ແຂວງແຄັງຮ່ວາ: ກຸ້ງມັງກອນ ຕາຍ, ລາຄາຕົກຕ່ໍາທີ່ສຸດ

14:34 | 24/07/2019

ຍສໝ - ໃນສອງສາມວັນທີ່ຜ່ານມາ, ກຸ້ງມັງກອນຂຽວ ລ້ຽງ ຢູ່ຊາຍຝັ່ງ ອ່າວ ກາມ ແຣັງ (ນະຄອນກາມແຣັງ, ແຂວງແຄັງຮ່ວາ) ຕາຍຕິດຕໍ່ກັນມາເປັນເວລາຫຼາຍວັນແລ້ວຍ້ອນພະຍາດ; ລາຄາກຸ້ງມັງກອນ ກໍ່ກຳລັງຕົກຕຳ່ທີ່ສຸດທີ່ເຄີຍມີມາ.

ແຂວງແຄັງຮ່ວາ: ກຸ້ງມັງກອນ ຕາຍ, ລາຄາຕົກຕ່ໍາທີ່ສຸດ

ຊາວກະສິກອນລ້ຽງກຸ້ງມັງກອນຂຽວ ຂອງແຂວງແຄັງຮວ່າ ກຳລັງປະສົບກັບສະພາບກຸ້ງຕິດພະຍາດ, ຕາຍ ແລະ ລາຄາຕົກຕ່ຳທີ່ສຸດທີເຄີຍມີມາ.(ພາບ: /baokhanhhoa.vn)

ອີງຕາມສະຖິຕິ, ຢູ່ຊາຍຝັ່ງອ່າວ ກາມແຣັງ ປະຈຸບັນມີກະຊັງລ້ຽງສັດນໍ້າມີເກືອບ 50.000 ກະຊັງ, ໃນນັ້ນ ມີເຖິງ 90% ແມ່ນກະຊັງລ້ຽງກຸ້ງມັງກອນຂຽວ. ເມື່ອບໍ່ດົນມານີ້, ຊາວກະສິກອນຜູ້ລ້ຽງກຸ້ງມັງກອນ ຢູ່ເຂດນີ້ ໄດ້ສ່ອງແສງເຖິງສະພາບການລ້ຽງກຸ້ງມັງກອນ, ຄືກຸ້ງມັງກອນບໍ່ກິນອາຫານ, ຕຸມຢູ່ພື້ນທ້ອງຂອງກຸ້ງ ປ່ຽນຈາກສີຂາວມາເປັນສີກ່ຳ, ບາງບ່ອນແມ່ນເປັນສີດຳ ຢຸ່ສ່ວນຫົວຂອງກຸ້ງ... ນີ້ແມ່ນພະຍາດນົມທີ່ເຄີຍພົບໃນກຸ້ງ, ປະຊາຊົນໄດ້ເຮັດທຸກວິທີ ໃນການປິ່ນປົວ, ແຕ່ວ່າ ກຸ້ງ ຍັງຄົງສືບຕໍ່ຕາຍເລື້ອຍມາ.

ທ່ານ ຫງວ໋ຽນ ແທ່ງ ເດືອກ ເຊິ່ງຫາກໍ່ນຳເອົາກຸ້ງເຂົ້າຝັ່ງໄດ້ແບ່ງປັນວ່າ: "ໃນໄລຍະ 10 ມື້ຜ່ານມາ, ກຸ້ງຕາຍຕິດຕໍ່ກັນ, ອັດຕາການສູນເສຍແມ່ນສູງກວ່າ 50%. ຖ້າຫາກຕົກຢູ່ໃນສະພາບດັ່ງກ່າວນີ້ຕໍ່ໄປກໍ່ບໍ່ຮູ້ວ່າຈະຍັງເຫຼືອກຸ້ງພາຍໃນກະຊັງອີກຈັກໂຕ.

ປະຈຸບັນລາຄາຂອງກຸ້ງມັງກອນສີຂຽວ ແມ່ນຍັງເຫຼືອພຽງແຕ່ 580.000 ດົ່ງ / ກິໂລ, ຫຼຸດລົງ 60-70% ທຽບໃສ່ໄລຍະດຽວກັນຂອງປີກາຍນີ້. ດັ່ງນັ້ນ, ບັນດາຄອບຄົວທີ່ໄດ້ເກັບກູ້ ກຸ້ງມັງກອນ ລ້ວນແຕ່ປະສົບກັບສະພາບຂາດທືນ, ຄົວຄົວລ້ຽງຫຼາຍກະຊັງ ແມ່ນຂາດທືນ 20 ຫາ 30 ລ້ານດົ່ງ, ບາງຄອບຄົວເສຍຫາຍ ແລະ ຂາດທືນ ຫຼາຍຮ້ອຍລ້ານດົ່ງ.

ໃນປັດຈຸບັນ, ຕາມ ທ່ານນາງ ຫງວ໋ຽນ ຖິ ເຈົາ ຟາ ປະທານສະມາຄົມຊາວກະສິກອນລ້ຽງກຸ້ງ ຕຳແສງກາມລິງ ໄດ້ໃຫ້ຮູ້ວ່າ: “ຍັງບໍ່ເຄີຍເຫັນຊາວກະສິກອນຜູ້ລ້ຽງກຸ້ງຕ້ອງປະສົບກັບສະພາບຄວາມຫຍຸ້ງຍາກແບບນີ້ມາກ່ອນ, ບາງບ່ອນແມ່ນກຸ້ງຕາຍ, ລາຄາຕົກຕ່ຳທີ່ສຸດ, ໃນຄະນະທີ່ຊິ້ນເປືອງສຳລັບຫົວອາຫານລ້ຽງພັດສູງ”.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.