ຢູ່ນອກກອງປະຊຸມ, ມີຄຳເຫັນຂອງຫຼາຍທ່ານຖືວ່າ ປະຊາຄົມສາກົນ ຈົ່ງພອ້ມກັນອອກສຽງກ່ຽວກັບບັນດາການຜັນແປຢູ່ທະເລຕາເວັນອອກ. ທ່ານ Anthony Nelson ຜູ້ອຳນວຍການຮັບຜິດຊອບບັນດາບັນຫາອາຊີຕາເວັນອອກ ແລະ ປາຊີຟິກ ຢູ່ກຸ່ມບໍລິສັດທີ່ປຶກສາ Albright Stonebridge ຖືວ່າ ອາຊຽນ ຄວນມີສຽງເວົ້າຢ່າງຈະແຈ້ງ ກ່ຽວກັບບັນດາບັນຫາທະເລຕາເວັນອອກ:
ອາຊຽນ ຄວນຍົກອອກຂໍ້ຕົກລົງກ່ຽວກັບບັນຫານີ້, ກໍ່ຄືເລື່ອງຄວນສືບຕໍ່ໃຫ້ບາງປະເທດສະມາຊິກບໍ່ມີການແກ້ງແຍ້ງຢູ່ທະເລຕາເວັນອອກ ຢັບຢັ້ງບັນດາການກະທຳສຳຄັນຫຼືບໍ່. ດ້ານອື່ນ, ກຸ່ມບັນດາປະເທດສະມາຊິກອາຊຽນ 1 ອາດຈະມີການກະທຳພ້ອມກັນ. ຕົວຢ່າງຄື: Malaysia, Brunei, Philippines ແລະ ຫວຽດນາມ ອາດຈະມີການກະທຳລວມ ແລະ ສິ່ງດັ່ງກ່າວຈະບັນລຸປະສິດທິຜົນກ່ວາ ຖ້າຫາກວ່າມີທັງການໜູນຊ່ວຍຈາກ Indonesia ແທນໃຫ້ການອີງໃສ່ອາຊຽນ.
ບັນຍາກາດທີ່ກອງປະຊຸມ.(ພາບ: TTXVN)
ສາດສະດາຈານ Kavi Chongkittavorn ສັງກັດສະຖາບັນຍຸດທະສາດ ແລະ ສາກົນ ມະຫາວິທະຍາໄລ Chulalongkorn ປະເທດໄທ ແບ່ງປັນວ່າ:
ອາຊຽນ ຢາກມີປະມວນກົດແຫ່ງການປະພຶດ (COC) ທີ່ດີຢູ່ທະເລຕາເວັນອອກ ຍ້ອນວ່ານີ້ບໍ່ແມ່ນບັນຫາຂອງພຽງແຕ່ຈີນ ແລະ ຫວຽດນາມ ເທົ່ານັ້ນ. ຖ້າຫາກວ່າພວກເຮົາມີປະມວນກົດແຫ່ງການປະພຶດທີ່ດີ, ປະເທດອື່ນໆກໍ່ຈະຢາກຮ່ວມມືກັບອາຊຽນ ແລະ ຈີນ.
ໃນຂະນະນັ້ນ, ທ່ານ Gregory Poling ຜູ້ອຳນວຍການລາຍການຂໍ້ລິເລີ່ມການເດີນທະເລອາຊີກະຈ່າງແຈ້ງ ພັດຖືວ່າປະຊາຄົມສາກົນຕ້ອງອອກສຽງກ່ຽວກັບບັນດາການກະທຳຂອງຈີນ ຢູ່ທະເລຕາເວັນອອກ:
ເມື່ອອາເມລິກາ ໄດ້ອອກສຽງ, ຈີນ ຈະຖືວ່າ ມີພຽງແຕ່ມີອາເມລິກາ ກໍ່ຄວາມວຸ້ນວາຍເທົ່ານັ້ນ. ຖ້າຫາກວ່າ ຫວຽດນາມ, Malaysia ແລະ Philippine ອາດຈະດຶງດູດຄວາມສົນໃຈຂອງປະຊາຄົມສາກົນກ່ຽວກັບບັນຫານີ້ຕື່ມອີກ ແລະ ນີ້ຈະແມ່ນຜົນສຳເລັດຢ່າງໜຶ່ງ.
ກອງປະຊຸມທະເລຕາເວັນອອກຄັ້ງທີ 9 ໂດຍສູນຄົ້ນຄ້ວາຍຸດທະສາດ ແລະ ສາກົນ (CSIS) ຈັດຕັ້ງຂຶ້ນ ແມ່ນໂອກາດເພື່ອໃຫ້ວົງການຜູ້ຊ່ຽວຊານ, ນັກຮຽນຮູ້ ແລະ ວົງການນັກຂ່າວມີບັນດາການປຶກສາຫາລື, ໄຈ້ແຍກຢ່າງເລິກເຊິ່ງ ແລະ ໃນຫຼາຍທິດ ກ່ຽວກັບບັນດາການຜັນແປຢູ່ທະເລຕາເວັນອອກໃນປີຜ່ານມາ, ພິເສດແມ່ນໃນໄລຍະເວລາມໍ່ໆມານີ້ ໄດ້ປະກົດມີບັນດາການກະທຳກີດຂວາງການເຄື່ອນໄຫວຂຸດຄົ້ນນ້ຳມັນອາຍແກັດຂອງປະເທດຕ່າງໆຢູ່ທະເລຕາເວັນອອກ.
(ແຫຼ່ງຂໍ້ມູນ: VOV WORLD)