ທ່ານເລຂາທິການໃຫຍ່ ຫງວ໋ຽນຝູ ຈ້ອງ ຕ້ອນຮັບ ຫົວໜ້າພັກ ຍຸດຕິທຳ ປະເທດລັດເຊຍ

23:15 | 08/09/2018

ຍສໝ - ຕອນບ່າຍວັນທີ 07 ກັນຍາ, ທີ່ນະຄອນຫລວງ ມົດສະກູ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານປະທານພັກປະເທດ ລັດເຊຍ ຍຸຕິທຳ Seigey Mironov.

ທ່ານເລຂາທິການໃຫຍ່ ຫງວ໋ຽນຝູ ຈ້ອງ ຕ້ອນຮັບ ຫົວໜ້າພັກ ຍຸດຕິທຳ ປະເທດລັດເຊຍ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບ ຫົວໜ້າພັກ ຍຸຕິທຳ ປະເທດລັດເຊຍ Seigey Mironov (ພາບ: TTXVN)

ຫົວໜ້າພັກ ຍຸດຕິທຳປະເທດລັດເຊຍ ຍິນດີຕ້ອນຮັບ ທ່ານເລຂາທິການໃຫຍ່ ຫງວ໋ຽນຟູ໋ ຈ້ອງ ພ້ອມຄະນະຜູ້ແທນ ຂັ້ນສູງຂອງຫວຽດນາມ ທີ່ມາຢ້ຽມຢາມ ລັດເຊຍ ຢ່າງເປັນທາງການ; ຫົວໜ້າພັກປະເທດ ລັດເຊຍ ຍຸດຕິທຳສະເໜີວ່າ: ບັນດາສູນ ປຶກສາ, ຊ່ວຍເຫຼືອດ້ານກົດໝາຍ ຂອງ ສະຫະພັນ ລັດເຊຍ ດຳເນີນການຊ່ວຍເຫຼືອດ້ານກົດໜາຍໂດຍບໍ່ເສຍຄ່າໃຫ້ແກ່ພົນລະເມືອງ ຫວຽດນາມ ທີ່ກຳລັງດຳລົງຊີວິດ, ເຮັດວຽກຢູ່ສະຫະພັນ ລັດເຊຍ ຖ້າມີຄວາມຮຽກຮ້ອງຕ້ອງການ.

ທ່ານເລຂາທິການໃຫຍ່ ຫງວ໋ຽນຟູ໋ ຈ້ອງ ສະແດງຄວາມດີອົກດີໃຈທີ່ໄດ້ພົບປະກັບເພື່ອນມິດ ລັດເຊຍອີກຄັ້ງ; ສະແດງໃຫ້ເຫັນຢ່າງຈະແຈ້ງ ຫວຽດນາມ ແລະ ສະຫະພັນ ລັດເຊຍ ໄດ້ສ້າງຕັ້ງສາຍພົວພັນ ຮ່ວມມືຍຸດທະສາດຮອບດ້ານ ແລະ ທັງສອງປະເທດຈະສະເຫຼີມສະຫຼອງ ຄົບຮອບ 25 ປີ ວັນເຊັນສົນທິສັນຍາ ກ່ຽວກັບ ຫຼັກການພື້ນຖານ ຂອງສາຍພົວພັນມິດຕະພາບ ລະຫ່ວາງ ຫວຽດນາມ - ລັດເຊຍ , ສະເຫຼີມສະຫຼອງ ຄົບຮອບ 70ປີ ການສ້າງຕັ້ງ ສາຍພົວພັນການທູດ ລະຫ່ວາງ ສອງຊາດ ໃນປີ 2019 ແລະ 2020.

ໃນການຢ້ຽມຢາມຂອງຄະນະຄັ້ງນີ້ ແມ່ນເພື່ອແນຢັ້ງຢືນຄວາມຕັດສິນໃຈ ສ້າງສາຍພົວພັນມິດຕະພາບ ໃຫ້ເລິກເຊິ່ງຂື້ນຕື່ມ ລະຫວ່າງປະຊາຊົນສອງຊາດ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຕີລາຄາສູງທິດນຳ, ເປົ້າໝາຍ ຂອງ ພັກ ປະເທດລັດເຊຍ ສະເໝີພາບ, ສູ້ຊົນເພື່ອສັງຄົມມິຄວາມເທົ່າທຽມກັນ, ເສລີພາບ, ສະເໝີພາບ, ປະຊາຊົນມີຄວາມຜາສຸກ; ຊົມເຊີຍຕໍ່ຄຳສະເໜີຊ່ວຍເຫຼືອດ້ານກົດໝາຍໃຫ້ແກ່ປະຊາຊົນຫວຽດນາມ ຢູ່ ລັດເຊຍຍ ແລະ ເນັ້ນໜັກຈະຊ່ວຍເຫຼືອທຸກສິ່ງທີ່ມີຜົນປະໂຫຍດໃຫ້ແກ່ທັງສອງພັກ ສອງລັດ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.