ຫວຽດນາມ ໄດ້ຮັບຕຳແໜ່ງເປັນປະທານ ASOSAI ສະໄໝ 2018 – 2021 ຢ່າງເປັນທາງການ

17:40 | 19/09/2018

ຕອນບ່າຍວັນທີ 19 ກັນຍາ, ໃນວາລະປະຊຸມຄົບຄະນະຄັ້ງທີ 1 ໃນຂອບເຂດກອງປະຊຸມໃຫຍ່ ASOSAI 14 ໄດ້ດຳເນີນພິທີມອບຮັບຕຳແໜ່ງເປັນປະທານ ASOSAI ສະໄໝ 2018 – 2021 ໃຫ້ແກ່ທ່ານຫົວໜ້າອົງການກວດສອບແຫ່ງລັດ ຫວຽດນາມ ໂຮ່ດຶກເຝິກ.

ຫວຽດນາມ ໄດ້ຮັບຕຳແໜ່ງເປັນປະທານ ASOSAI ສະໄໝ 2018 – 2021 ຢ່າງເປັນທາງການ

ທ່ານຫົວໜ້າອົງການກວດສອບແຫ່ງລັດ ຫວຽດນາມ ໂຮ່ດຶກເຝິກ.

ກ່າວຄຳເຫັນຮັບດຳລົງຕຳແໜ່ງ, ທ່ານຫົວໜ້າອົງການກວດສອບແຫ່ງລັດ ຫວຽດນາມ ໂຮ່ດຶກເຝິກ ໄດ້ສະແດງຄວາມເປັນກຽດເມື່ອໄດ້ຮັບບົດບາດເປັນປະທານ ASOSAI ໄລຍະ 2018 – 2021. ນີ້ເປັນຄັ້ງທຳອິດທີ່ອົງການກວດສອບແຫ່ງລັດ ຫວຽດນາມ ໄດ້ຮັບມອບໝາຍພາລະໜ້າທີ່ສຳຄັນຢ່າງໃຫຍ່ຫລວງ ແຕ່ຄວາມໜັກໜ່ວງບໍ່ແມ່ນໜ້ອຍ ດ້ວຍພາລະກຳນຳ ASOSAI ຂຶ້ນສູ່ລະດັບສູງກ່ວາ. ອົງການກວດສອບແຫ່ງລັດ ຫວຽດນາມ ຈະສືບຕໍ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ, ສູ້ຊົນສ້າງປະຊາຄົມ ASOSAI ໝັ້ນຄົງເຂັ້ມແຂງ, ປະກອບສ່ວນເຂົ້າໃນການພັດທະນາພື້ນຖານເສດຖະກິດ ອາຊີ ແລະ ໂລກ.

(ແຫຼ່ງ​ຂໍ້​ມູນ​: vov5)

ເຫດການ
302 Found

Found

The document has moved here.