ໂຮງຮຽນພັກແລ້ງ ພາກພາສາຝລັ່ງ ​ມີ​ນັກ​ຮຽນ 70ຄົນ ທີ່ມາຈາກ 6ປະເທດ

12:12 | 31/07/2018

ຍ​ສ​ໝ - ນັກຮຽນພາສາຝລັ່ງ 70ຄົນທີ່ມາຈາກ 6 ປະເທດອາຊີ (ຫວຽດນາມ, ລາວ, ກຳປູເຈຍ, ຈີນ, ໄທ ແລະ ເກົາຫຼີໃຕ້) ຈະເຂົ້າຮ່ວມໃນໂຮງຮຽນພັກແລ້ງ ເລີ່ມຕັ້ງແຕ່ວັນທີ 30 ກໍລະກົດ ຫາ 4 ສິງຫາ 2018. ນີ້ແມ່ນກິດຈະກຳຂອງ ມະຫາວິທະຍາໄລ ຮ່າໂນ້ຍ ຈັດຂື້ນໂດຍການສະໜັບສະໜູນຂອງອົງການມະຫາວິທະຍາໄລ ພາສາຝລັ່ງ (AUF)- ຫ້ອງການ ອາຊີ-ຕາເວັນອອກສ່ຽງໃຕ້.

ໂຮງຮຽນພັກແລ້ງ ພາກພາສາຝລັ່ງ ​ມີ​ນັກ​ຮຽນ 70ຄົນ ທີ່ມາຈາກ 6ປະເທດ

ນັກ​ຮ​ຽນ​ທີ​ເຂົ້າ​ຮ່ວມ​ໂຮງ​ຮ​ຽນ​ພັກ​ແລ້ງ ທີ່​ມະ​ຫ​າ​ວິ​ທະ​ຍາ​ໄລ ຮ່າ​ໂນ້ຍ.

ກິດ​ຈະ​ກຳ​ ເປົ້າ​ໝາຍ​ເພື່ອ​ຈະ​ສ້າງ​ການ​ເຄື່ອນ​ໄຫວ​ຊ່ວຍ​ໃຫ້​ນັກ​ຮຽນ​ພາກ​ພາ​ສາ​ຝ​ລັ່ງ ມາ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລຫຼາຍ​ແຫ່ງ​ໃນ​ພູ​ມິ​ພາກ ຍົກ​ສູງ​ຄວາມ​ຮູ້​ທາງ​ດ້ານ​ພາ​ສາ​ຝ​ລັ່ງ, ປະ​ກອບ​ສ່ວນ​ໃນ​ການ​ປືກ​ສາ​ຫາ​ລື ແລະ ຄົ້ນ​ຫາ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ຂອ​ງ​ພາກ​ພື້ນ.

ດ້ວຍ​ຫົວ​ຂໍ້ “ເຊີດ​ຊູ ປູ​ນີ​ຍະ​ສະ​ຖານ : ພົບ​ກັບ​ເສດ​ຖະ​ກິດ​ສັງ​ຄົມ”, ແມ່ນ​ໜຶ່ງ​ໃນ​ຫົວ​ຂໍ້​ທີ່​ສຳ​ຄັນ​ທັນ​ເຫດ​ການ, ໂຄງ​ການ​ນີ້​ມີເປົ້າ​ໝາຍ​ເພື່ອ​ຊ່ວຍ​ໃຫ້​ນັກ​ຮຽນ​ຮັບ​ຮູ້​ຄວາມ​ສຳ​ຄັນຂອງວຽກ​ອະ​ນຸ​ລັກ ແລະ ຍົກ​ສູງ​ປູ​ນີ​ຍະ​ສະ​ຖານ​ທາງ​ປະ​ຫວັດ​ສາດ ເພື່ອ​ພັດ​ທະ​ນາ​ຢ່າງ​ຍືນ​ຍົງ, ເຮັດ​ໃຫ້​ນັກ​ຮຽນ​ຄຸ້ນ​ເຄີຍ​ກັບ​ໂລກ​ເສດ​ຖະ​ກິດ​ສັງ​ຄົມ-ໜຶ່ງ​ໃນ​ຄູ່​ຮ່ວມ​ມື​ໃນ​ວຽກ​ງານ​ການ​ອະ​ນຸ​ລັກ ແລະ ເຊີດ​ຊູ​ປູ​ນິ​ຍະ​ສະ​ຖານ.

ໂຮງ​ຮຽນ​ພັກ​ແລ້ງ​ຈະ​ດຳ​ເນີນ​ໄປ​ປະ​ມານ 1 ອາ​ທິດເຊິ່ງ​ຈະ​ມີ​ກິດ​ຈະ​ກຳ​ຄື: ການ​ສຳ​ມະ​ນາ​ກ່ຽວ​ກັບໝູ່​ບ້ານ​ຫັດ​ຖະ​ກຳ-ວິ​ຊາ​ຊີບ, ​ການພັດ​ທະ​ນາ​ແບບ​ຍືນ​ຍົງ, ທ່ອງ​ທ່ຽວ​ແບບ​ຍືນ​ຍົງ , ​ສື່​ອອນ​ລາຍ ເຟດ​ສ​ບຸກ: ພາ​ຫະ​ນະ​ນຳ​ສົ່ງ​ຂໍ້​ມູນ​ສື່​ສານມວນ​ຊົນ; ຢ້ຽມ​ຊົມ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽ​ງ​ຂອງ ຮ່າ​ໂນ້ຍ: ວັນ​ມ໋ຽວ​ກ້ວກ​ຕື້​ຢາມ(ມະ​ຫາ​ວິ​ທະ​ຍາ​ໄລ​ອັນ​ເກົ່າ​ແກ່​ແຫ່ງ​ທຳ​ອິດ​ຂອງ​ຫວຽດ​ນາມ), ຫໍ ຫງ໋ອກ​ເຊີນ(ວັດ​ທີ່​ຕັ້ງ​ຢູ່​ໜອງ​ເຕົ່າ), ໂຮງ​ລະ​ຄອນ, ຫໍ​ພິ​ພິດ​ຕະ​ພັນ​ຊົນ​ເຜົ່າ​ຫວຽດ​ນາມ; ຢ້ຽມ​ຊົມ​ໝູ່​ບ້ານ​ເຮັດ​ເຄື່ອງ​ປ້ຳ​ດິນ​ເຜົາ ບ໋າດ​ຈ່າງ, ເຂົ້າ​ຮ່ວມ​ໃນ​ການ​ທົດ​ລອງ​ປ້ຳ​ຜົນ​ງານ​ດ້ວຍ​ຕົນ​ເອງ.

ພ້ອມ​ກັນ​ນັ້ນ ນ້ອງ​ນັກ​ຮຽນ​ຍັງ​ຈະ​ໄດ້​ພົບ​ປະ​ກັບ​ບັນ​ດາ ບໍ​ລິ​ສັດ​ທ່ອງ​ທ່ຽວ, ຮັບ​ຝັງ​ການ​ແບ່ງ​ປັນ​ບັນ​ດາ​ໂອ​ກາດ​ກ່ຽວ​ກັບ​ວິ​ຊາ​ຊີບ ແລະ ຮຽນ​ຮູ້​ການ​ເປັນ​ນັກ​ຂ່າວ, ຂຽນ​ຂ່າວ​ໃນ​ກິດ​ຈະ​ກຳ​ນີ້.

ໃນ​ປີ 2018 ອົງ​ການ​ມະ​ຫາ​ວິ​ທະ​ຍາ​ໄລ ພາກ​ພາ​ສາ​ຝ​ລັ່ງ (AUF)- ຫ້ອງ​ການ ອາ​ຊີ-ຕາ​ເວັນ​ອອກ​ສ່ຽງ​ໃຕ້ ປະ​ສານ​ກັບ​ກັບ ມະ​ຫາ​ວິ​ທະ​ຍາ​ໄລ 5 ແຫ່ງ​ໃນ​ພາກ​ພື້ນຈັດ ໂຮງ​ຮຽນ​ພັກ​ແລ້ງຢູ່​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ ດົງ​ເຕ໋​ ຊຽງ​ໄຮ້, ປະ​ເທດ​ຈີນ; ມະ​ຫາ​ວິ​ທະ​ຍາ​ໄລ ວິ​ຈິດ​ສິນ ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ; ມະ​ຫາ​ວິ​ທະ​ຍາ​ໄລ ສະ​ຂຸ​ພາບ​ວິ​ທະ​ຍາ ກຳ​ປູ​ເຈຍ; ມ​ະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ມົງ​ໂກນ ແລະ ມະ​ຫາ​ວິ​ທະ​ຍາ​ໄລ ຮ່າ​ໂນ້ຍ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.