ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ້ຽມຢາມນະຄອນ Szentendre, ຮົງກາຣີ

08:21 | 10/09/2018

ຍສໝ - ໃນຂອບເຂດການຢ້ຽມຢາມ, ຕອນເຊົ້າວັນທີ 9 ກັນຍາ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມນະຄອນ Szentendre ແລະ ເຮັດວຽກກັບການນໍານະຄອນແຫ່ງນີ້.

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ້ຽມຢາມນະຄອນ Szentendre, ຮົງກາຣີ

ທ່ານເລຂາທິການໃຫຍ່ ຫງວ໋ຽນຟູ໋ ຈ້ອງ ພ້ອມຄະນະ ຢູ່ສະໜາມຫຼວງ Szentendre. (ພາບ: ສຳນັກຂ່າວຫວຽດນາມ)

ທີ່ການຕ້ອນຮັບ, ທ່ານ Verseghi-Nagy Miklos ເຈົ້າຄອງນະຄອນ Szentendre ສະແດງຄວາມປິຕິຊົມຊື່ນທີ່ໄດ້ຕ້ອນຮັບ ທ່ານ ຫງວ໋ຽນຟູ໋ ຈ້ອງ; ຖືວ່າການຢ້ຽມຢາມ ຮົງກາຣີ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ແລະຄະນະຜູ້ແທນຂັ້ນສູງຫວຽດນາມໃນຄັ້ງນີ້ແມ່ນເຫດການສຳຄັນພິເສດ, ປະກອບສ່ວນນຳການພົວພັນ ຮົງກາຣີ - ຫວຽດນາມ ຂຶ້ນສູ່ລະດັບສູງໃໝ່ ແລະຊຸກຍູ້ການພົວພັນພົບປະແລກປ່ຽນ, ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ, ໃນນ້ັນມີ Szentendre.

ທ່ານເລຂາທິການໃຫຍ່ ຫງວ໋ຽນຟູ໋ ຈ້ອງ ຢືນຢັນວ່າ: ຈຸດປະສົງຂອງການຢ້ຽມຢາມຄັ້ງນີ້ແມ່ນແນໃສ່ຊຸກຍູ້ ແລະ ເພີ່ມທະວີບັນດາຂົງເຂດຮ່ວມມືຮອບດ້ານ, ໃນນັ້ນມີການພົບປະແລກປ່ຽນວັດທະນະທຳ ແລະ ການຮ່ວມມື ລະຫວ່າງ ບັນດາທ້ອງຖິ່ນຂອງສອງປະເທດ, ທ່ານເລຂາທິການໃຫຍ່ ຊົມເຊີຍການພົວພັນຮ່ວມມື ລະຫວ່າງນະຄອນ Szentendre ແລະ ນະຄອນໂຮ້ຍອານ ຂອງ ຫວຽດນາມ; ພ້ອມທັງປາດຖະໜາວ່າສອງທ້ອງຖິ່ນສືບຕໍ່ຊຸກຍູ້ການຮ່ວມມືໃຫ້ມີເນື້ອແທ້ ແລະ ມີປະສິດທິຜົນ, ແບ່ງປັນບົດຮຽນໃນການອະນຸລັກຮັກສາມໍລະດົກ, ສົມທົບກັນແລກປ່ຽນວັດທະນະທຳ, ສິລະປະ ແລະ ຂຸດຄົ້ນການທ່ອງທ່ຽວ, ປະກອບສ່ວນເຂົ້າໃນການປັບປຸງ ແລະພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ສອງຊາດ ຫວຽດນາມ ແລະ ຮົງກາຣີ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.