ຕອນບ່າຍຂອງວັນທີ (5 ກັນຍາ ຕາມເວລາ Moscow) ທ່ານເລຂາທິການໃຫຍ່ ຫງວ໋ຽນຟູ໋ ຈ້ອງ ໄດ້ໄປຢ້ຽມຢາມ ແລະ ພົບປະໂອ້ລົມຖາມຂ່າວຄາວ ກັບບັນດາພະນັກງານສະຖານທູດ ແລະ ຕ່າງໜ້າມວນຊົນຄົນຫວຽດນາມ ຢູ່ ລັດເຊຍ.
![]() |
ມວນຊົນຄົນຫວຽດ ທີ່ອາໄສຢູ່ ລັດເຊຍ ຕ້ອນຮັບ ທ່ານເລຂາທິການໃຫຍ່ ຫງວ໋ຽນຟູ໋ ຈ້ອງ .
ທ່ານເລຂາທິການໃຫຍ່ໃຫ້ຮູ້ວ່າ: ມູນເຊື້ອສາຍພົວພັນອັນດີງາມ ລະຫວ່າງ ຫວຽດນາມ ແລະ ລັດເຊຍ ມີປະຫວັດສາດມາຍາວນານ ໄດ້ຮັບການພິສູດຜ່ານການເວລາ ໄດ້ຮັບການປັບປຸງເສີມສ້າງຈາກການນຳ ແລະ ປະຊາຊົນຫຼາຍໆລຸ້ນ. ດ້ວຍມູນເຊື້ອ " ກິນເຂົ້າໃຫ້ຄິດເຖິງຜູ້ເຮັດນາ" ປະຊາຊົນຫວຽດນາມ ບໍ່ມີວັນລືມການຊ່ວຍເຫຼືອອັນໃຫຍ່ຫຼວງ ນຳ້ໃຈເພື່ອນມິດ ແລະ ມີປະສິດທິຜົນ ທັງດ້ານຈິດໃຈ ກໍ່ຄືວັດຖຸ ທີ່ປະຊາຊົນໂຊວຽດ ເມື່ອກ່ອນ , ໃນນັ້ນ ແມ່ນລັດເຊຍ ໄດ້ມອບໃຫ້ແກ່ປະຊາຊົນຫວຽດນາມ ໃນພາລະກິດຕໍ່ສູ້ຍາດເອົາເອກກະລາດ ໃຫ້ແກ່ປະຊາຊົນ ແລະ ຂະບວນການປົກປັກ ແລະ ສ້າງສາ ປະເທດຊາດປະຈຸບັນ.
![]() |
ທ່ານເລຂາທິການໃຫຍ່ ຫງວ໋ຽນຟູ໋ຈ້ອງ ກ່າວຄຳໂອວາດກັບ ມວນຊົນຊາວຫວຽດນາມ ຢູ່ ລັດເຊຍ.
ທ່ານເລຂາທິການໃຫຍ່ ຍັງເນັ້ນໜັກວ່າ: ພັກ-ລັດ ຍາມໃດກໍ່ຖືວ່າມວນຊົນຄົນຫວຽດນາມ ຢູ່ຕ່າງປະເທດ ແມ່ນສ່ວນໜຶ່ງທີ່ບໍ່ສາມາດຂາດໄດ້ ຂອງປະຊາຊົນຫວຽດນາມບັນດາເຜົ່າ ຍາມໃດກໍ່ມີຄວາມສົນໃຈ ຊີ້ນຳທຸກຂັ້ນ ບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ ໃນນັ້ນປະກອບມີ ສະຖານທູດ ແລະ ອົງການຕ່າງໜ້າຂອງຫວຽດນາມ ຢູ່ ລັດເຊຍ ຈັດຕັ້ງປະຕິບັດໃຫ້ຖືກຕ້ອງກັບແນວທາງນະໂຍບາຍ ສະຫາສາມັກຄີທົ່ວມວນປະຊາ ຊ່ວຍເຫຼືອ ໜູນຊ່ວຍ ພໍ່ແມ່ພີ່ນ້ອງ ເຮັດວຽກ ແລະ ດຳລົງຊີວິດຢ່າງໝັ້ນຄົງ ຍາວນານ ຢູ່ ລັດເຊຍ.
![]() |
ທ່ານເລຂາທິການໃຫຍ່ ຫງວ໋ຽນຟູ໋ຈ້ອງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ເຂົ້າວາງພວງດອກໄມ້ ຢູ່ສຸສານທະຫານນິລະນາມ ພາຍໃນ ວັງ Kremlin.
ກ່ອນໜ້ານັ້ນ ທ່ານເລຂາທິການໃຫຍ່ ຫງວ໋ຽນຟູ໋ຈ້ອງ ແລະ ຄະນະຜູ້ແທນຂັ້ນສູງຂອງຫວຽດນາມ ໄດ້ໄປວາງພວງດອກໄມ້ ຢູ່ສຸສານທະຫານນິລະນາມ ຢູ່ພາຍໃນ ວັງ Kremlin.
![]() |
ທ່ານເລຂາທິການໃຫຍ່ ຫງວ໋ຽນຟູ໋ ຈ້ອງ ຖ່າຍຮູບເປັນທີ່ລະລຶກກັບບັນດາຜູ້ແທນ.
ຈາກນັ້ນ ທ່ານເລຂາທິການໃຫຍ່ ຫງວ໋ຽນຟູ໋ ຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເຂົ້າໄປເຄົາລົບ ສຸສານ Vladimir Ilyich Lenin- ຜູ້ນຳອັນຍິ່ງໃຫຍ່ແລະ ປີຊາສາມາດ ຂອງ ຊົນຊັ້ນກຳມະຊີບ ແລະ ປະຊາຊົນຊາວຜູ້ອອກແຮງງານ ໃນທົ່ວໂລກ. ຊື່ສຽງຂອງທ່ານ Vladimir Ilyich Lenin ຕິດພັນກັບ ໄຊຊະນະ ຂອງ ການປະຕິວັດ ເດືອນຕຸລາ ປີ 1917 ລັດເຊຍ. ໄຊຊະນະອັນຍິ່ງໃຫຍ່ດັ່ງກ່າວ ລັດຖະບານກຳມະກອນ-ຊາວນາ ທຳອິດຂອງໂລກ ນຳໂດຍພັກຂອງ ຊົນຊັ້ນກຳມະຊີ ເປັນຜູ້ນຳກຳເນີດຂື້ນມາ.
(ຫັດທະບູນ)