ແຂວງ ຊອກຈັງ ຄວນເອົາໃຈໃສ່ເປັນພິເສດເຖິງການສ້າງບັນດາສາຍສໍາພັນໃນລະບົບມູນຄ່າການຜະລິດ

08:44 | 21/06/2018

ຕົ້ນ​ອາ​ທິດ​ທີ່​ຜ່ານ​ມາ, ຄະນະກໍາມະການປະຊາຊົນແຂວງ ຊອກຈັງ ສົມທົບກັບບັນດາກະຊວງ, ຂະແໜງການສູນກາງ ຈັດຕັ້ງກອງປະຊຸມສົ່ງເສີມການລົງທຶນ ປີ 2018 ແລະປຸກລະດົມການເລີ່ມທຸລະກິດດ້ວຍຫົວຂໍ້ “ຊອກຈັງ-ກາລະໂອກາດຂອງເພື່ອນ”. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມ ແລະກ່າວຄໍາເຫັນຊີ້ນໍາກອງປະຊຸມດັ່ງກ່າວ.

ເຖິງວ່າມີຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຫຼາຍຢ່າງໃນການພັດທະນາເສດຖະກິດກະສິກໍາ, ລ້ຽງປູກ ແລະປຸງແຕ່ງສິນໃນນໍ້າ, ການທ່ອງທ່ຽວ, ພະລັງງານຜະລິດຄືນໃໝ່, ທ່າກໍາປັ່ນທະເລ, ການບໍລິການຂົນສົ່ງທາງທະເລກໍ່ຕາມ, ແຕ່ປັດຈຸບັນ, ແຂວງ ຊອກຈັງ ຍັງແມ່ນແຂວງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ຜ່ານການຈັດຕັ້ງກອງປະຊຸມ, ແຂວງ ຊອກຈັງ ສຸມໃສ່ຮຽກຮ້ອງການລົງທຶນ, ບຸລິມະສິດໃຫ້ 3 ຂົງເຂດແມ່ນ: ກະສິກໍາເຕັກໂນໂລຢີສູງຕິດພັນກັບອຸດສາຫະກໍາປຸງແຕ່ງ, ພະລັງງານຜະລິດຄືນໃໝ່ ແລະການທ່ອງທ່ຽວ.

ແຂວງ ຊອກຈັງ ຄວນເອົາໃຈໃສ່ເປັນພິເສດເຖິງການສ້າງບັນດາສາຍສໍາພັນໃນລະບົບມູນຄ່າການຜະລິດ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຊົມບັນດາຮ້ານວາງສະແດງຜະລິດຕະພັນພິເສດຂອງແຂວງ ຊອກຈັງ.

ທີ່ກອງປະຊຸມ, ຄະນະກໍາມະການປະຊາຊົນແຂວງ ຊອກຈັງ ໄດ້ລົງນາມໃນບັນດາໂຄງການສົມທົບກັນ, ຂໍ້ຕົກລົງຮ່ວມມື, ໜູນຊ່ວຍສິນເຊື່ອກັບບັນດາກະຊວງ, ຂະແໜງການ, ອົງການສິນເຊື່ອກ່ຽວກັບການລົງທຶນພັດທະນາກະສິກໍາ, ສົ່ງເສີມການຄ້າ, ກໍ່ສ້າງເຄືອຂ່າຍໄຟຟ້າ, ພັດທະນາວິສາຫະກິດຂະໜາດກາງ ແລະນ້ອຍ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ, ແຂວງ ຊອກຈັງ ຄວນລະດົມທຸກແຫຼ່ງກໍາລັງເປັນຢ່າງດີ ເພື່ອລົງທຶນພັດທະນາ; ເອົາໃຈໃສ່ປົກປັກຮັກສາສິ່ງແວດລ້ອມ, ເອົາໃຈໃສ່ເປັນພິເສດເຖິງການສ້າງບັນດາສາຍສໍາພັນໃນລະບົບມູນຄ່າການຜະລິດ ເພື່ອຍົກສູງມູນຄ່າເພີ່ມໃຫ້ແກ່ຜະລິດຕະພັນຂອງທ້ອງຖິ່ນ, ໃນນັ້ນຄວນຍົກສູງບົດບາດຂອງຜູ້ຈຳໜ່າຍ; ເປັນເຈົ້າການສໍາຜັດ, ລະດົມບັນດາແຫຼ່ງທຶນ ເພື່ອລົງທຶນພັດທະນາ.

ທ່ານນາຍົກລັດຖະມົນຕີ ໃສ່ໃຈວ່າ, ຄວນເສີມຂະຫຍາຍລັກສະນະຂະຫຍັນຂັນເຄື່ອນຂອງອໍານາດການປົກຄອງທຸກຂັ້ນ ແລະບົດບາດຂອງຜູ້ນໍາໃນການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຶງດູດການລົງທຶນ; ຜັນຂະຫຍາຍບັນດາແຜນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ...

(ແຫຼ່ງ​ຂໍ້​ມູນ​: ກປ.ອອນໄລ)

ເຫດການ