ທ່ານນາຍົກລັດຖະມົນຕີ ຫງວ໋ຽນ ຊົນ ຟຸກ ຈະເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34

10:20 | 20/06/2019

ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນ ຟຸກ ຈະນໍາໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ໄປເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34 ເຊິ່ງໄດ້ດໍາເນີນໃນລະຫວ່າງວັນທີ 22 – 23 ມິຖຸນາ 2019 ຢູ່ ບາງກອກ, ປະເທດໄທ.

ທ່ານນາຍົກລັດຖະມົນຕີ ຫງວ໋ຽນ ຊົນ ຟຸກ ຈະເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34

ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນ ຟຸກ

ກະຊວງການຕ່າງປະເທດຫວຽດນາມ ໄດ້ອອກແຈ້ງການໃນວັນທີ 18 ມິຖຸນາ 2019 ໂດຍໃຫ້ຮູ້ວ່າ: ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ຊວນ ຟຸກ ພ້ອມດ້ວຍພັນລະຍາ ຈະນໍາໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ໄປເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34 ເຊິ່ງຖືກດໍາເນີນໃນລະຫວ່າງວັນທີ 22 – 23 ມິຖຸນາ 2019 ຢູ່ ບາງກອກ, ປະເທດໄທ.

(ໄຊພອນ)

ເຫດການ