ຫວຽດນາມ ສະຫນັບສະຫນູນ ຍີ່ປຸ່ນ ເສີມຂະຫຍາຍບົດບາດອັນຕັ້ງຫນ້າຂອງຕົນ, ປະກອບສ່ວນເຂົ້າໃນ ສັນຕິພາບ ແລະ ຄວາມຫມັ້ນຄົງຂອງພາກພື້ນ.

11:49 | 28/05/2018

ຍ​ສ​ໝ - ທ່ານປະທານປະເທດ ເຈີ່ນດ໋າຍກວາງ ຈະໄປຢ້ຽມຢາມຍີ່ປຸ່ນ ຂັ້ນລັດຖະບານ ກະທັນຫັນ (29 ພຶດສະພາ ຫາ 2 ມິຖຸນາ).

ໃນວັນທີ 25 ພຶດສະພາ, ທ່ານປະທານປະເທດ ເຈີ່​ນ​ດ໋າຍກວາງ ໄດ້ສໍາພາດ ກັບ​ສະ​ຖາ​ນ​ນີ​ໂທ​ລະ​ທັດ ສຳ​ນັກ​ຂ່າວຍີ່ປຸ່ນ, ​ຄື: ສະ​ຖາ​ນີ​ໂທ​ລະ​ທັດ ຄື: NHK, ສຳ​ນັກ​ຂ່າວ Kyodo News, Jiji Press, ໜັງ​ສື​ພິມ Nikkei.

ຫວຽດນາມ ສະຫນັບສະຫນູນ ຍີ່ປຸ່ນ  ເສີມຂະຫຍາຍບົດບາດອັນຕັ້ງຫນ້າຂອງຕົນ, ປະກອບສ່ວນເຂົ້າໃນ ສັນຕິພາບ ແລະ ຄວາມຫມັ້ນຄົງຂອງພາກພື້ນ.

ທ່ານປະທານາປະ​ເທດ ເຈີ່ນ​ດ໋າຍກວາງ ໃຫ້​ສຳ​ພາດ​ສຳ​ນັກ​ຂ່າວ ຢີ​ປຸ່ນ.

ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ: ທ່ານປະທານາປະ​ເທດ ເຈີ່ນ​ດ໋າຍກວາງ ໄດ້​ໃຫ້​ຮູ້​ວ່າ: ໃນການຢ້ຽມຢາມຄັ້ງນີ້, ທັງສອງຝ່າຍໄດ້ປຶກສາຫາລືກ່ຽວກັບທິດທາງ ແລະ ມາດຕະການໃນການຊຸກ​ຍູ້ສົ່ງເສີມສາຍພົວພັນລະຫວ່າງສອງປະເທດ. ​ໃນ​ນັ້ນຈະເນັ້ນຫນັກເພີ່ມ​ທະ​ວີ ຄວາມໄວ້ວາງໃຈທາງດ້ານການເມືອງ, ຍູ້​ແຮງຮ່ວມມືການຄ້າ, ການລົງທືນ, ການຮ່ວມມືພັດທະນາ, ປ້ອງກັນຊາດ ແລະ ຄວາມສະ​ຫງົບ, ​ຍູ້​ແຮງການແລກປ່ຽນວັດທະນະທໍາ ແລະ ​ປະ​ຊາ​ຊົນ. ສອງຝ່າຍຈະປຶກສາຫາລືກ່ຽວກັບການຮ່ວມມືບົນ​ເວ​ທີ ກອງປະຊຸມສາກົນ, ພາກພື້ນ ແລະ ບາງບັນຫາທີ່ທັງ​ສອງມີຄວາມສົນໃຈຮ່ວມກັນ, ໂດຍສະເພາະໃນເວ​ລາ​ທີ່ ຫວຽດນາມກຳ​ລັງ​ເປັນ​ຜູ່​ປະ​ສານ​ງານ ສາຍສຳ​ພັນ ອາຊຽນ - ຍີ່ປຸ່ນ ໄລ​ຍະ ປີ 2018-2021

ທ່ານປະທານປະ​ເທດ ເຈີ່ນ​ດ໋າຍກວາງ ຢືນຢັນວ່າ: ໃນອາ​ນາ​ຄົດອັນໃກ້ນີ້, ສອງປະເທດຈະສືບຕໍ່ບາດ​ກ້າວການພັດທະນາທີ່ດີຂອງສາຍພົວພັນ ຫວຽດນາມ - ຍີ່ປຸ່ນ, ການຂຸດຄົ້ນທ່າແຮງອັນ​ບົ່ມ​ຊ້ອນ, ຊຸກ​ຍູ້ການຮ່ວມມື ນຳ​ພາ​ສາ​ຍ​ສຳ​ພັນ "ການ​ຮ່ວມ​ມື ຍຸດ​ທະ​ສາດ ອັນເລິກ​ເຊິ່ງ​ ແລະ ກ້​ວາງ​ຂວາງ ເພື່ອ​ສັນ​ຕິ​ພາບ ແລະ ຈະ​ເລີນ​ຮຸ່ງ​ເຮືອງ ຂອງ ອາ​ຊີ​" ຂື້ນ​ສູ່ ໄລ​ຍະ​ພັດ​ທະ​ນາ​ໃໝ່ ຂອງ​ພາກ​ພື້ນ, ເພື່ອ​ຜົນ​ປະ​ໂຫຍດ ຂອງປະຊາຊົນ ສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາໃນພາກ​ພື້ນ ແລະ ໃນໂລກ.

ທ່ານປະ​ທານ​ປະ​ເທດ ມີ​ຄວາມ​ມຸ້ງ​ມາດ​ປາດ​ຖະ​ໜາ​ວ່າ: ທັງ​ສອງ​ຝ່າ​ຍ​ຈະ​ເອົາ​ໃຈ​ໃສ່​ຊຸກ​ຍູ້ ປະ​ສານ​ເສດ​ຖະ​ກິດ ໂດຍ​ຜ່ານ​ການ​ເພີ່ມ​ທະ​ວີ ການ​ຮ່ວມ​ມື ໃນ​ຂົງ​ເຂດ ການ​ຄ້າ, ການ​ລົງ​ທືນ, ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ສັນ​ຍາການ​ຮ່ວມ​ມື ຫວຽດ​ນາມ-ຢີ​ປຸ່ນ(VJEPA), ພ້ອມ​ກັນບຸກ​ບືນເພື່ອບັນ​ລຸ​ເປົ້າ​ໝາຍ ເພື່ອ​ຈະເຮັດ​ໃຫ້ມູນ​ຄ່າ​ດ້ານການ​ຄ້າ ​ການ​ນຳ​ເຂົ້າ-​ສົ່ງ​ ແລະ ມູນ​ຄ່າ​ການລົງທຶນໃນປີ 2020 ເພີ່ມ​ຂື້ນສອງທົບ, ທຽບໃສ່ປີ 2014.

ທ່ານປະທານປະເທດ ຢາກໃຫ້ ຍີ່ປຸ່ນ ຍັງ​ຄົງ​ສືບ​ຕໍ່ຮັກສາ ​ການ​ຊ່ວຍ​ເຫຼືອ​ທຶນ ODA ໃຫ້ແກ່ຫວຽດນາມ, ໂດຍສະເພາະແມ່ນໃນຂົງ​ເຂດການກໍ່ສ້າງພື້ນຖານໂຄງລ່າງ, ການພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ​ກຽມ​ພ້ອມ​ໃນ​ການປ່ຽນແປງສະພາບອາກາດ, ຮັກ​ສາສິ່ງແວດລ້ອມ. ​ຍົກ​ລະ​ດັບ​ຄວາມ​ສາ​ມາດ​ໃນ​ການຄຸ້ມຄອງເສດຖະກິດ. ພ້ອມດຽວກັນນັ້ນ, ສະຫນັບສະຫນູນ ຫວຽດນາມຈັດ​ຕັ້ງປະຕິບັດ ໃຫ້​ມີ​ປະ​ສິດ​ທະ​ຜົນ ໂຄງ​ການຂະຫນາດໃຫຍ່, ການປັບໂຄງສ້າງທາງດ້ານເສດຖະກິດ ແລະ ການເຕີບໂຕແບບຍືນຍົງ. ຫວຽດນາມຍັງມີ​ຄວາມ​ມຸ້ງ​ມາດ​ປາດ​ຖະ​ໜາ​ ຍີ່ປຸ່ນ ຈະພິຈາລະນາ ຫວຽດນາມ ເປັນຄູ່ຮ່ວມມື ບູ​ລິ​ມະ​ສິດ ຂອງໂຄງການ " ຄູ່​ຮ່ວມ​ມື ພື້ນ​ຖານ​ໂຄງ​ລ່າງ​ທີ່​ມີ​ຄຸນ​ນະ​ພາບ" (200 ຕື້ໂດລາສະ​ຫະ​ລັດ) ແລະ " ແນວ​ຄິດ ເຊື່ອມໂຍງ ປະ​ເທດພາກ​ພື໊ນແມ່ນໍ້າຂອງ ກັບ ຍີ່ປຸ່ນ" (6,8 ຕື້ໂດລາ ສະ​ຫະ​ລັດ).

ຕອບ​ຄຳ​ຖາມ ກ່ຽວ​ກັບ​ຄຳ​ເຫັນ ກ່ຽວ​ຂ້ອງ​ກັບ ການ​ຮ່ວມ​ມື ລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ບົນ​ເວ​ທີ ພາກພື້ນ ແລະ ສາກົນ, ໂດຍສະເພາະແມ່ນ ການຮັກສາສັນຕິພາບ ແລະ ສະຖຽນລະພາບ ຂອງພາກພື້ນ , ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ໋າຍ​ກວາງ ໄດ້​ເນັ້ນ​ໜັກ​ວ່າ: ຫວຽດນາມ ແລະ ຍີ່ປຸ່ນ ສະຫນັບສະຫນູນ ເຊິ່ງກັນແລະກັນ ຮ່ວມ​ກັນ​ເສີມ​ຂະ​ຫຍາຍ ບົດ​ບາດອັນ​ຕັ້ງ​ໜ້າ, ປະ​ກອບ​ສ່ວນເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກ​ພື້ນ. ທັງສອງຝ່າຍ ສະຫນັບສະຫນູນເຊິ່ງກັນແລະກັນ ໃຫ້​ໄດ້​ຮັບ​ການ​ເລຶອກ​ຕັ້ງ​ເຂົ້າ​ໄປ​ໃນອົງການສະຫະປະຊາຊາດ ແລະ ອົງການຈັດຕັ້ງສາກົນອື່ນໆ; ແບ່ງປັນວິ​ໄສ​ທັດ ແລະ ປະ​ສານ​ກັນ​ໃນ​ການ​ແກ້​ໄຂ​ບັນ​ຫາ ທີ່ກ່ຽວຂ້ອງກັບການຮ່ວມມື, ການພັດທະນາ ແລະ ຄວາມສ​ະ​ຫງົບ​ຂອງພາກພື້ນ, ໃນ​ນັ້ນລວມທັງບັນ​ຫາ ທະເລຈີນໃຕ້, ເຂດ​ປອດ​ອາ​ວຸດ​ນິວ​ເຄຼຍ ຢູ່ແຫຼມເກົາຫຼີ, ແນວ​ຄິດ​ກ່ຽວ​ກັບ ມະຫາສະມຸດອິນເດຍ - ປາຊີຟິກ ...; ຢ້ຳ​ເຖິງ​ຄວາມ​ສຳຄັນຂອງການຮັບປະກັນສັນຕິພາບ, ຄວາມສະ​ຫງົບ, ຄວາມປອດໄພ, ສິດເສລີພາບທາງດ້ານ​ທະ​ເລ ແລະ ທາງ​ອາ​ກາດ ໃນທະເລຈີນໃຕ້; ການແກ້ໄຂຂໍ້ຂັດແຍ່ງດ້ວຍ​ມາດ​ຕະ​ການສັນຕິພາບ, ບົນພື້ນຖານກົດຫມາຍສາກົນ, ​ໃນ​ນັ້ນລວມທັງ ສົນທິສັນຍາສະຫະປະຊາຊາດ 1982 ກ່ຽວກັບກົດຫມາຍທະເລ (UNCLOS), ຈັດ​ຕັ້ງປະຕິບັດຢ່າງຄົບ​ຖ້ວນ ແລະ ປະສິດທິຜົນ ໃນ ຄໍາຖະແຫຼງຮ່ວມ ກ່ຽວກັບການປະພຶດຂອງແຕ່​ລະຝ່າຍ ໃນທະເລຈີນໃຕ້ (DOC) ປີ 2002 ແລະ ກໍ່​ສ້າງ​ຮ່າງ​ກົດ​ລະ​ບຽບ ການ​ປະ​ພຶດ ໃນ​ທະ​ເລ​ຈີນ​ໃຕ້ (COC)​ໃຫ້​ມີ​ຜົນ​ສັກ​ສິດ. ປະຈຸບັນ, ຫວຽດນາມ ແລະ ຍີ່ປຸ່ນແມ່ນສະມາຊິກຂອງຄູ່ຮ່ວມມືແບບຮອບ​ດ້ານ ແລະ ກ້າວ​ໜ້າ ການຮ່ວມມືລະຫວ່າງ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (CPTPP), ​ທ່ານປະທານປະເທດ ​ເຈີ່ນ​ດ໋າຍກວາງ ກ່າວວ່າ: CPTPP ຈະປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຊຸກ​ຍູ້ ສາຍພົວພັນ ດ້ານເສດຖະກິດ ແລະ ການຄ້າ, ຈາກນັ້ນ ເຮັດໃຫ້ຄວາມສໍາພັນມີ​ຄວາມ​ເລິກ​ເຊິ່ງ "ຄູ່ຮ່ວມຍຸດທະສາດທີ່ເລິກເຊິ່ງ ແລະ ກ້າວ​ຂວາງ ເພື່ອຄວາມສະຫງົບ ແລະ ຄວາມຮຸ່ງເຮືອງ ຂອງ ເອຊີ " ລະຫວ່າງສອງປະເທດ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.