ຫວຽດ​ນ​າມ​ - ຍີ່​ປຸ່ນ: ເພີ່​ມ​ທະ​ວີ​ການ​ເຊື່ອມ​ຕໍ່ ລະ​ຫວ່າ​ງ 2 ​ພ​ື້ນ​ຖານ​ເສດ​ຖະ​ກິດ

08:31 | 31/05/2019

ຍສໝ - ໃນວັນທີ 30 ພຶດສະພາ 2019, ຢູ່ ໂຕກຽວ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມ ບີ່ງ ມິງ ແລະ ທ່ານ ລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Taro Kono ໄດ້ມີການພົບປະເຈລະຈາ ແລະ ເປັນປະທານຮ່ວມກອງປະຊຸມຄັ້ງທີ 11 ຂອງ ຄະນະກຳມະການຮ່ວມມື ລະຫວ່າງ ຫວຽດນາມ - ຍີ່ປຸ່ນ.

ຫວຽດ​ນ​າມ​ - ຍີ່​ປຸ່ນ: ເພີ່​ມ​ທະ​ວີ​ການ​ເຊື່ອມ​ຕໍ່ ລະ​ຫວ່າ​ງ 2 ​ພ​ື້ນ​ຖານ​ເສດ​ຖະ​ກິດ

ທ່ານ ຟ້າມ ບີ່ງ ມິງ ແລະ ທ່ານ Taro Kono.(ພາບ:vnexpress.net)

ທີ່ການພົບປະເຈລະຈາໃນຄັ້ງນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບໃນການເພີ່ມທະວີການເຊື່ອມຕໍ່ລະຫວ່າງສອງພື້ນຖານເສດຖະກິດບົນຈິດໃຈຕ່າງຝ່າຍຕ່າງມີຜົນປະໂຫຍດຜ່ານການຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດເປັນຕົ້ນຄື: ການລົງທຶນ, ການຄ້າ, ອຸດສາຫະກຳ, ພະລັງງານ, ກະສິກຳ. ສອງຝ່າຍໄດ້ເຫັນດີຈະຊຸກຍູ້ການຮ່ວມມືໃນການຮັບຜູ້ອອກແຮງງານ, ນັກສຶກສາ, ຄົ້ນຄ້ວາຂອງ ຫວຽດນາມ. ສອງຝ່າຍໄດ້ເຫັນດີຈະເພີ່ມທະວີການສົມທົບກັນຢູ່ບັນດາເວທີປາໄສໃນພາກພື້ນ ແລະ ສາກົນ, ຊຸກຍູ້ການຮ່ວມສຳພັນເສດຖະກິດສາກົນ, ໃນນັ້ນມີການຜັນຂະຫຍາຍສັນຍາຄູ່ຮ່ວມມືຮອບດ້ານແລະກ້າວຫນ້າຂ້າມປາຊີຟິກ (CPTPP). ສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນດາມາດຕະການທີ່ນຳການພົວພັນຄູ່ຮ່ວມມືຍຸດທະສາດອັນເລິກກ້ວາງລະຫວ່າງ ຫວຽດນາມ - ຍີ່ປຸ່ນນັບມື້ນັບມີປະສິດທິຜົນ ແລະ ມີຄຸນນະພາບ. ສອງຝ່າຍກໍ່ໄດ້ປຶກສາຫາລືກ່ຽວກັບບັນດາມາດຕະການຊຸກຍູ້ການຮ່ວມມື ODA.

ນອກຈາກນັ້ນ, ສອງຝ່າຍຢັ້ງຢືນວ່າຈະສົມທົບກັນຢ່າງແໜ້ນແຟ້ນເພື່ອຜົນສຳເລັດຂອງກອງປະຊຸມຂັ້ນສູງກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນ ຫລື G20 ເຊິ່ງຈະໄດ້ຈັດຕັ້ງຢູ່ Osaka, ຍີ່ປຸ່ນ, ໃນເດືອນ ມິຖຸນາຈະມາເຖິງ. ສ່ວນ ທ່ານ ຟ້າມ ບີ່ງ ມິງ ກໍ່ໄດ້ສະເໜີໃຫ້ຝ່າຍຍີ່ປຸ່ນ ຫັນລະບຽບການອອກວີຊາເຂົ້າເມືອງ ຍີ່ປຸ່ນ ໃຫ້ແກ່ຊາວ ຫວຽດນາມ ໃຫ້ມີຄວາມສະດວກກ່ວາ.

(ໄຊພອນ)

ເຫດການ
302 Found

Found

The document has moved here.