ທ່ານເລຂາທິການໃຫຍ່ ຫງວຽນຝູ ຈ້ອງ ຕ້ອນຮັບ ການນຳບັນດາກຸ່ມບໍລິສັດແຖວໜ້າຂອງ ສະຫະພັນ ລັດເຊຍ

23:27 | 08/09/2018

ຍສໝ - ໃນຂອບເຂດການຢ້ຽມຢາມຢ່າງເປັນທາງການ ສະຫະພັນ ລັດເຊຍ, ຕອນບ່າຍວັນທີ 07 ກັນຍາ, ທີ່ ມົດສະກູ, ທ່ານເລຂາທິການໃຫຍ່ ຫງວຽນຝູ ຈ້ອງ ໄດ້ໃຫ້ການຕ້ອນຮັບການນຳບັນດາກຸ່ມບໍລິສັດ Gazprom ແລະ Zarubezneft. ນີ້ແມ່ນບັນດາກຸ່ມບໍລິສັດນ້ຳມັນອາຍແກັດແຖວໜ້າຂອງສະຫະພັນ ລັດເຊຍ, ມີການພົວພັນຮ່ວມມືທີ່ເປັນມູນເຊື້ອ ແລະ ມີປະສິດທິຜົນກັບ ຫວຽດນາມ.


ທ່ານເລຂາທິການໃຫຍ່ ຫງວຽນຝູ ຈ້ອງ ຕ້ອນຮັບ ການນຳບັນດາກຸ່ມບໍລິສັດແຖວໜ້າຂອງ ສະຫະພັນ ລັດເຊຍ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບການນຳກຸ່ມບໍລິສັດ Gazprom.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຊົມເຊີຍບັນດາ ກຸ່ມບໍລິສັດ ທີ່ມີຄວາມມານະພະຍາຍາມໃນການຈັດຕັ້ງປະຕິບັດ ຢ່າງມີປະສິດທິຜົນ ບັນດາສັນຍາທີ່ໄດ້ລົງນາມ, ພ້ອມກັນນັ້ນກໍ່ຍັງຄົງສືບຕໍ່ເພີ່ມທະວີການເຄື່ອນໄຫວຮ່ວມມືຢູ່ຫວຽດນາ; ທ່ານເລຂາຍັງ ໄດ້ຢືນຢັນວ່າ ຫວຽດນາມ ຈະສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດາວິສາຫະກິດ ລັດເຊຍ, ໃນນັ້ນມີບັນດາກຸ່ມບໍລິສັດດັ່ງກ່າວ ເພື່ອເປີດກ້ວາງຂອບຂະໜາດການຮ່ວມມືລະຫວ່າງ 2 ຝ່າຍ; ທ່ານເຊື່ອໝັ້ນວ່າບັນດາໂຄງການຮ່ວມມືລະຫວ່າງສອງຝ່າຍ ຈະບັນລຸໄດ້ໝາກຜົນອັນສະຫງ່າງາມ, ນຳຜົນສຳເລັດມາໃຫ້ ເສດຖະກິດ, ຮັບໃຊ້ຜົນປະໂຫຍດສ່ວນລວມຂອງທັງສອງຊາດ.

ການນຳບັນດາກຸ່ມບໍລິສັດ Gazprom ແລະ Zarubezneft ສະແດງຄວາມຍິນດີ ຕໍ່ກັບບັນດາໝາກຜົນທີ່ໄດ້ຮັບໃນການຮ່ວມມືຂອງສອງປະເທດ; ຂອບໃຈ ຫວຽດນາ ທີ່ໄດ້ສ້າງເງື່ອນໄຂໃຫ້ແກ່ ກຸ່ມບໍລິສັດ ໃນການເຄື່ອນໄຫວຢ່າງມີປະສິດທິຜົນ ປະກອບສ່ວນເຂົ້າໃນການພັດທະນາ ຂອງ ຫວຽດນາມ ກໍ່ຄືການພັດທະນາ ມິດຕະພາບ ສະຫະພັນ ລັດເຊຍ - ຫວຽດນາມ.

ການນຳບັນດາກຸ່ມບໍລິສັດ Gazprom ແລະ Zarubezneft ໄດ້ສະແດງຄວາມປາດຖະໜາຢາກ: ສືບຕໍ່ການພົວພັນຮ່ວມມືຍາວນານ ແລະ ມີປະສິດທິຜົນ ກັບກຸ່ມບໍລິສັດນ້ຳມັນເຊື້ອໄຟ ຫວຽດນາມ, ພ້ອມກັນນັ້ນ ກໍ່ເປີດກ້ວາງການຮ່ວມມື ສູ່ບັນດາຂົງເຂດການຜລິດອື່ນໆຄື: ຜະລິດໄຟຟ້າ, ຮັກສາສິ່ງແວດລ້ອມ, ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ…ເພື່ອຜົນປະໂຫຍດ ແລະ ການພັດທະນາ ຂອງແຕ່ລະປະເທດ, ພ້ອມທັງ ປະກອບສ່ວນເຂົ້າໃນການພັດທະນາລວມ ຂອງການພົວພັນມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ສະຫະພັນ ລັດເຊຍ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.