ຈະສົ່ງດາວທຽມ ທີ່ສ້າງໂດຍຄົນຫວຽດນາມ ຂື້ນອະວາກາດ ໃນເດືອນ ທັນວາ 2018

14:18 | 22/10/2018

ຍສໝ - ດາວທຽມ MicroDragon ຈະໄດ້ຮັບການຊ່ວຍເຫຼືອຈາກ ຍີປຸ່ນ ເປັນຄົນຊ່ວຍໃນການສົ່ງຂື້ນອະວາກາດ ໃນເດືອນ ທັນວາ ປີ 2018ນີ້. ດາວທຽມດວງນີ້ແມ່ນສ້າງ ແລະ ຜລິດໂດຍ ສູນວິໄຈ ດາວທຽມຫວຽດນາມ ຜລິດ ແລະ ພັດທະນາ, ຂີດໝາຍບາດກ້າວໃໝ່ໃນວຽກງານເປັນເຈົ້າຂອງເຕັກໂນໂລຊີ ການຜລິດ ດາວທຽມນ້ອຍ.

ຈະສົ່ງດາວທຽມ ທີ່ສ້າງໂດຍຄົນຫວຽດນາມ ຂື້ນອະວາກາດ ໃນເດືອນ ທັນວາ 2018

ດາວທຽມ MicroDragon ສຳເລັດ ແລະ ກຽມຈະປ່ອຍຂື້ນອະວາກາດ. (ພາບ: VNSC)

ອີງຕາມການລາຍງານຂອງ ຮອງອຳນວຍການສູນວິໄຈດາວທຽມຫວຽດນາມ ຫວູ໋ແອັງ ຕ໋ວນ , ພາຍຫຼັງ 7 ປີ ແຫ່ງການຈັດຕັ້ງປະຕິບັດ ໂຄງການ ໄດ້ຮັບການຍົກລະດັບ ແລະ ຕິດຕັ້ງລະບົບ ເຕືອນ ແລະ ຫຼຸດຜ່ອນຕຳ່ສຸດ ຜົນກະທົບ ຂອງ ການປ່ຽນແປງ ສະພາບດິນຟ້າອາກາດ ແລະ ໄພທຳມະຊາດ, ຄຸ້ມຄອງແຫຼ່ງຊັບພະຍາກອນທຳມະຊາດ ແລະ ຕິດຕາມສະພາບແວດລ້ອມ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ປ້ອງກັນຄວາມສະຫງົບ ແຫ່ງຊາດ ຜ່ານການພັດທະນາ ພື້ນຖານໂຄງລ່າງ ສູນວິໄຈ ດາວທຽມ ແຫ່ງຊາດ, ພັດທະນາ ແລະ ຖ່າຍທອດເຕັກໂນໂລຊີ ການຜລິດດາວທຽມສັງເກດການ ໜ່ວຍໂລກ.

ຕາມການຕີລາຄາຂອງ ຜູ້ຊ່ຽວຊານ ປະຈຸບັນ ຖ້າຢາກຖ່າຍຮູບ ພູມມິພາກໃດໜື່ງ ພວກເຮົາຕ້ອງໄດ້ ສັ່ງ( ອໍເດີ້) , ຫັຼງຈາກນັ້ນ 1-2 ມື້ຈັ່ງໄດ້ຮູບດັ່ງກ່າວ, ແຕ່ຖ້າ ຫວຽດນາມ ມີດາວທຽມສັງເກດການເປັນຂອງຕົວເອົງ, ທຸກໆຄວາມຕ້ອງແມ່ນສາມາດເຮັດໄດ້ພາຍໃນເວລາ 6-12 ຊົ່ວໂມງເທົ່ານັ້ນ.

ທ່ານ ຫວູ໋ແອັງ ຕ໋ວນ ໃຫ້ຮູ້ວ່າ: ເພື່ອເຮັດສຳເລັດເປົ້າໝາຍດັ່ງກ່າວນີ້, ໂຄງການໄດ້ເລືອກເຟັ້ນ ແລະ ໃຊ້ ດາວທຽມ radar ປະສົມປະສານກັບ (SAR) ດ້ວຍຄວາມຊັດເຈນສູງ ເປັນອັນດຽວກັນກັບ ລະບົບ ຂອງສະຖານີພາກພື້ນດິນ ຮັບ, ແກ້ໄຂ ແລະ ຮັບໃຊ້ຂໍ້ມູນ ຮູບພາບດາວທຽມ. ລະບົບດາວທຽມ SAR ແມ່ນລະບົບການສຳຫຼວດອະວາກາດ ທີ່ໃຊ້ ລະບົບທີ່ມີຄວາມສາມາດພິເສດ. ຍ້ອນເປັນເຈົ້າຂອງດາວທຽມ ສະນັ້ນຫວຽດນາມ ສາມາດເປັນເຈົ້າການໃນການເກັບກຳ ຂໍ້ມູນ ແລະ ເປັນເຈົ້າການໃນການເພີ່ມຄວາມຖີ່ຂອງການສັງເກດການ.

ທ່ານຫວູ໋ແອັງ ຕ໋ວນ ຍັງເນັ້ນໜັກວ່າ: ການລົງທືນຢ່າງເປັນເອກກະພາບກັນຂອງລະບົບພື້ນຖານໂຄງລ່າງເຕັກນິກ ຂອງໂຄງການອະນຸຍາດໃຫ້ ບັນດາບຸກຄະລາກອນກໍ່ຄືນັກວິທະຍາສາດ, ນັກວິສະວະກອນ ຫວຽດນາມສາມາດ ຜັນຂະຫຍາຍ ການຄົ້ນຄວ້າ ເຕັກໂນໂລຊີດາວທຽມ, ພິເສດແມ່ນເປັນເຈົ້າການ ໃນຂັ້ນຕອນການພັດທະນາ ເຕັກໂນໂລຊີ ແບບປັດສະຈາກມົນລະພິດນັບແຕ່ ການອອກແບບ, ຜລິດ, ການທົດລອງເຄື່ອງຂອງ ດາວທຽມນ້ອຍ, ໄປຈົນຮອດການພັດທະນາ ບັນດາ ອັບຟຣີເຄຊັ້ນ ທີ່ກ່ຽວຂ້ອງໃນຮັບໃຊ້ ການພັດທະນາ ເສດຖະກິດ-ສັງຄົມ; ຜັນຂະຫຍາຍ ການເຄື່ອນໄຫວກໍ່ສ້າງ, ສຶກສາອົບຮົມ, ພັດທະນາ ການນຳໃຊ້ເຕັກນິກດາວທຽມ; ແລະ ຍົກສູງຄວາມຮັບຮູ້ຂອງ ຄົນລຸ້ນໃໝ່ ກ່ຽວກັບອະວາກາດ ແລະ ຈັກກະວານ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.