ຄິດ​ສ້າງ​ກັບ​ທົ່ວ​ໂລກ

10:42 | 20/09/2019

ກົມ​ພັດທະນາ​ການ​ຕະຫຼາດ ແລະ ວິ​ສາ​ຫະ​ກິດ​ວິທະຍາສາດ ແລະ ເຕັກ​ໂນ​ໂລ​ຊີ ກະຊວງ​ວິທະຍາສາດ ແລະ ເຕັກ​ໂນ​ໂລ​ຊີ ຫວຽດນາມ ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ກັບ ອົງການ​ຈັດ​ຕັ້ງ​ການ​ສອບເສັງ ທຸລະ​ກິດ​ປະດິດ​ຄິດ​ສ້າງ​ຂອງ​ໂລກ ແລະ ສູນ​ສົ່ງເສີມ​ທຸລະ​ກິດ​ປະດິດ​ຄິດ​ສ້າງ ແນໃສ່​ເຊື່ອມ​ຕໍ່​ຕາໜ່າງ​ທຸລະ​ກິດ​ປະດິດ​ຄິດ​ສ້າງ (Startup) ຫວຽດນາມ ກັບ ທົ່ວ​ໂລກ.

ຫວຽດ­ນາມ ເຊື່ອມ​ຕໍ່​ຕາ­ໜ່າງ​ທຸ­ລະ​ກິດ​ປະ­ດິດ​ຄິດ​ສ້າງ​ກັບ​ທົ່ວ​ໂລກ

ຫວຽດ­ນາມ ເຊື່ອມ​ຕໍ່​ຕາ­ໜ່າງ​ທຸ­ລະ​ກິດ​ປະ­ດິດ​ຄິດ​ສ້າງ​ກັບ​ທົ່ວ​ໂລກ.(ພາບ:pasaxon.org.la)

ການ​ຮ່ວມ​ມື​ດັ່ງກ່າວ ໄດ້​ນຳ​ເອົາ ຫວຽດນາມ ເຂົ້າ​ໃນ​ແຜນ​ທີ່ Startup ໂລກ​ຢ່າງ​ເປັນ​ທາງ​ການ ແລະ ມີ​ການເຄື່ອນໄຫວ​ດຳເນີນ​ໃນ​ຂອບ​ເຂດ Startup ຫວຽດນາມ (Techfest Vietnam) ຢູ່ ອາ​ເມ​ຣິ​ກາ ໃນ​ວັນ​ທີ 13 ກັນຍາ​ຜ່ານ​ມາ, ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ປັນຍາ​ຊົນ, ນັກທຸລະກິດ, Startup ຫວຽດນາມ ກັບ​ບັນດາ​ນັກ​ລົງທຶນ, ຊ່ຽວຊານ​ຢູ່​ເຂດ Silicon 200 ກວ່າ​ຄົນ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ເອັມ​ດີ ອາ​ນິສ ຢຸ​ສ​ຊາ​ມານ ປະ ທານທຸລະ​ກິດ​ປະດິດ​ສ້າງ​ໂລກ (Startup World Cup) ແລະ ນັກ​ລົງທຶນ ທຸລະ​ກິດ​ປະດິດ​ຄິດ​ສ້າງ (Pegasus Tech Ventures) ໄດ້​ສະແດງ​ຄວາມ​ປາຖະໜາ​ຢາກ​ເຂົ້າ​ຮ່ວມ​ບັນດາ​ໂຄງການ, ການ​ສອບເສັງ​ທີ່​ມີ​ຄຸນ​ນະ​ພາບ​ຢູ່​ຫວຽດນາມ, ພິເສດ​ແມ່ນ Techfest Vietnam. Techfest Vietnam ແມ່ນ Startup ປ່ຽນແປງ​ໃໝ່​ປະດິດ​ຄິດ​ສ້າງ​ແຫ່ງ​ຊາດ ໄດ້​ຈັດ​ຂຶ້ນ​ທຸກ​ປີ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ກະຊວງ​ວິທະຍາ ສາດ ແລະ ເຕັກ​ໂນ​ໂລ​ຊີ ໃນ​ຂອບ​ເຂດ​ແຜນ​ຮ່າງ "ໜູນ​ຊ່ວຍ​ລະບົບ​ຊີວະ​ພາບ Startup ປ່ຽນ ແປງ​ໃໝ່​ປະດິດ​ຄິດ​ສ້າງ​ແຫ່ງ​ຊາດ​ຮອດ​ປີ 2025".

(ແຫຼ່ງ​ຂໍ້​ມູນ​: www.pasaxon.org.la)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.