ມຸ່ງ​ໄປ​ເຖິງ​ການ​ສ້າງ​ຂະ​ແໜງ​ຂຸດ​ຄົ້ນ​ສິນ​ໃນ​ນ້ຳ​ແບບ​ຍືນ​ຍົງ

04:37 | 11/12/2025

ຍສໝ - ບັນດາທ້ອງຖິ່ນແຄມທະເລຂອງ ຫວຽດນາມ ພວມຍູ້ແຮງການປັບປຸງວຽກງານຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU)ໃຫ້ສຳເລັດ. ຈາກການຮັດແໜ້ນການຄຸ້ມຄອງ, ເຮັດແຈ້ງແຫຼ່ງທີ່ມາ ແລະ ສ້າງໂຄງປະກອບອາຊີບຫາປາຄືນໃໝ່… ຫວຽດນາມ ພວມສ້າງຂະແໜງສິນໃນນ້ຳແບບຍືນຍົງ.

ຊາວປະມົງ ແລະ ກຳລັງປ້ອງກັນຊາຍແດນ ດຳເນີນມາດຕະການປ້ອງກັນການປະມົງ IUU ຢ່າງຄົບຊຸດ
ແຂວງເຫງະອານ ເພີ່ມທະວີການຄວບຄຸມ ແລະ ແກ້ໄຂການລະເມີດ IUU ຢ່າງເຂັ້ມງວດ
ມຸ່ງ​ໄປ​ເຖິງ​ການ​ສ້າງ​ຂະ​ແໜງ​ຂຸດ​ຄົ້ນ​ສິນ​ໃນ​ນ້ຳ​ແບບ​ຍືນ​ຍົງ
ເຮືອຫາປາຢູ່ທ່າເຮືອ ເທາະກວາງ, ນະຄອນ ດ່າໜັງ (ພາບ: VOV)

ເດັດດ່ຽວຍົກເລີກ “ບັດເຫຼືອງ” ຂອງຄະນະກຳມະການ ເອີຣົບ (EC) ແລະ ສ້າງຂະແໜງສິນໃນນ້ຳພັດທະນາແບບຍືນຍົງ, ທ່າເຮືອຫາປ່າ ເທາະກວາງ, ນະຄອນ ດ່າໜັງ, ໄດ້ໝູນໃຊ້ຫຼັກການ: ເຮືອຫາປາມອດລະບົບຕິດຕາມ (VMS) ແຕ່ 10 ຊົ່ວໂມງຂຶ້ນໄປ ຈະບໍ່ອະນຸຍາດໃຫ້ເຂົ້າທຽບທ່າ; ຖ້າຂາດຕາໂສ້ໃດໜຶ່ງໃນສຳເນົາເອກະສານແຈ້ງແຫຼ່ງທີ່ມາ (ນັບແຕ່ບ່ອນຈັບຫາປາ, ແຫມອງ ແລະ ຈຸດພິກັດ…) ຖືວ່າທັງຖ້ຽວສິນຄ້ານັ້ນຕ້ອງລໍຖ້າ.

ມຸ່ງ​ໄປ​ເຖິງ​ການ​ສ້າງ​ຂະ​ແໜງ​ຂຸດ​ຄົ້ນ​ສິນ​ໃນ​ນ້ຳ​ແບບ​ຍືນ​ຍົງ
ທະຫານໄປແນະນຳກ່ຽວກັບຂໍ້ກຳນົດໃນການຂຸດຄົ້ນສິນໃນນ້ຳໃຫ້ແກ່ຊາວປະມົງ (ພາບ: VOV)

ຢູ່ແຂວງ ກວາງງາຍ, ເຊິ່ງເປັນແຂວງທີ່ໂດດເດັ່ນໃນການຂຸດຄົ້ນ IUU, ໄລ່ຮອດປັດຈຸບັນ 100% ເຮືອຫາປາ ໄດ້ຈົດທະບຽນ ແລະ ອັບເດດເຂົ້າລະບົບຖານຂໍ້ມູນແຫ່ງຊາດ. ທ່ານ ໂດະເຕິມຮ່ຽນ, ຮອງປະທານ ຄະນະກຳມະການປະຊາຊົນ ແຂວງ ກວາງງາຍ, ຢັ້ງຢືນວ່າ:

“ຖ້າອະນຸຍາດໃຫ້ບັນດາເຮືອບໍ່ມີເງື່ອນໄຂຢ່າງພຽງພໍ ອອກຈາກທ່າ, ປ່ອຍປະລະເລີຍການຄຸ້ມຄອງນັ້ນ ຜູ້ເປັນຫົວໜ້າຕ້ອງມີຄວາມຮັບຜິດຊອບ. ການນຳບັນດາຫົວໜ່ວຍທ້ອງຖິ່ນຕາມພັນທະໜ້າທີ່ ນັບທັງພະແນກກະສິກຳ ແລະ ສິ່ງແວດລ້ອມ, ສາຂາກົມສິນໃນນ້ຳ, ທະຫານປ້ອງກັນຊາຍແດນ ຕ້ອງຍົກສູງຄວາມຮັບຜິດຊອບ. ຖ້າຫົວໜ່ວຍໃດບໍ່ສຳເລັດໜ້າທີ່, ພວກຂ້າພະເຈົ້າຈະມອບໃຫ້ຫ້ອງການຄະນະກຳມະການປະຊາຊົນແຂວງ ສົມທົບກັບພະແນກພາຍໃນ, ອົງການກວດກາແຂວງ ເປັນເສນາທິການໃຫ້ປະທານຄະນະກຳມະການປະຊາຊົນແຂວງ ກວດກາ, ເຮັດແຈ້ງຄວາມຮັບຜິດຊອບໃນວຽກງານປ້ອງກັນ, ຕ້ານການຈັບຫາປາແບບຜິດກົດໝາຍ IUU.”

ໄລ່ມາຮອດປັດຈຸບັນ, ເຮືອຫາປາ100% ໃນທົ່ວປະເທດໄດ້ຈົດທະບຽນ, ອັບເດດໃນຖານຂໍ້ມູນອາຊີບຫາປາແຫ່ງຊາດ VNFishbase; ຂໍ້ມູນດັ່ງກ່າວໄດ້ເຊື່ອມຕໍ່ກັບລະບົບຄວບຄຸມເຮືອຫາປາຂອງກະຊວງປ້ອງກັນປະເທດ ແລະ VneID ຂອງກະຊວງຕຳຫຼວດ.

ຕາມ vovworld.vn

https://vov.vn/lo-LA/ມງໄປເຖງການສາງຂະແໜງຂດຄນສນໃນນຳແບບຍນຍງ-1269348.vov

ແຄງຮວ່າ ຜະລິດຜົນການປະຊາສຳພັນ, ກວດກາ ຮືບຮົບການປ້ອງກັນການປະມົງ IUU ແຄງຮວ່າ ຜະລິດຜົນການປະຊາສຳພັນ, ກວດກາ ຮືບຮົບການປ້ອງກັນການປະມົງ IUU

ຍສໝ - ວັນທີ 25 ພະຈິກ, ດ່ານຊາຍແດນ ແທັງຫາຍ, ກອງທັບປ້ອງກັນຊາຍແດນ ແຂວງແຄັ້ງຮວ່າ ໄດ້ປະສານງານກັບ ຄະນະກຳມະການປົກຄອງ ບ້ານ ວິ້ງຫາຍ (ແຂວງແຄັ້ງຮວ່າ) ຈັດຕັ້ງກອງປະຊຸມເພື່ອປະຊາສຳພັນ, ຕຸກຕິການຕ້ານການປະມົງ ທີ່ຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຕາມຂໍ້ກຳນົດ (IUU) ໃຫ້ແກ່ກວ່າ 80 ນາຍທ່າ ແລະ ...

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮຽກ​ຮ້ອງ​ໃຫ້​ແກ້​ໄຂ​ລະ​ເມີດ IUU ຢ່າງ​ລະ​ອຽດ, ພ້ອມ​ທີ່​ຈະ​ເຮັດ​ວຽກ​ຮ່ວມ​ກັບ​ທີມ​ງານ​ກວດ​ກາ EC ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮຽກ​ຮ້ອງ​ໃຫ້​ແກ້​ໄຂ​ລະ​ເມີດ IUU ຢ່າງ​ລະ​ອຽດ, ພ້ອມ​ທີ່​ຈະ​ເຮັດ​ວຽກ​ຮ່ວມ​ກັບ​ທີມ​ງານ​ກວດ​ກາ EC

ຍສໝ - ທີ່ກອງປະຊຸມອອນໄລຄັ້ງທີ 23 ຂອງຄະນະຊີ້ນໍາແຫ່ງຊາດກ່ຽວກັບການຕ້ານການຫາປາທີ່ຜິດກົດໝາຍ, ບໍ່ມີການລາຍງານ ແລະບໍ່ມີລະບຽບ (IUU) ໃນວັນທີ 25 ພະຈິກ ຢູ່ນະຄອນ ໂຮ່ຈີມິນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຮຽກຮ້ອງໃຫ້ບັນດາຫົວໜ້າກະຊວງ, ຂະແໜງການ, ທ້ອງຖິ່ນຮັບຜິດຊອບໂດຍກົງ ຖ້າການລະເມີດເກີດຂຶ້ນ; ພ້ອມ​ກັນ​ນັ້ນ​ກໍ​ໄດ້​ຊີ້​ນຳ​ໃຫ້​ສຳ​ເລັດ​ຂໍ້​ມູນ ​ແລະ ການ​ບັນທຶກ, ພ້ອມ​ທັງ​ກະກຽມ​ຢ່າງ​ເຕັມທີ່​ໃຫ້​ແກ່​ການ​ກວດກາ​ຄັ້ງ​ທີ 5 ຂອງ​ຄະນະ​ກຳມະການ​ເອີ​ລົບ ...

ຕາມ vovworld.vn

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ